ອາຊຽນ-ອີຣານ ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮ່ວມກັນ - ອິດສະຫຼະ

ອາຊຽນ-ອີຣານ ລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮ່ວມກັນ



ສຳນັກຂ່າວຕ່າງປະເທດລາຍງານ 3 ສິງຫາ 2018 ວ່າ: ລັດຖະມົນຕີກະຊວງການຕ່າງປະເທດຂອງທັງ 10 ປະເທດສະມາຊິກອາຊຽນ ແລະ ທ່ານ ໂມຮຳໝັດ ຈາວາດ ຊາຣີບ ລັດຖະມົນຕີກະຊວງການຕ່າງປະເທດອີຣານ ໄດ້ລົງນາມຮ່ວມກັນໃນການຮັບເອົາລັດຖະບານອີຣານເຂົ້າເປັນພາຄີຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພູມມິພາກອາຊີຕາເວັນອອກສຽງໃຕ້ ໃນກອງປະຊຸມປະຈຳປີ ທີ່ປະເທດສິງກະໂປ ເມື່ອວັນທີ 2 ສິງຫາ ທີ່ຜ່ານມາ.


ເຊິ່ງສົນທິສັນຍາດັ່ງກ່າວຖືເປັນຫຼັກການພື້ນຖານຂອງການຮ່ວມມືລະຫວ່າງສະມາຊິກອາຊຽນ ແລະ ລະຫວ່າງອາຊຽນ ກັບປະເທດຄູ່ເຈລະຈາທີ່ຮ່ວມລົງນາມ ໂດຍສະມາຊິກຮ່ວມກໍ່ຕັ້ງອາຊຽນ 5 ປະເທດໄດ້ແກ່: ອິນໂດເນເຊຍ, ຟິລິບປິນ, ມາເລເຊຍ,​ ສິງກະໂປ ແລະ ໄທ ໄດ້ລົງນາມຮ່ວມກັນເມື່ອປີ 1976 ມີເນື້ອໃນສຳຄັນຄືການເຄົາລົບອະທິປະໄຕເຊິ່ງກັນ ແລະ ກັນ, ບໍ່ແຊກແຊງວຽກງານພາຍໃນຂອງກັນ ແລະ ກັນ, ການຜ່ອນຄາຍຄວາມຂັດແຍ່ງ ແລະ ການແກ້ໄຂຄວາມຂັດແຍ່ງໂດຍສັນຕິວິທີ ແລະ ການສົ່ງເສີມການຮ່ວມມືລະຫວ່າງກັນຢ່າງມີປະສິດທິພາບ, ຫຼັງຈາກນັ້ນເມື່ອປີ 1987 ໄດ້ມີການແກ້ໄຂສົນທິສັນຍາໃຫ້ປະເທດນອກອາຊຽນຮ່ວມລົງນາມເປັນພາຄີໄດ້ ໂດຍຈີນ ແລະ ອິນເດຍເປັນ 2 ປະເທດທຳອິດທີ່ຮ່ວມລົງນາມເມື່ອປີ 2003, ຂະນະທີ່ລັດເຊຍໄດ້ລົງນາມເມື່ອປີ 2004 ຕໍ່ດ້ວຍສະຫະລັດ ອາເມຣິກາລົງນາມເມື່ອປີ 2007 ແລະ ສະຫະພາບເອີຣົບລົງນາມເມື່ອປີ 2012.

No comments

Powered by Blogger.