ສປປ.ລາວ ໄດ້ທຶນຈາກຂອບການຮ່ວມມືແມ່ນ້ຳຂອງ-ເກົາຫຼີໃຕ້ ກວ່າ 7 ແສນໂດລາ ເພື່ອປະຕິບັດຫຼາຍໂຄງການ - ອິດສະຫຼະ

ສປປ.ລາວ ໄດ້ທຶນຈາກຂອບການຮ່ວມມືແມ່ນ້ຳຂອງ-ເກົາຫຼີໃຕ້ ກວ່າ 7 ແສນໂດລາ ເພື່ອປະຕິບັດຫຼາຍໂຄງການ



ກະຊວງການຕ່າງປະເທດລາຍງານເມື່ອວັນທີ 3 ສິງຫາ 2018 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງຕ່າງປະເທດ ຂອງ ສປປ.ລາວ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ເກົາຫຼີໃຕ້ ຄັ້ງທີ 8 ຮ່ວມກັບ ທ່ານ ນາງ ຄັງ ຍັງ ວາ ລັດຖະມົນຕີຕ່າງປະເທດເກົາຫຼີໃຕ້.


ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າ ການຈັດຕັ້ງປະຕິບັດຜັນຂະຫຍາຍ 2 ເອກະສານສໍາຄັນຄື: ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ເກົາຫຼີໃຕ້ ຄັ້ງທີ 7 ແລະ ແຜນປະຕິບັດງານ ແມ່ນໍ້າຂອງ-ເກົາຫຼີໃຕ້ 2017-2020 ໂດຍສຸມໃສ່ 3 ແຜນງານ ປະກອບມີ 6 ຂະແໜງການບູລິມະສິດ.

ບັນດາປະເທດສະມາຊິກ ໄດ້ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຊ່ວຍເຫຼືອຈາກກອງທຶນ ແມ່ນໍ້າຂອງ-ເກົາຫຼີໃຕ້, ເຊິ່ງ ສປປ.ລາວ ແມ່ນກຳລັງຈັດຕັ້ງປະຕິບັດ 2 ໂຄງການ ຄື: “ໂຄງການເພີ່ມຄວາມອາດສາມາດຂອງປະຊາຊົນ ແລະ ບັນດາເມືອງທຸກຍາກຂອງ ສປປ.ລາວ ໃນການເຂົ້າເຖິງນິຕິກຳ ຂອງຂະແໜງການອຸດສາຫະກຳ ແລະ ການຄ້າ ເພື່ອເປັນການກະກຽມໃຫ້ແກ່ການເຊື່ອມໂຍງ, ການຮ່ວມມືທາງດ້ານເສດຖະກິດ, ສະຖາບັນຕ່າງໆ ແລະ ການເປີດກວ້າງທາງດ້ານການຄ້າ” ມີມູນຄ່າປະມານ 423,000 ໂດລາສະຫະລັດ; “ໂຄງການສ້າງແຜນແມ່ບົດ ແລະ ຄວາມອາດສາມາດ ເພື່ອພັດທະນາພື້ນຖານໂຄງລາງ ດ້ານອຸຕຸນິຍົມ-ອຸທົກກະສາດ ໃນອ່າງແມ່ນໍ້າຂອງ ຂອງ ສປປ.ລາວໃຫ້ທັນສະໄໝ” ມູນຄ່າ 350,000 ໂດລາສະຫະລັດ.

ນອກຈາກນີ້ ກອງປະຊຸມໄດ້ຮ່ວມກັນປືກສາຫາລື ແຜນການເປີດກວ້າງ ແລະ ຂະຫຍາຍການຮ່ວມມືໃນຕໍ່ໜ້າ ໃຫ້ຮັດແໜ້ນຂຶ້ນອີກ, ໂດຍສະເພາະ ການຍົກລະດັບກົນໄກການຮ່ວມມື ຈາກລະດັບກອງປະຊຸມລັດຖະມົນຕີຕ່າງປະເທດ ຂຶ້ນເປັນກອງປະຊຸມສຸດຍອດ ໃນຕໍ່ໜ້າ. ບັນດາລັດຖະມົນຕີຕ່າງປະເທດ ໄດ້ຮັບຮອງເອົາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື ແມ່ນໍ້າຂອງ-ເກົາຫຼີໃຕ້ຄັ້ງທີ 8 ເພື່ອເປັນເອກະສານອ້າງອີງ ໃນການຈັດຕັ້ງຂອບການຮ່ວມມືດັ່ງກ່າວໃນຕໍ່ໜ້າ.​






No comments

Powered by Blogger.