ຜູ້ນຳເວເນຊູເອລາຖືກລອບສັງຫານ ດ້ວຍໂດຣນຖິ້ມລະເບີດ, ຂະນະທີ່ໂກໂລມບີ ຖືກກ່າວຫາວ່າຢູ່ເບື້ອງຫຼັງເຫດການນີ້ - ອິດສະຫຼະ

ຜູ້ນຳເວເນຊູເອລາຖືກລອບສັງຫານ ດ້ວຍໂດຣນຖິ້ມລະເບີດ, ຂະນະທີ່ໂກໂລມບີ ຖືກກ່າວຫາວ່າຢູ່ເບື້ອງຫຼັງເຫດການນີ້



ສຳນັກຂ່າວຕ່າງປະເທດລາຍງານ 4 ສິງຫາ 2018 ວ່າ: ທ່ານ ຮໍເກ ໂຣຣິເກສ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງເວເນຊູເອລາ ກ່າວວ່າ ເກີດເຫດລະເບີດຫຼາຍຄັ້ງ ໃນພິທີສະເຫຼີມສະຫຼອງຄົບຮອບ 81 ວັນສ້າງຕັ້ງກອງທັບໂບວິວາແຫ່ງຊາດເວເນຊູເອລາ ທີ່ຈັດຕຸລັດຫຼວງກາງນະຄອນຫຼາງກາຣາກັສ ເມື່ອຕົນແລງວັນເສົາ ຕາມເວລາທ້ອງຖິ່ນ ໃນຂະນະທີ່ທ່ານ ນິໂຄລັສ ມາດູໂຣ ປະທານປະເທດເວເນຊູເອລາ ກຳລັງກ່າວປາໄສ.



ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ໜ່ວຍອາລັກຂາສາມາດນຳຕົວທ່ານ ນິໂຄລັສ ມາດູໂຣ ປະເທດປະເທດເວເນຊູເອລາ ແລະ ບຸກຄົນສຳຄັນຫຼາຍຄົນອອກຈາກຈຸດເກີດເຫດໄດ້ທັນເວລາ ໂດຍບໍ່ໄດ້ຮັບບາດເຈັບ ແຕ່ມີລາຍງານວ່າ ທະຫານເຂົ້າຮ່ວມພິທີໄດ້ຮັບບາດເຈັບ 7 ຄົນ ເບື້ອງຕົ້ນມີການສັນນິຖານວ່າການປ່ອຍລະເບີດແມ່ນມາຈາກວັດຖຸຄ້າຍກັບໂດຣນ ເຊິ່ງບິນວົນວຽນຢູ່ເໜືອພິທີແລ້ວປ່ອຍລະເບີດລົງມາ. ເຊິ່ງລັດຖະບານເວເນຊູເອລາ ຖືວ່າເຫດການດັ່ງກ່າວເປັນການກໍ່ການຮ້າຍ ໂດຍກຸ່ມຄົນບໍ່ຫວັງດີທີ່ຕ້ອງການໂຄນລົ້ມອຳນາດລັດຖະບານ ແລະ ຕ້ອງການສັງຫານທ່ານ ນິໂຄລັສ ມາດູໂຣ.



