ພົບແລ້ວ 30 ສົບ ຍັງສູນຫາຍ 101 ຄົນຈາກເຫດເຂື່ອນແຕກ ແລະ ສະຫຼຸບຍອດບໍລິຈາກ 3 ສິງຫາ 2018 - ອິດສະຫຼະ

ພົບແລ້ວ 30 ສົບ ຍັງສູນຫາຍ 101 ຄົນຈາກເຫດເຂື່ອນແຕກ ແລະ ສະຫຼຸບຍອດບໍລິຈາກ 3 ສິງຫາ 2018



ລາຍງານ 4 ສິງຫາ 2018, ຈາກການຖະແຫຼງຂອງທາງການແຂວງອັດຕະປື ຕໍ່ກັບການຄົ້ນຫາຜູ້ຖືກເຄາະຮ້າຍ ຈາກໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ພົບແລ້ວ 30 ສົບ ແລະ ຍັງສູນຫາຍ 101 ຄົນ ຈາກຕົວເລກທັງໝົດ 131 ຄົນທີ່ສູນຫາຍ.

ເຊິ່ງບັນດາໜ່ວຍກູ້ໄພຈາກຫຼາຍພາກສ່ວນຍັງສືບຕໍ່ຄົ້ນຫາຢ່າງຕໍ່ເນື່ອງ ເຖິງແມ່ນວ່າຈະຍັງມີອຸປະສັກຫຼາຍຢ່າງໃນການຊອກຄົ້ນຫາຜູ້ສູນຫາຍກໍ່ຕາມ ເພາະພື້ນທີ່ປະສົບໄພແມ່ນເຕັມໄປດ້ວຍຂີ້ຕົມປະລິມານມະຫາສານ ແລະ ບາງຈຸດເລິກພຽງແອວ, ພຽງຄໍ, ໂດຍສ່ວນຫຼາຍສົບຂອງຜູ້ສູນຫາຍທີ່ເສຍຊີວິດ ແມ່ນຖືກຝັງຢູ່ໃນຂີ້ຕົມ, ອີກຢ່າງໜຶ່ງເຄື່ອງມືທີ່ທັນສະໄໝ ແລະ ລົດບໍ່ສາມາດເຂົ້າເຖິງພື້ນທີ່ໄດ້.

ສຳລັບຍອດບໍລິຈາກຊ່ວຍເຫຼືອ ບໍ່ວ່າຈະເປັນເຄື່ອງອຸປະໂພກບໍລິໂພກ, ເຂົ້າສານອາຫານແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເງິນທີ່ໄດ້ຮັບຈາກການບໍລິຈາກທັງພາຍໃນ ແລະ ຕ່າງປະເທດຜ່ານທາງແຂວງອັດຕະປື ຕົວເລກໃນວັນທີ 3 ສິງຫາ 2018 ມີຜູ້ບໍລິຈາກ 1,799 ພາກສ່ວນ ເປັນມູນຄ່າທັງໝົດ 64,959,000,781 ກີບ ໃນນັ້ນມີເງິນສົດ 25,408,878,912 ກີບ ແລະ ວັດຖຸຕ່າງໆລວມເປັນເງິນມູນຄ່າ 39,550,121,869 ກີບ, ເຖິງຢ່າງໃດກໍ່ຕາມເຈົ້າໜ້າທີ່ອຳນາດການປົກຄອງແຂວງອັດຕະປື ຍັງຍິນດີຕ້ອນຮັບເອົາເຄື່ອງຊ່ວຍເຫຼືອຈາກທຸກພາກສ່ວນທີ່ຈິງໃຈປະກອບສ່ວນທັງພາຍໃນ ແລະ ຕ່າງປະເທດຢ່າງຕໍ່ເນື່ອງ ແລະ ຍິນດີຮັບເອົາເຄື່ອງຊ່ວຍເຫຼືອຈາກສັງຄົມທຸກພາກສ່ວນ.

ໃນດ້ານຍອດບໍລິຈາກຊ່ວຍເຫຼືອໄພນ້ຳຖ້ວມ ປີ 2018 ຜ່ານສູນຮັບບໍລິຈາກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ເລີ່ມຮັບບໍລິຈາກມາຕັ້ງແຕ່ວັນທີ 24 ກໍລະກົດ ເປັນຕົ້ນມາ ຈົນເຖິງວັນທີ 3 ສິງຫາ 2018 ມີຜູ້ບໍລິຈາກແລ້ວ 609 ພາກສ່ວນ ທີ່ສັງລວມເອົາທັງເປັນເງິນສົດ ແລະ ເຄື່ອງອຸປະໂພກບໍລິໂພກ ສະເພາະເງິນກີບມີມູນຄ່າ 14,040,382,000.10 ກີບ,​ ເງິນບາດ 16,661,712.25 ບາດ ແລະ ເງິນໂດລາ 1,974,148.32 ໂດລາສະຫະລັດ (ບໍ່ລວມມູນຄ່າການຊ່ວຍເຫຼືອຜ່ານລັດຖະບານ, ບັນດາກະຊວງ, ສຳນັກງານ, ແຂວງ ແລະ ສູນບໍລິຈາອື່ນໆ).

No comments

Powered by Blogger.