ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະຫວ່າງອາຊຽນ ກັບ ບັນດາປະເທດຄູ່ເຈລະຈາຕ່າງໆ - ອິດສະຫຼະ

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລະຫວ່າງອາຊຽນ ກັບ ບັນດາປະເທດຄູ່ເຈລະຈາຕ່າງໆ



ກະຊວງການຕ່າງປະເທດລາຍງານວ່າ: ໃນ​ວັນ​ທີ 2 ສິ​ງ​ຫາ 2018 ທີ່ ສິງກະໂປ, ພາຍ​ຫຼັງ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 51, ທ່ານສະ​ເຫຼີ​ມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ສືບ​ຕໍ່ນໍາພາຄະນະຜູ້ແທນລາວເຂົ້າ​ຮ່ວມກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​​ຕ່າງ​ປະ​ເທດ ລະ​ຫວ່າງ ​ອາ​ຊຽນ ກັບ​ ບັນ​ດາ​ປະ​ເທດ​ຄູ່​ເຈ​ລະ​ຈາ ຊຶ່ງ​ລວມມີ: ກອງ​ປະ​ຊຸມ​ລັດ​ຖະ​ມົນ​​ຕ່າງ​ປະ​ເທດ ອາ​ຊຽນ-ລັດເຊຍ, ອາ​ຊຽນ-ຍີ່ປຸ່ນ, ​ອາ​ຊຽນ-ຈີນ ແລະ ອາ​ຊຽນ-ນິວ​ຊີ​ແລນ.


ສຳລັບກອງ​ປະ​ຊຸມ​ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ-ລັດເຊຍ, ທ່ານ ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ເປັນ​ປະ​ທານ​ຮ່ວມ​ກັບ ທ່ານ Sergey Lavrov, ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ລັດ​ເຊຍ ​ໃນຖາ​ນະ​​ທີ່ ສ​ປ​ປ ລາວ ເປັນ​ປະ​ເທດ​ປະ​ສານ​ງານ ​ໃຫ້​ແກ່ການ​ພົວ​ພັນອາ​ຊຽນ-ລັດ​ເຊຍ. ກອງປະຊຸມໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່ການເປີດສຳນັກງານການທູດ ຂອງລັດເຊຍ ແລະ ແຕ່ງຕັ້ງທູດລັດເຊຍ ປະຈຳອາຊຽນ ທີ່ ຈາກາກຕາ ໃນປີ 2017, ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ​ຜົນຂອງກອງ​​ປະ​ຊຸມ​ສຸດຍອດ​ ສະ​ເຫຼີມ​ສະ​ຫຼອງການ​ພົວ​ພັນ​ອາ​ຊຽນ-ລັດ​ເຊຍ ຄົບ​ຮອບ 20 ປີ ​ທີ່​ໄດ້​ຈັດ​ຂຶ້ນໃນປີ 2016 ​ຢູ່ໂຊ​ຈິ, ລັດ​ເຊຍ ແລະ ການຈັດຕັ້ງປະຕິບັດກິດຈະກຳຮ່ວມມືໃນຂົງເຂດຕ່າງໆ ພາຍໃຕ້ແຜນ​ປະ​ຕິ​ບັດ​ງານ​ອາ​ຊຽນ-ລັດ​ເຊຍ 2016-2020. ກອງປະຊຸມເຫັນດີສືບຕໍ່ຮັດແໜ້ນການຮ່ວມມື ແລະ ການປະສານງານ ລະຫວ່າງບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອແນໃສ່ເຮັດໃຫ້ກິດຈະກຳຮ່ວມມື ໃນຂົງເຂດຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ແນໃສ່ຍົກລະດັບການພົວພັນ ອາຊຽນ-ລັດເຊຍ ຂຶ້ນເປັນຄູ່ຮ່ວມຍຸດທະສາດ. ອັນສຳຄັນແມ່ນ ກອງປະຊຸມ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງລັດເຊຍ ເພື່ອຈັດກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ຄັ້ງທີ 4 ໃນໂອກາດທີ່ ປະທານາທິບໍດີລັດເຊຍ ວາລາດີເມຍ ປູຕິນ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 13 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນເດືອນພະຈິກ 2018 ທີ່ ສິງກະໂປ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ບັນດາປະເທດອາຊຽນ ແລະ ລັດເຊຍ ທີ່ໄດ້ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ຕໍ່ການເປັນປະເທດປະສານງານຂອງ ສປປ ລາວ ຕະຫລອດໄລຍະ 3 ປີຜ່ານມາ (2015-2018) ພ້ອມດຽວກັນ ກໍ່ໄດ້ມອບໜ້າທີ່ເປັນປະເທດປະສານງານຕໍ່ໄປໃຫ້ ອິນໂດເນເຊຍ ສຳລັບ ສົກປີ (2018-2022).