ພາຍຫຼັງເກີດເຫດ, ທ່ານ ນິໂຄລັສ ມາດູໂຣ ຖະແຫຼງຜ່ານໂທລະພາບແຫ່ງຊາດວ່າ ທ່ານບໍ່ໄດ້ຮັບບາດເຈັບ ແລະ ກຳລັງກວດສອບເຫດການດັ່ງກ່າວ ພ້ອມທັງກ່າວວ່າ ບຸກຄົນບາງກຸ່ມພະຍາຍາມສອບສັງຫານທ່ານ ດ້ວຍການປ່ອຍວັດຖຸລະເບີດລົງຕໍ່ໜ້າ ແລະ ເປີດເຜີຍອີກວ່າເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໄດ້ຈັບກຸມຜູ້ຕ້ອງສົງໄສໄດ້ຈຳນວນໜຶ່ງ ແລະ ກຳລັງດຳເນີນການສືບສວນສອບສວນ ແຕ່ບໍ່ໄດ້ໃຫ້ລາຍລະອຽດໃດເພີ່ມເຕີມ, ໂດຍທ່ານ ນິໂຄລັສ ມາດູໂຣ ກ່າວຢ່າງຊັດເຈນວ່າ: ລັດຖະບານໂກໂລມບີ ພາຍໃຕ້ການນຳພາຂອງທ່ານ ຮວນ ມານູເອວ ຊານໂຕສ ຜູ້ນຳໂກໂລມບີ ຢູ່ເບື້ອງຫຼັງເຫດການນີ້ ແລະ ມີທໍ່ນ້ຳລ້ຽງຢູ່ໃນສະຫະລັດ ອາເມຣິກາ ຈຶ່ງຫວັງວ່າຈະໄດ້ຮັບການຮ່ວມມືຈາກທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ.


ໃນດ້ານກະຊວງການຕ່າງປະເທດໂກໂລມບີ ອອກຖະແຫຼງການປະຕິເສດຂໍ້ກ່າວຫາຂອງທ່ານ ນິໂຄລັດ ມາດູໂຣ ວ່າລັດຖະບານໂກໂລມບີບໍ່ໄດ້ມີສ່ວນກ່ຽວຂ້ອງກັບການໃຊ້ໂດຣນຕິດລະເບີດເພື່ອພະຍາຍາມລອບສັງຫານຜູ້ນຳເວເນຊູເອລາ ແລະ ເປັນຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ ເພາະບໍ່ມີຫຼັກຖານໃດໆເລີຍ ພ້ອມທັງເຕືອນໃຫ້ທ່ານ ນິໂຄລັສ ມາດູໂຣ ສະແດງຄວາມເຄົາລົບຕໍ່ທ່ານ ຮວນ ມານູເອວ ຊານໂຕສ ປະທານປະເທດໂກໂລມບີ, ໃນດ້ານຂອງແຫຼ່ງຂ່າວອາວຸໂສໃນກະຊວງການຕ່າງປະເທດສະຫະລັດ ອາເມຣິກາເປີດເຜີຍວ່າ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານສະຫະລັດ ອາເມຣິກາ ຮັບຊາບສະຖານະການທີ່ເກີດຂຶ້ນໃນເວເນຊູເອລາແລ້ວ ແລະ ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.


ເຖິງຢ່າງໃດກໍ່ຕາມ, ພາຍຫຼັງເກີດເຫດມີກຸ່ມຕິດອາວຸດທີ່ຮຽກຕົນວ່າ “ຂະບວນການເຄື່ອນໄຫວແຫ່ງຊາດຂອງທະຫານໃນເສື້ອເຊິດ” ອອກຖະແຫຼງການອ້າງເປັນຜູ້ພະຍາຍາມລອບສັງຫານຜູ້ນຳເວເນຊູເອລາ ເນື່ອງຈາກບໍ່ອາດປ່ອຍປະຕໍ່ຄວາມລົ້ມເຫຼວໃນການບໍລິຫານປະເທດພາຍໃຕ້ການນຳຂອງທ່ານ ນິໂຄລັສ ມາດູໂຣ ທີ່ສົ່ງຜົນໃຫ້ເກີດເສດຖະກິດຂອງເວເນຊູເອລາຕ້ອງລົ້ມລະລາຍ ປະຊາຊົນອຶດຫິວ ແລະ ສະຖານະການໃນບ້ານເມືອງເຂົ້າສູ່ຍຸກວຸ້ນວາຍ ແຕ່ຍັງບໍ່ມີຄຳຢືນຢັນຈາກລະດັບລັດຖະບານກ່ຽວກັບຄວາມໜ້າເຊື່ອຖືຈາກການເຄື່ອນໄຫວຂອງກອງກຳລັງນີ້.

No comments

Powered by Blogger.