ກອງປະຊຸມລັດຖະມົນຕີອາຊຽນ ທີ່ສິງກະໂປ ໄດ້ສະແດງຄວາມເຫັນໃຈຕໍ່ ສປປ.ລາວ ກໍລະນີເຂື່ອນແຕກ - ອິດສະຫຼະ

ກອງປະຊຸມລັດຖະມົນຕີອາຊຽນ ທີ່ສິງກະໂປ ໄດ້ສະແດງຄວາມເຫັນໃຈຕໍ່ ສປປ.ລາວ ກໍລະນີເຂື່ອນແຕກ



ກະຊວງການຕ່າງປະເທດລາຍງານວ່າ: ໃນວັນທີ 2 ສິງ​ຫາ 2018 ທີ່ຜ່ານມາ ທີ່ປະເທດສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ໄດ້​ນຳພາ​ຄະນະ​ຜູ້​ແທນລາວ​ ເຂົ້າຮ່ວມພິທີເປິດກອງ​ປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ພາຍໃຕ້ ຄໍາຂວັນ: “ອາຊຽນເຂັ້ມແຂງ ແລະ ທັນສະໄຫມ” ທີ່ສິງກະໂປ.

ຫຼັງຈາກພິທີເປີດ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້​ແທນ​ລາວ ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ເຊິ່ງກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າຂອງການສົ່ງເສີມຄວາມເຂັ້ມແຂງຂອງປະຊາຄົມອາຊຽນ ໂດຍການຈັດຕັ້ງ​ປະຕິບ​ັດບັນດາກິດຈະກໍາຮ່ວມມືຕ່າງໆ ລວມທັງ ​ການ​ຈັດຕັ້ງປະຕິ​ບັດ​ບັນ​ດາ​ບູລິມະສິດ ສໍາລັບການ​ເປັນ​ປະ​ທານ​ອາຊຽນຂອງ ສິງກະ​ໂປ ​ໂດຍ​ສະ​ເພາະ​​ແມ່ນ​ການ​ສ້າງ​​ເຄືອ​ຂ່າຍ​​ເມື​ອງພັດທະນາ ​ແລະ ການ​ເພີ່ມເສີມໃຫ້ກັນ ແລະ ກັນ ​ລະຫວ່າງວ​​​ິ​ໄສ​ທັດ​ປະ​ຊາ​ຄົມ​ອາຊຽນ 2025 ​ແລະ ວາລະ​ ເພື່ອ​ການ​ພັດທະນາ​​ແບບ​ຍືນ​ຍົງຂອງສະຫະ​ປະຊາ​ຊາ​ດ 2030, ແລະ ປຶກສາຫາລືວິທີທາງ ເພື່ອຮັດແໜ້ນການຮ່ວມມືໃນຕໍ່ໜ້າ.

ໃນນີ້, ທ່ານ ລັດ​ຖະ​ມົນ​ຕີ ສະເຫຼີມໄຊ ກົມມະສິດ ໄດ້​ເນັ້ນ​​ເຖິງ​ຄວາມ​ສຳ​ຄັນ​ໃນ​ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອໃຫ້ບັນດາປະເທດສະມາຊິກ ໂດຍສະເພາະປະເທດສະມາຊິກໃໝ່ ສາມາດຮັດແໜ້ນຄວາມແຕກໂຕນທາງດ້ານການພັດທະນາ ແລະ ສົ່ງເສີມຄວາມເຂັ້ມແຂງໃຫ້ສະມາຊິກໃໝ່ສາມາດຈັດຕັ້ງປະຕິບັດພັນທະຂອງຕົນ ເພື່ອບັນ​ລຸ​ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025 ແລະ ພ້ອມນີ້ ກໍໄດ້ຊຸກຍູ້ໃຫ້ສໍາເລັດການປະເມີນຄວາມຄືບໜ້າໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາ​ຊຽນ ໂດຍກອງເລຂາອາຊຽນ.


