ລັດຖະບານປະກາດ ເອົາເຂດເຂື່ອນເຊປຽນ-ເຊນ້ຳນ້ອຍເປັນເຂດຫວງຫ້າມຊົ່ວຄາວ - ອິດສະຫຼະ

ລັດຖະບານປະກາດ ເອົາເຂດເຂື່ອນເຊປຽນ-ເຊນ້ຳນ້ອຍເປັນເຂດຫວງຫ້າມຊົ່ວຄາວ



ສຳນັກຂ່າວສານປະເທດລາວລາຍງານ 3 ສິງຫາ 2018 ວ່າ: ຫ້ອງວ່າການສຳນັກງານນາຍົກ ປະກາດເຂື່ອນເຊປຽນ-ເຊນ້ຳນ້ອຍເປັນເຂດຫວງຫ້າມຊົ່ວຄາວ

ໂດຍຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການປະກາດຜົນການຕົກລົງ ແລະ ຊີ້ນຳຂອງກອງປະຊຸມ ຄັ້ງວັນທີ 3 ສິງຫາ 2018 ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີວ່າ:

1. ກຳນົດເອົາຂອບເຂດບໍລິເວນໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍທັງໝົດເປັນເຂດຫວງຫ້າມຊົ່ວຄາວ ແລະ ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນເຂົ້າໄປເຄື່ອນໄຫວໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ ຫຼື ອຳນາດການປົກຄອງທີ່ກ່ຽວຂ້ອງ.

2. ມອບໃຫ້ແຂວງອັດຕະປື ແລະ ແຂວງຈຳປາສັກຕິດຕາມກວດກາການຫ້າມການເຄື່ອນໄຫວຊົ່ວຄາວຢູ່ເຂດດັ່ງກ່າວຢ່າງເຂັ່ງຂັດຈົນກວ່າການສືບສວນສອບສວນ ແລະ ແກ້ໄຂບັນຫາການແຕກພັງຂອງຄູກັນນ້ຳຂອງເຂື່ອນດັ່ງກ່າວສຳເລັດໄປດ້ວຍດີ.

3. ມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຮີບຮ້ອນຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງຄະນະຄົ້ນຄວ້າສືບສວນ ແລະ ສອບສວນສາເຫດ, ຜົນກະທົບ ແລະ ວິທີແກ້ໄຂ ກໍລະນີຄູກັນນ້ຳ ຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກພັງດັ່ງກ່າວເພື່ອໃຫ້ລັດຖະບານພິຈາລະນາ.








No comments

Powered by Blogger.