ທ່ານຮູ້ບໍ່ວ່າ ສະໜາມໄຊ ຄືດິນແດນວິລະຊົນແຫ່ງຊາດ ທີ່ປະຊາຊົນຕໍ່ສູ້ແລກມາດ້ວຍເລືອດເນື້ອ ແລະ ຊີວິດຈາກພວກລ່າເມືອງຂຶ້ນ - ອິດສະຫຼະ

ທ່ານຮູ້ບໍ່ວ່າ ສະໜາມໄຊ ຄືດິນແດນວິລະຊົນແຫ່ງຊາດ ທີ່ປະຊາຊົນຕໍ່ສູ້ແລກມາດ້ວຍເລືອດເນື້ອ ແລະ ຊີວິດຈາກພວກລ່າເມືອງຂຶ້ນ



ໃນຂະນະນີ້, ບໍ່ມີໃຜທີ່ຈະບໍ່ຮູ້ຈັກເມືອງສະໜາມໄຊ ແຂວງອັດຕະປື ທີ່ໄດ້ກາຍເປັນຂ່າວໃຫຍ່ໂດ່ງດັງໄປທົ່ວທຸກມຸມໂລກ ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອເວລາປະມານ 20:00 ໂມງ ຂອງວັນທີ 23 ກໍລະກົດ 2018 ທີ່ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນເມືອງສະໜາມໄຊ ລວມໄປເຖິງທຳມະຊາດ ແລະ ສະພາບແວດລ້ອມຂອງເມືອງສະໜາມໄຊຢ່າງບໍ່ສາມາດປະເມີນຄ່າໄດ້.


ໂດຍບ້ານທີ່ໄດ້ຮັບຜົນກະທົບໜັກທີ່ສຸດປະກອບມີ ບ້ານຫິນລາດ, ບ້ານໃໝ່, ບ້ານທ່າຫິນ, ບ້ານທ່າແສງຈັນ, ບ້ານແທໃຫຍ່, ບ້ານສະໜອງ ມີຈຳນວນ 1,617 ຄອບຄົວ ແລະ ມີພົນລະເມືອງ 7,095 ຄົນໄດ້ຮັບຜົນກະທົບ, ນອກຈາກນີ້ຍັງມີຜູ້ສູນຫາຍຢ່າງໜ້ອຍ 131 ຄົນ (ພົບເປັນພົບແລ້ວ 30 ຍັງສູນຫາຍ 101 ຄົນ ຂໍ້ມູນ 4 ສິງຫາ 2018).


ໃນສະໄໝລ່າເມືອງຂຶ້ນຝຣັ່ງ ດ້ວຍນ້ຳໃຈອັນພິລະອາດຫານ ຂອງການບໍ່ຍອມຖືກກົດຂີ່ຂູດຮີດຂອງປະຊາຊົນລາວບັນດາເຜົ່າໃນເຂດລ່ອງນ້ຳເຊປ່ຽນ ແລະ ເຂດດົງບໍລະເວນເກົ່າ (ເມືອງອຸດົມສິນ ໃນອະດີດ) ລວມທັງເຂດແຂວງເຊກອງ ແລະ ສາລະວັນທີ່ເປັນຫຼັກໃນໄລຍະນັ້ນ ໄດ້ເກີດມີຂະບວນລຸກຮືຂຶ້ນຂອງປະຊາຊົນລາວບັນດາເຜົ່າ ເພື່ອຕໍ່ສູ້ກັບສັດຕູ້ຜູ້ຮຸກຮານໃນເຂດນັ້ນ ແລະ ໄດ້ເກີດມີຂະບວນການນຳພາຕໍ່ສູ້ ໃນປີ 1901-1937 ພາຍໃຕ້ການນຳພາຂອງອົງແກ້ວ ແລະ ອົງກົມມະດຳ ເຖິງແມ່ນວ່າຂະບວນການພາຍໃຕ້ການນຳພາຂອງອົງແກ້ວ-ອົງກົມມະດຳຈະປະລາໄຊກໍ່ຕາມ ແຕ່ມັນໄດ້ເຮັດໃຫ້ທະຫານຝຣັ່ງຈຳນວນບໍ່ໜ້ອຍຕ້ອງຈົບຊີວິດລົງ ແລະ ເຮັດໃຫ້ພວກເຂົາຕ້ອງພົບກັບຄວາມຫຍຸ້ງຍາກຫຼາຍດ້ານ, ຂະບວນການຕໍ່ສູ້ດັ່ງກ່າວຍັງສະແດງໃຫ້ພວກເຮົາເຫັນນ້ຳໃຈຕໍ່ສູ້ອັນພິລະອາດຫານ ບໍ່ຍອມຈຳນົນຕໍ່ສັດຕູຂອງປະຊາຊົນລາວ ທັງເປັນບົດຮຽນໃຫ້ຂະບວນການຕໍ່ສູ້ໃນໄລຍະຕໍ່ມາ.