ນອກ​ຈາກ​ນັ້ນ, ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບໜ້າຂອງວຽກງານການສົ່ງເສີມ ແລະ ປົກປ້ອງສິດທິມະນຸດພາຍໃນອາຊຽນ ພາຍໃຕ້ການດໍາເນີນງານຂອງຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ ເຊັ່ນ: ການກໍ່ການຮ້າຍ, ການຄ້າມະນຸດ, ບັນຫາຢາເສບຕິດ, ໄພພິບັດທໍາມະຊາດ ແລະ ສະພາບການແຫລມເກົາຫລີ ແລະ ທະເລຈີນໃຕ້.

ກອງ​ປະ​ຊຸມ ​ຍັງ​ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ​ ຖະ​ແຫລງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້​ ໂດຍສະເພາະການປຶກສາຫາລື ກ່ຽວກັບ ກົດ​ແຫ່ງ​ການ​ປະພຶດ​ຢູ່​ທະ​ເລ​ຈີນ​​ໃຕ້. ຫຼັງຈາກນັ້ນ, ທ່ານ ລັດຖະມົນຕີ ສະ​ເຫຼີ​ມ​ໄຊ ກົມມະ​ສິດ ຍັງ​ໄດ້​ເຂົ້າຮ່ວມ​ລົງນາມເອກະສານການຮັບເອົາ ອາກ​ຊ​ັງ​ຕິນ ແລະ ອີຣານ ເຂົ້າເປັນພາຄີຂອງ ສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້.

ບັນດາປະເທດສະມາຊິກອາຊຽນ ໄດ້ສະແດງຄວາມເຫັນໃຈຕໍ່ ສປປ.ລາວ ໃນກໍລະນີເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຮັດໃຫ້ນໍ້າຖ້ວມ ທີ່ ເມືອງສະໜາມໄຊ ​ແຂວງອັດຕະປື ແລະ ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ບັນດາປະເທດຄອບ​ຄົວ​ອາ​ຊຽນ, ຄູ່ເຈລະຈາອາຊຽນ, ປະເທດເພື່ອນມິດ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນຕ່າງໆ ທີ່ໄດ້​ໃຫ້ການຊ່ວຍເຫຼືອປະ​ຊາ​ຊົນ ແລະ ລັດຖະບານ ແຫ່ງ ສປປ.ລາວ ກໍ່ຄື ຜູ້ຖືກເຄາະຮ້າຍຈາກພະຍຸເຊີນຕິນ ແລະ ພະຍຸລະດູຮ້ອນ. ທ່ານ ລັດຖະມົນຕີຕ່າງປະເທດລາວ ຍັງໄດ້ຂອບໃຈ ແລະ ຕີລາຄາສູງ ຕໍ່ການເອົາໃຈໃສ່ ແລະ ການຕອບສະໜອງຢ່າງວ່ອງໄວຂອງເລຂາທິການໃຫຍ່ອາຊຽນໃນຖານະເປັນຜູ້ປະສານງານຫຼັກໃນການຊ່ວຍບັນເທົາເຫດສຸກເສີນຂອງອາຊຽນ ທີ່​ໄດ້​ເດີນ​ທາງ​ມາ​ສັງ​ເກດ​ການ​ໂດຍ​ກົງ ໃນ​ຂົງ​ເຂດ​ຖືກ​ຜົນ​ກະ​ທົບ​ໃນເມືອ​ງ ສະໜາມ​ໄຊ, ລວມທັງ ການປະຕິບັດຫນ້າທີ່ຊ່ວຍເຫລືອຂອງສູນປະສານງານອາຊຽນ ເພື່ອຊ່ວຍເຫຼືອດ້ານມະນຸດສະທໍາ ກ່ຽວກັບການຄຸ້ມຄອງໄພພິບັດ ຫຼື AHA Centre.

No comments

Powered by Blogger.