ດັງໄປທົ່ວໂລກ “ຂົວຄຳ” ຈຸດຊົມວິວແຫ່ງໃໝ່ຂອງຫວຽດນາມ ດ້ວຍການອອກແບບທີ່ເປັນເອກະລັກ - ອິດສະຫຼະ

ດັງໄປທົ່ວໂລກ “ຂົວຄຳ” ຈຸດຊົມວິວແຫ່ງໃໝ່ຂອງຫວຽດນາມ ດ້ວຍການອອກແບບທີ່ເປັນເອກະລັກ



ຫວຽດນາມຖືເປັນໜຶ່ງໃນປະເທດທີ່ຂຶ້ນຊື່ເລື່ອງການສ້າງຈຸດຂາຍ ເພື່ອດຶງດຸດນັກທ່ອງທ່ຽວ, ຫຼ້າສຸດກໍ່ໄດ້ເຮັດໃຫ້ນັກທ່ອງທ່ຽວຫຼັ່ງໄຫຼໄປທີ່ “ຂົວຄຳ” ຈຸດຊົມວິວແຫ່ງໃໝ່ຂອງຫວຽດນາມ ທີ່ຖືກສ້າງຂຶ້ນທ່າມກາງທຳມະຊາດ ດ້ວຍຄວາມຍາວ 150 ແມັດ ທີ່ Ba Na Hills, ດານັງ ປະເທດຫວຽດນາມ, ເຊິ່ງແຫຼ່ງທ່ອງທ່ຽວດັ່ງກ່າວໄດ້ມີການລົງທຶນສູງເຖິງ 2,000 ລ້ານໂດລາສະຫະລັດ ໂດຍກຸ່ມບໍລິສັດ Sun Group.

ພາບຖ່າຍຂົວຄຳ ກາຍເປັນກະແສໂດ່ງດັງໄປທົ່ວໂລກ ຜ່ານການເຜີຍແຜ່ທາງໂລກອອນລາຍ ເຊິ່ງຜູ້ທີ່ເຫັນຕ່າງກໍ່ພາກັນສະແດງຄວາມຊົມເຊີຍເຖິງການອອກແບບທີ່ເປັນເອກະລັກ ອັນສາມາດດຶງດູດນັກທ່ອງທ່ຽວໄດ້ເປັນຢ່າງດີ ໂດຍເຮັດໃຫ້ນັກທ່ອງທ່ຽວທີ່ມາຢ້ຽມຢາມຂົວດັ່ງກ່າວ ຮູ້ສຶກຄືກັບວ່າກຳລັງຍ່າງຢູ່ເທິງອຸ້ງມືຂະໜາດໃຫຍ່.

Ba Na Hills ໃນອະດີດເຄີຍເປັນປ້ອມຂອງຝຣັ່ງເມື່ອປີ 1919 ທີ່ຖືກພັດທະນາຈົນກາຍມາເປັນແຫຼ່ງທ່ອງທ່ຽວສຳຄັນແຫ່ງໜຶ່ງຂອງຫວຽດນາມ ຈາກການຕົກແຕ່ງສະພາບໃຫ້ຄືກັບຝຣັ່ງໃນຍຸກກາງ ທີ່ມີທັງຫໍປາສາດ, ໂບສ, ສວນທີ່ຕົກແຕ່ງຢ່າງສວຍງາມ ແລະ ພິພິທະພັນຫຸ່ນຂີ້ເຜິ້ງບັນດາຄົນດັງຈາກທົ່ວໂລກ.




No comments

Powered by Blogger.