ຕໍ່ມາພາຍໃຕ້ການນຳພາຕໍ່ສູ້ປົດປ່ອຍຊາດຂອງພັກຄອມມູນິດອິນດູຈີນ, ປະຊາຊົນລາວບັນດາເຜົ່າໃນເມືອງສະໜາມໄຊກໍ່ໄດ້ເຂົ້າຮ່ວມຢ່າງແຂ່ງຂັນ ໂດຍໃນເດືອນເມສາ 1947 ສະເດັດເຈົ້າສຸພານຸວົງ ໄດ້ປະກາດສ້າງຕັ້ງກອງກຳລັງປະກອບອາວຸດຂຶ້ນພາຍໃຕ້ຊື່ “ກອງໄຊຈັກກະພັດ” ແລະ ”ກອງສາມແສນໄທ” ເພື່ອເຄື່ອນໄຫວຢູ່ບໍລິເວນແຂວງຈຳປາສັກ ແລະ ແຂວງອັດຕະປື ເພື່ອສ້າງຮາກຖານການເມືອງ ທັງຕີສັດຕູຕາມເສັ້ນທາງເລກທີ 13, ເສັ້ນທາງອື່ນໆ ແລະ ລຽບຕາມແມ່ນ້ຳຂອງ ລວມໄປເຖິງລ່ອງນ້ຳເຊປຽນ. ຕໍ່ມາໃນວັນທີ 1 ມີນາ 1949 ລັດຖະບານລາວອິດສະຫຼະ ພາຍໃຕ້ການນຳພາຂອງພັກຄອມມູນິດອິນດູຈີນ ຈຶ່ງໄດ້ມີການແຕ່ງຕັ້ງຄະນະກຳມະການຕໍ່ຕ້ານເຂດລາວໃຕ້ຂຶ້ນ ທີ່ເມືອງດັກຈິງ ແຂວງອັດຕະປື (ປັດຈຸບັນຂຶ້ນກັບແຂວງເຊກອງ) ຢູ່ໃນຄະນະກຳມະການຕໍ່ຕ້ານເຂດນີ້ ທ່ານ ຄຳໄຕ ສີພັນດອນ ໄດ້ຮັບແຕ່ງຕັ້ງໃຫ້ເປັນຜູ້ຕ່າງໜ້າລັດຖະບານລາວອິດສະຫຼະ ແລະ ທ່ານ ສິທົນ ກົມມະດຳໄດ້ຮັບແຕ່ງຕັ້ງເປັນປະທານເຂດຕໍ່ຕ້ານ ໂດຍມີເຂດທີ່ໝັ້ນຂອງການປະຕິວັດຢູ່ ເມືອງສະໜາມໄຊ ເພື່ອເຄື່ອນໄຫວຊີ້ນຳບັນຊາການຕໍ່ສູ້ຕ້ານສັດຕູຜູ້ຮຸກຮານຢູ່ເຂດດົງບໍລະເວນ ແລະ ສາຍພູຫຼວງພາກໃຕ້.

ຈົນມາຮອດວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນແຂວງຫົວພັນຈຶ່ງໄດ້ມີການປະກາດລວມເອົາກອງກຳລັງປະກອບອາວຸດທີ່ມີຢູ່ຍັ່ງຍາຍແຕ່ເຫຼືອຕະຫຼອດໃຕ້ເຂົ້າເປັນ “ກອງທັບລາວອິດສະຫຼະ” (ກອງທັບປະຊາຊົນລາວ ໃນປັດຈຸບັນ) ໂດຍປະກອບມີ:
- ກອງຟ້າງຸ່ມ ພາຍໃຕ້ການນຳພາຂອງທ່ານ ໝື່ນ ສົມວິຈິດ
- ກອງໄຊຈັກກະພັດ ພາຍໃຕ້ການປະກາດສ້າງຕັ້ງຂອງສະເດັດເຈົ້າສຸພານຸວົງ
- ກອງສາມແສນໄທ ພາຍໃຕ້ການປະກາດສ້າງຕັ້ງຂອງສະເດັດເຈົ້າສຸພານຸວົງ
- ກອງປັດໄຈ (ກອງປາໄຈ) ພາຍໃຕ້ການນຳພາຂອງທ່ານ ໄຟດ່າງ ລໍເບຼຍຢາວ ແລະ ທ່ານ ຕູ້
- ກອງລາດຊະວົງ ພາຍໃຕ້ການນຳພາຂອງທ່ານ ໄກສອນ ພົມວິຫານ
- ກອງໄຊເສດຖາ ພາຍໃຕ້ການນຳພາຂອງທ່ານ ໜູຮັກ ພູມສະຫວັນ

ຈົນມາຮອດໄລຍະປົດປ່ອຍຊາດ ແລະ ສາຖາປະນາເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວນັບແຕ່ຕັ້ງປີ 1975 ເປັນຕົ້ນມາ, ເພື່ອເຊີດຊູນ້ຳໃຈອັນພິລະອາດຫານຂອງປະຊາຊົນຊາວເມືອງສະໜາມໄຊ ແຂວງອັດຕະປື ລັດຖະບານແຫ່ງ ສປປ.ລາວ ຈຶ່ງໄດ້ມີການຮັບຮອງເອົາເມືອງສະໜາມໄຊ ເປັນໜຶ່ງໃນດິນແດນວິລະຊົນແຫ່ງຊາດ ນອກນັ້ນແລ້ວບ້ານຫິນລາດ ແລະ ບ້ານແທ ເມືອງສະໜາມໄຊ ກໍ່ຍັງໄດ້ຮັບນາມມະຍົດເປັນບ້ານ ເປັນດິນແດນວິລະຊົນແຫ່ງຊາດອີກດ້ວຍ ເຊິ່ງທັງສອງບ້ານດັ່ງກ່າວນັ້ນກໍ່ແມ່ນໄດ້ຮັບຜົນກະທົບໂດຍກົງ ແລະ ເສຍຫາຍຢ່າງໜັກໜ່ວງຕໍ່ກັບເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.



No comments

Powered by Blogger.