ກອງປະຊຸມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ທີ່ສິງກະໂປ ໄດ້ຮ່ວມກັນປຶກສາຫາລືຫຼາຍບັນຫາ - ອິດສະຫຼະ

ກອງປະຊຸມຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ທີ່ສິງກະໂປ ໄດ້ຮ່ວມກັນປຶກສາຫາລືຫຼາຍບັນຫາ



ກະຊວງການຕ່າງປະເທດລາຍງານເມື່ອວັນທີ 2 ສິງຫາ 2018 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ.ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9, ທີ່ ປະເທດສິງກະໂປ, ເຊິ່ງ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ ແລະ ​ຄະ​ນະ​ຜູ້​ແທນ​ຈາກ​ບັນ​ດາປະ​ເທດ​ແມ່ນໍ້າຂອງ ແລະ ຄູ່​ຮ່ວມ​ພັດ​ທະ​ນາ​ເຊັ່ນ: ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ, ຫວຽດ​ນາມ ແລະ ອິນ​ເດຍ ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ.

ກອງປະຊຸມ​ໃນ​ຄັ້ງ​ນີ້ ໄດ້ທົບທວນຄືນຄວາມ​ຄືບໜ້າການຮ່ວມມື ແລະ ການຈັດຕັ້ງຜັນຂະຫຍາຍ ຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງ​ຄາ​ ຄັ້ງທີ 8 ໂດຍສະເພາະ ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ໂຄງການເຫັນຜົນໄວ ຫຼື Quick Impact Project, ເຊິ່ງ ສປປ.ລາວ ແມ່ນໄດ້ຮັບໂຄງການຊ່ວຍເຫຼືອ ຈໍານວນ 3 ໂຄງການ ມູນຄ່າ 150,000 ໂດລາສະຫະລັດ ທີ່ນອນໃນຂົງເຂດວຽກງານກະສິກຳ, ກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ອິນ​ເດຍ ທີ່​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ ຄັ້ງ​ທີ 1 ໃນ​ຫົວ​ຂໍ້: ການ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ມາ​ເລ​ເລຍ ໃນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງ​ຄາ (Pandamic Malaria and Dengue Management among Mekong Ganga Cooperation) ແລະ ກອງປະຊຸມ ກ່ຽວກັບວຽກງານ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (Micro Small and Medium Enterprise-MSME) ຄັ້ງທີ 1 ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ສຳລັບ ວິສາຫະກິດ ຂະຫນາດນ້ອຍ ແລະ ຂະໜາດກາງ ຈາກບັນດາປະເທດ ສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນປືກສາຫາລື ກ່ຽວກັບ ທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການຮ່ວມມື (1) ດ້ານການພັດທະນາຊັບພະຍາກອນມະນຸດ, ເຊິ່ງອິນເດຍຈະສະໜອງທຶນການສຶກສາຈຳນວນໜື່ງ ໃຫ້ແກ່ບັນດາປະເທດສະມາຊິກແມ່ນໍ້າຂອງ, (2) ການຮ່ວມມືດ້ານການທ່ອງທ່ຽວ ໂດຍ ອິນເດຍ ແລະ ມຽນມາ ຈະພິມປື້ມຄູ່ມື ສໍາລັບນັກທ່ອງທ່ຽວ ເພື່ອໂຄສະນາແຫຼ່ງທ່ອງທ່ຽວ ທີ່ເປັນເອກະລັກສະເພາະ ຂອງບັນດາປະເທດສະມາຊິກ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ສາມາດດຶງດູດເອົານັກທ່ອງທ່ຽວ ໃຫ້ຫຼາຍຂຶ້ນໃນພາກພື້ນນີ້ ແລະ (3) ການຮ່ວມມືດ້ານວຽກງານກະສິກຳ ເຊິ່ງຝ່າຍອິນເດຍໃນນາມປະເທດຄູ່ຮ່ວມພັດທະນາ ສະເໜີໃຫ້ມີການຈັດກອງປະຊຸມ ໜ່ວຍງານກະສິກຳ ຄັ້ງທີ 1 ຂຶ້ນ ໃນຫົວຂໍ້ (Rice Germplasm) ໃນເດືອນພະຈິກ 2018 ທີ່ ນິວເດລີ, ອິນເດຍ.

ກອງປະຊຸມ ໄດ້ຮ່ວມກັນຮັບຮອງເອົາເອກະສານສຳຄັນ 1 ສະບັບ ຄື: ຖະແຫຼງການຮ່ວມກອງປະຊຸມ ລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9 ເພື່ອໃຫ້ເປັນເອກະສານອ້າງອີງ ໃນການຈັດຕັ້ງຜັນຂະຫຍາຍການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມລັດຖະມົນຕີຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 10 ຈະຈັດຂຶ້ນ ໃນໄລຍະດຽວກັນກັບ ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ ໃນປີ 2019, ທີ່ ປະເທດໄທ, ໂດຍການເປັນປະທານຂອງ ສສ. ຫວຽດນາມ.

No comments

Powered by Blogger.