ຈີນສະເໜີໃຫ້ມີການຊ້ອມຮົບ ແລະ ສຳຫຼວດຊັບພະຍາກອນຮ່ວມກັນໃນທະເລຈີນໃຕ້ກັບອາຊຽນ - ອິດສະຫຼະ

ຈີນສະເໜີໃຫ້ມີການຊ້ອມຮົບ ແລະ ສຳຫຼວດຊັບພະຍາກອນຮ່ວມກັນໃນທະເລຈີນໃຕ້ກັບອາຊຽນ



ສຳນັກຂ່າວຕ່າງປະເທດລາຍງານ 3 ສິງຫາ 2018 ວ່າ: ທ່ານ ວິວຽນ ບາລາກຼີຊະນັນ ລັດຖະມົນຕີກະຊວງຕ່າງປະເທດສິງກະໂປ ໃນຖານະປະທານໝຸນວຽນຂອງອາຊຽນ ປະຈຳປີ 2018 ກ່າວເມື່ອວັນພະຫັດທີ່ຜ່ານມາວ່າ ລັດຖະບານຈີນ ແລະ ອາຊຽນເຫັນດີຮ່ວມກັນໃນຮ່າງກອບການເຈລະຈາແນວທາງປະຕິບັດ (COC) ເລື່ອງທະເລຈີນໃຕ້ ເພື່ອການຄົງຢູ່ຂອງສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ອັນຈະນຳໄປສູ່ການເກີດຂະບວນການຮ່ວມມືລະຫວ່າງທັງສອງຝ່າຍ ໃນການແກ້ໄຂຄວາມຂັດແຍ່ງເລື່ອງທະເລຈີນໃຕ້ຢ່າງເປັນລະບົບ.


ເຊິ່ງມະຕິທີ່ໄດ້ຮັບຄວາມເຫັນດີດັ່ງກ່າວ ຈະຖືເປັນແນວທາງຂອງການເຈລະຈາໃນຕໍ່ໜ້າ ເຖິງແມ່ນວ່າສິງກະໂປຂໍສະຫງວນຂໍ້ມູນໂດຍລວມໄວ້ກ່ອນ ແຕ່ມີການລາຍງານວ່າຮ່າງເອກະສານສະແດງໃຫ້ເຫັນເຖິງທັດສະນະຂອງແຕ່ລະປະເທດໃນບັນຫາທະເລຈີນໃຕ້ ແລະ ທ່າທີຂອງແຕ່ລະຝ່າຍໃນການຕໍ່ລອງ, ໂດຍຫວຽດນາມສະແດງຈຸດຢືນຊັດເຈນທີ່ສຸດ ດ້ວຍການຢຶດໝັ້ນວ່າ “ທຸກປະເທດ” ຕ້ອງຢຸດຕິກິດຈະກຳທາງການທະຫານ ແລະ ການຖົມທະເລເພື່ອສ້າງເກາະທຽມໃນທະເລຈີນໃຕ້, ເຖິງຢ່າງໃດກໍ່ຕາມທ່າທີຂອງສະມາຊິກອາຊຽນອີກ 9 ປະເທດທີ່ເຫຼືອຜັດຍັງບໍ່ຊັດເຈນພຽງພໍ ທີ່ຈະບົ່ງຊີ້ເຖິງຄວາມໄດ້ປຽບ ແລະ ອິດທິພົນຂອງລັດຖະບານຈີນທີ່ຍັງຄົງຢູ່ໃນລະດັບທີ່ເໜືອກວ່າ.


ຂະນະທີ່ໃນສ່ວນຂອງຂໍ້ສະເໜີຂອງຈີນ ເພື່ອຜ່ອນຄາຍຄວາມຂັດແຍ່ງທາງທະເລກັບອາຊຽນ ມີທັງການສະເໜີໃຫ້ຊ້ອມຮົບທາງທະເລຮ່ວມກັນ ແລະ ການຈັດຕັ້ງໂຄງການການຮ່ວມມືສຳຫຼວດຊັບພະຍາກອນທຳມະຊາດໃນທະເລຈີນໃຕ້ຮ່ວມກັນ ແຕ່ມີຫຼາຍຝ່າຍຕີລາຄາວ່າ ອາດເປັນເຈດຕະນາແອບແຝງຂອງຈີນ ເພື່ອເພີ່ມການແຊກແຊງເຂົ້າສູ່ທະເລຈີນໃຕ້ຫຼາຍຂຶ້ນ ໂດຍການເຈລະຈາ COC ຖືວ່າເປັນການຕໍ່ຍອດຈາກປະຕິຍານວ່າດ້ວຍທາງປະຕິບັດຂອງພາຄີໃນທະເລຈີນໃຕ້ (DOC) ວ່າດ້ວຍການຈັດການດ້ານຄວາມໝັ້ນຄົງໃນທະເລຈີນໃຕ້ ທີ່ມີການລົງນາມຮ່ວມກັນເມື່ອປີ 2002.

ເຖິງຢ່າງໃດກໍ່ຕາມ ແນວທາງປະຕິບັດຕາມເອກະສານດັ່ງກ່າວເກືອບບໍ່ໄດ້ຮັບການຕອບສະໜອງຈາກປະເທດທີ່ຮ່ວມລົງນາມ ເຊິ່ງຍັງຄົງມີການຖົມທະເລເພື່ອກໍ່ສ້າງເກາະທຽມຢູ່ ແລະ ຍັງມີການປຸກສ້າງຢູ່ເກາະທຽມເຫຼົ່ານັ້ນ ທັງຍັງມີການເດີນໜ້າສຳຫຼວດແຫ່ງພະລັງງານ ແລະ ມີການເຮັດການປະມົງຢູ່ບໍລິເວນອານາເຂດທາງທະເລທີ່ມີຄວາມຂັດແຍ່ງກັນ, ຂະນະທີ່ທັງຈີນ ແລະ ອາຊຽນຕ່າງກໍ່ຍັງບໍ່ສະແດງທ່າທີຕໍ່ກຳນົດກອບໄລຍະເວລາທີ່ຊັດເຈນສຳລັບການຮ່າງ COC.




No comments

Powered by Blogger.