ກອງ​ປະ​ຊຸມ​ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ-ຍີ່​ປຸ່ນ ໄດ້ສະແດງຄວາມຍິນດີ ຕໍ່ຄວາມຄືບໜ້າ ໃນການຈັດຕັ້ງຜັນຂະຫຍາຍ ແຜນປະຕິບັດງານ ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບຮອງເອົາໃນປີ 2017 ຜ່ານມາ ແລະ ຕີລາຄາສູງຕໍ່ບັນດາກິດຈະກໍາຮ່ວມມື ທີ່ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃນຂົງເຂດຕ່າງໆເຊັ່ນ: ການຮ່ວມມືດ້ານການຕ້ານອາດຊະຍາກຳ ທາງອິນເຕີເນັດ, ການເຊື່ອມຈອດ, ການສຶກສາ, ວຽກງານສາທາລະນະສຸກ, ການຄຸ້ມຄອງໄພພິບັດ, ການແລກປ່ຽນຊາວຫນຸ່ມ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບຫນ້າ ໃນການດັດແກ້ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ-ຍີ່ປຸ່ນ ແລະ ໄດ້ຮັບຊາບຜົນສຳເລັດການຮ່າງສັນຍາຮ່ວມມືດ້ານວິຊາການ ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ເຊິ່ງຈະໄດ້ມີການລົງນາມ ລະຫວ່າງ ເລຂາທິການໃຫ່ຍອາຊຽນ ແລະ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ໃນຕໍ່ໜ້າ. ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມ ລວມທັງຂໍ້ລິເລີ່ມ ອິນໂດປາຊີຟິກ ທີ່ເສລີ ແລະ ເປີດກວ້າງ ຂອງຍີ່ປຸ່ນ ແລະ ໄດ້ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ ເພື່ອສະເຫລີມສະຫລອງ ຄົບຮອບ 45 ປີ ແຫ່ງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ເຊິ່ງຈະຈັດຂື້ນໃນທ້າຍປີນີ້ ທີ່ ສິງກະໂປ. ໃນໂອກາດນີ້, ສປປ ລາວ ໄດ້ສະເຫນີໃຫ້ຍີ່ປຸ່ນ ສືບຕໍ່ການຮ່ວມມື ແລະ ສະໜັບສະໜູນອາຊຽນ ໃນຂົງເຂດການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ ເປັນຕົ້ນແມ່ນ ການພັດທະນາພື້ນຖານໂຄງລ່າງ ດ້ານການເຊື່ອມຈອດ ໃນບັນດາປະເທດສະມາຊິກອາຊຽນ ລວມທັງການສະໜັບສະໜູນໂຄງການສຶກສາຄວາມເປັນໄປໄດ້ ໃນການສ້າງທາງຫລວງ ວຽງຈັນ-ຮ່າໂນ້ຍ ຢູ່ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີການເຊື່ອມຈອດພາຍໃນອາຊຽນ.


