ລຸກຊຳລວກສະໜອງທຶນຊ່ວຍເຫຼືອ 750,000 ເອີໂຣ ສ້າງໂຮງຮຽນ 14 ແຫ່ງ ທີ່ແຂວງວຽງຈັນ - ອິດສະຫຼະ

ລຸກຊຳລວກສະໜອງທຶນຊ່ວຍເຫຼືອ 750,000 ເອີໂຣ ສ້າງໂຮງຮຽນ 14 ແຫ່ງ ທີ່ແຂວງວຽງຈັນ



ສຳນັກຂ່າວສານປະເທດລາວລາຍງານວ່າ: ລັດຖະບານລຸກຊຳບວກ ໄດ້ຊ່ວຍເຫຼືອກໍ່ສ້າງອາຄານຮຽນຫລັງໃໝ່ ຈຳນວນ 14 ແຫ່ງຢູ່ແຂວງວຽງຈັນ, ເຊິ່ງລວມມີໂຮງຮຽນປະຖົມ ຈຳນວນ 7 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 4 ແຫ່ງ ແລະ ໂຮງຮຽນອະນຸບານ 3 ແຫ່ງ ລວມມູນຄ່າທັງໝົດ 7.5 ຕື້ກີບ (750,000 ເອີໂຣ). ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ Claude Jentgen ອຸປະທູດລຸກຊຳບວກປະຈຳ ສປປ ລາວ.

ການກໍ່ສ້າງອາຄານຮຽນແມ່ນທຶນຊ່ວຍເຫຼືອ ພາຍໃຕ້ໂຄງການພັດທະນາທ້ອງຖິ່ນແຂວງບໍ່ແກ້ວ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ແລະ ແຂວງວຽງຈັນ (ໂຄງການ LAO/030) ທີ່ຈັດຕັ້ງປະຕິບັດໂດຍອົງການ LuxDev. ພ້ອມນັ້ນໂຄງການດັ່ງກ່າວ ຍັງປະກອບທຶນຊ່ວຍເຫລືອການກໍ່ສ້າງໂຮງຮຽນແຫ່ງໃໝ່ໃນແຂວງບໍ່ແກ້ວ, ແຂວງບໍລິຄຳໄຊ, ແຂວງຄຳມ່ວນ ລວມທັງໝົດ ຈຳນວນ 39 ແຫ່ງ ເຊິ່ງຈະເປີດຂຶ້ນໃນປີ 2018-2019.

ພິທີເຊັນສັນຍາການກໍ່ສ້າງອາຄານຮຽນຫລັງໃໝ່ໄດ້ຈັດຂຶ້ນ ໃນວັນທີ 2 ສິງຫາ 2018 ທີ່ແຂວງວຽງຈັນລະຫວ່າງ ທ່ານ ສຸກັນ ວິໄລຣັດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງວຽງຈັນ, ທ່ານ ອິນໂທ ວິໄລສານ ຮອງຫົວໜ້າພະແນກສຶກສາ ແລະ ກິລາ ແຂວງວຽງຈັນ ແລະ ຕົວແທນຈາກ ບໍລິສັດຮັບເໝົາກໍ່ສ້າງເປັນຕົ້ນແມ່ນ: ບໍລິສັດ ສີບຸນເຮືອງ ກໍ່ສ້າງເຄຫາ ຈຳກັດ, ບໍລິສັດ ຣິດທິຜົນ ທີ່ປຶກສາ ສຳຫຼວດ ແລະ ອອກແບບ ກໍ່ສ້າງເຄຫາ ຈຳກັດ, ບໍລິສັດ ພັດທະນາສາມລ່ຽມເສດຖະກິດຄົບວົງຈອນ ຈຳກັດ, ບໍລິສັດ ພັດທະນາສາມຫຼ່ຽມເສດຖະກິດຄົບວົງຈອນ ຈຳກັດ, ໂຮງຮຽນດັ່ງກ່າວ ແມ່ນຈະເລີ່ມດຳເນີນການກໍ່ສ້າງ ໃນກາງເດືອນສິງຫາປີ 2018 ແລະ ຄາດວ່າຈະສຳເລັດພາຍໃນໄລຍະເວລາ 6 ເດືອນ.



No comments

Powered by Blogger.