ກຸ່ມປະເທດແມ່ນ້ຳຂອງຕອນລຸ່ມ ກັບ ສ.ອາເມຣິກາ ໄດ້ລົງນາມຮັບຮອງເອົາເອກະສານການຮ່ວມມືຫຼາຍສະບັບ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhu6HjX9HMrvqRWTYFxIYvJ1dXAuxOI2TvT931qaUE8SXnFXZ7-RskknHWvTav0Z71vcZp4U9rnzqQuai7ciaVie8pduWlxEoZbQXB9Yxc29oh7vp23cQL8QlvMDrs3q4gh7Rb6Vl2l5Zg/s1600/1936.jpg)
ກະຊວງການຕ່າງປະເທດລາຍງານເມື່ອວັນທີ 3 ສິງຫາ 2018 ທີ່ຜ່ານມາວ່າ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມື ແມ່ນໍ້າຂອງຕອນລຸ່ມ-ສ.ອາເມລິກາ ຄັ້ງທີ 11 ຮ່ວມກັບ ທ່ານ ໄມ ພອມແພວ, ລັດຖະມົນຕີຕ່າງປະເທດ ສ.ອາເມລິກາ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEiMGcC0pUC8QP3dmrwHszRIkhremSLaKFr235FnwBwBueXIs2inMbRXuqjc8tKKmBgkXkzaemn7jzttFc4Ic5Fw2T21EaW7j_beLApcY1hSlqhetmUMTyHNgOKVu-vE8a6dYgzPN3LNDFM/s1600/1938.jpg)
ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານ 5 ປີ (2016-2020) ກໍ່ຄືການຈັດຕັ້ງປະຕິບັດໂຄງການຕ່າງໆໃນໄລຍະໜຶ່ງປີຜ່ານມາ, ເປັນຕົ້ນຄວາມຄືບໜ້າ ໂຄງການເຝິກອົບຮົມ ໃຫ້ແກ່ພະນັກງານ ແລະ ຊ່ຽວຊານຂະແໜງ ສາທາລະນະສຸກ ຫຼາຍກວ່າ 182 ທ່ານ ກ່ຽວກັບ ການຕ້ານການລື້ງຢາຂອງພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງ ຕໍ່ພະຍາດລະບາດໃນສັດ ພາຍໃຕ້ໂຄງການ (One Health Networks) ແລະ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການຮ່ວມມືກັບຄູ່ຮ່ວມພັດທະນາຂອງປະເທດ ແມ່ນ້ຳຂອງຕອນລຸ່ມ-ສ.ອາເມລິກາ ເພື່ອແລກປ່ຽນແນວທາງການສຶກສາ ແລະ ເຕັກໂນໂລຊີທີ່ທັນສະໄຫມຂອງຂະແໜງການສຶກສາ.
ນອກຈາກນີ້, ກອງປະຊຸມ ໄດ້ປຶກສາຫາລື ເພື່ອປັບປຸງເສົາຄໍ້າບູລິມະສິດຂອງຂອບຮ່ວມມືດັ່ງກ່າວ ຈາກ 6 ເສົາຄ້ຳ ມາເປັນ 2 ເສົາຄ້ຳ ຄື: 1. ນໍ້າ, ພະລັງງານ, ອາຫານ ແລະ ສິ່ງແວດລ້ອມ; 2. ການພັດທະນາຊັບພະຍາກອນມະນຸດ ແລະ ການເຊື່ອມຈອດ. ພ້ອມນີ້ຍັງໄດ້ປັບປຸງແຜນປະຕິບັດງານ 5 ປີ ເພື່ອເປັນພື້ນຖານໃຫ້ແກ່ການຈັດຕັ້ງປະຕິບັດ ບັນດາວຽກງານຂອງແຕ່ລະເສົາຄໍ້າບູລິມະສິດ ໃຫ້ມີປະສິດທິພາບຂຶ້ນຕື່ມ ລວມທັງຄວາມຄືບໜ້າ ການຜັນຂະຫຍາຍຂໍ້ລິເລີ່ມການແລກປ່ຽນຂໍ້ມູນແມ່ນ້ຳຂອງ ທີ່ໄດ້ຮັບຮອງ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10.
ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານ ຄື: 1) ຖະແຫຼງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 11; 2) ເອກະສານແນວຄວາມຄິດ ກ່ຽວກັບ ການປັບປຸງເສົາຄໍ້າບູລິມະສິດ; 3) ແຜນປະຕິບັດງານ 5 ປີ (2016-2020) ສະບັບປັບປຸງໃໝ່; ແລະ 4) ຖະແຫຼງການຮ່ວມເພື່ອສ້າງຄວາມເຂັ້ມແຂງ ດ້ານການແລກປ່ຽນຂໍ້ມູນແມ່ນໍ້າຂອງ ລະຫວ່າງ ເພື່ອນແມ່ນ້ຳຂອງຕອນລຸ່ມ ແລະ ຄະນະກຳມະການແມ່ນ້ຳຂອງສາກົນ (MRC).
![](https://blogger.googleusercontent.com/img/b/R29vZ2xl/AVvXsEjHl6V2HTKLvmOyQrkVog5SiRes1iBH4thPKLynLa6Kr-Coo5D8oRvceuDa6hEM9Md4WFhkHqGr9uxIZvnzLb6A_xtg3YzciWubE-hPafOUgLJ7ctGXqDXVhTc5-OHlQrdCIkBFrFRO1fc/s1600/1937.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEj9PDlOu2CJIBM9DOk6vMWSjcMEGvGPBvHAmERdTpl-Q5wWYysKv6jxKV7BMfHwtIPfo5CkE-KAje2DHUVf1lZdH-HkfFatSSjQ6Lk9Zqbwr3H59tOEzmcnOj9xpjZwrdr9d7bjNaOKENI/s1600/1939.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