ກອງ​ປະ​ຊຸມ​ລັດ​ຖະ​ມົນ​ການ​ຕ່າງ​ປະ​ເທດ ​ອາ​ຊຽນ-ສ​ປ. ຈີນ ໄດ້ທົບທວນການຮ່ວມມືອາຊຽນ-ຈີນ ໃນປີຜ່ານມາ ເຊິ່ງເຫັນວ່າ ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈ ກວມເອົາຂົງເຂດ ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ-ສັງຄົມ. ກອງປະຊຸມ ໄດ້ເຫັນດີຮັດແໜ້ນການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ເພື່ອແນໃສ່ບັນລຸເປົ້າໝາຍມູນຄ່າການຄ້າ ອາຊຽນ-ຈີນ ຈຳນວນ 1,000 ຕື້ໂດລາສະຫະລັດ ແລະ ມູນຄ່າການລົງທຶນຮ່ວມ ຈຳນວນ 150 ຕື້ໂດລາສະຫະລັດ ໃນປີ 2020. ບັນດາລັດຖະມົນຕີຕ່າງປະເທດອາຊຽນ ແລະ ຈີນ ຍັງໄດ້ສະແດງຄວາມຍິນດີຕໍ່ການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອຜັນຂະຫຍາຍປີນະວັດຕະກຳ ອາຊຽນ-ຈີນໃນປີ 2018, ລວມທັງການຈັດພິທີເປີດໂຕປີນະວັດຕະກຳ ຢູ່ ປັກກິ່ງ ໃນເດືອນເມສາ 2018 ທີ່ຜ່ານມາ. ໃນໂອກາດນີ້, ກອງປະຊຸມຍັງເຫັນດີກໍານົດເອົາປີ 2019 ເປັນປີແລກປ່ຽນສື່ມວນຊົນ ລະຫວ່າງ ອາຊຽນ ແລະ ຈີນ. ສອງຝ່າຍເຫັນດີສືບຕໍ່ຈັດກິດຈະກຳຕ່າງໆຮ່ວມກັນ ແນໃສ່ສົ່ງເສີມການຮ່ວມມືໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລວມທັງເຫັນດີ ໃຫ້ມີການອອກຖະແຫຼງການຮ່ວມ ລະຫວ່າງຜູ້ນຳອາຊຽນ ແລະ ຈີນ ໃນທ້າຍປີນີ້. ອັນສຳຄັນ, ກອງປະຊຸມເຫັນດີເປັນເອກະສັນຕໍ່ ວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030 ເຊິ່ງເປັນເອກະສານທິດ​ນຳສຳຄັນສຳລັບການຮ່ວມມື ອາຊຽນ-ຈີນ ໃນຕໍ່ຫນ້າ ເຊິ່ງຈະຍື່ນຕໍ່ ໃຫ້ຜູ້ນໍາອາຊຽນ ແລະ ຈີນ ພິຈາລະນາຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ-ຈີນ ໃນເດືອນພະຈິກ 2018 ທີ່ ສິງກະໂປ. ທ່ານ​ລັດຖະມົນຕີ ສະ​ເຫຼີມ​ໄຊ ກົມມະ​ສິດ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ລາວ ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ລັດຖະບານ ຈີນ ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອບັນ​ເທົາ​ທຸກ​ໄພ​ນ້ຳຖ້ວມ​ຢູ່​ແຂ​ວງອັດ​ຕະປື. ນອກນັ້ນ, ກໍໄດ້​​ສະ​ເໜີ​ໃຫ້ ຈີນ ສະໜັບສະໜູນການ​ສ້າງ​ຂີດ​ຄວາມ​ສາມາດດ້ານຕ່າງໆ ກໍ​ຄືການ​ຖ່າຍ​ໂອນ​ເຕັກ​ໂນ​ໂລ​ຊີ​ ໃຫ້​ບັນດາ​ປະ​ເທດອາຊຽນ ໂດຍ​ສະ​ເພາະ ກຳ​ປູ​ເຈຍ-ລາວ-ມຽນມາ-ຫວຽດນາມ; ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ​ໃນ​ພາກພື້ນ ລວມທັງ​ຜ່ານ​ໂຄງການ​ເສັ້ນທາງລົດ​ໄຟຄວາມ​ໄວ​ສູງ ລາວ-ຈີນ; ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ກະສິກຳ, ການ​ເງິນ ​ແລະ ການ​ຂົນ​ສົ່ງ; ​ແລະ ​​ຮັດ​ແໜ້ນການ​ຮ່ວມ​ມື​ ໃນ​ຂອບ​​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ.

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ການ​ຕ່າງ​ປະ​ເທດ ​ອາ​ຊຽນ-​ນິວ​ຊີ​ແລນ ໄດ້ທົບທວນການຮ່ວມມື ແລະ ຕີລາຄາສູງຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ອາຊຽນ-ນິວຊີແລນ 2016-2020. ກອງປະຊຸມ ໄດ້ຕີລາຄາສູງ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ສອງຂໍ້ລິເລີ່ມຂອງນິວຊີແລນ ຄື: ຂໍ້ລິເລີ່ມເພື່ອການພົວພັນລະຫວ່າງປະຊາຊົນ ແລະ ຂໍ້ລິເລີ່ມເພື່ອຄວາມສົມບູນພູນສຸກ ຊຶ່ງໄດ້ປະກອບສ່ວນຢ່າງສໍາຄັນເຂົ້າໃນການພັດທະນາເສດຖະກິດ ແລະ ການພົວພັນລະຫວາງປະຊາຊົນ ອາຊຽນ ແລະ ນິວຊີແລນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຊາບຄວາມຄືບຫນ້າ ໃນການທົບທວນຄືນສັນຍາເຂດການຄ້າເສລີ ອາຊຽນ-ອົດສະຕາລີ ແລະ ນິວຊີແລນ ເພື່ອກ້າວໄປສູ່ການຍົກລະດັບ ສັນຍາດັ່ງກ່າວໃນຕໍ່ໜ້າ. ນອກນີ້,​ ກອງປະຊຸມໄດ້ເຫັນດີເພີ່ມທະວີການຮ່ວມມື ໃນດ້ານການສຶກສາ, ການຮັບມືກັບໄພພິບັດທໍາມະຊາດ, ອຸດສາຫະກໍາ ແລະ ການຄ້າ, ກະສິກໍາ, ພະລັງງານທົດແທນ, ແລະ ການໄປມາຫາສູ່ ລະຫວ່າງ ປະຊາຊົນກັບປະຊາຊົນ ໃນຕໍ່ໜ້າ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນອາຊຽນ ແລະ ນິວຊີແລນ.


No comments

Powered by Blogger.