ເສຍຊີວິດແລ້ວ 34 ຄົນ ຈາກໄພພິບັດເຂື່ອນແຕກ, ຂະນະທີ່ທາງການໄດ້ເລັ່ງສ້າງທີ່ພັກເຊົາໃຫ້ປະຊາຊົນ - ອິດສະຫຼະ

ເສຍຊີວິດແລ້ວ 34 ຄົນ ຈາກໄພພິບັດເຂື່ອນແຕກ, ຂະນະທີ່ທາງການໄດ້ເລັ່ງສ້າງທີ່ພັກເຊົາໃຫ້ປະຊາຊົນ



ລາຍງານ 5 ສິງຫາ 2018, ຈາກການຖະແຫຼງຂອງທາງການແຂວງອັດຕະປືໃຫ້ຮູ້ວ່າ: ໃນວັນອາທິດນີ້ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ພົບສົບຜູ້ເສຍຊີວິດເປັນເພດຍິງ ອາຍຸ 3 ເດືອນ ຢູ່ບ້ານທ່າຫິນ ເມືອງສະໜາມໄຊ ແຂວງອັດຕະປື ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເຊິ່ງເປັນສົບທີ 31 ແລ້ວ ແລະ ຍັງມີຜູ້ສູນຫາຍ 100 ຄົນ, ນອກນັ້ນຍັງມີຜູ້ປະສົບໄພທີ່ເສຍຊີວິດຢູ່ທີ່ໂຮງໝໍແຂວງອັດຕະປືອີກ 3 ຄົນ ເນື່ອງຈາກກະແສນ້ຳໄດ້ພັດຮ່າງກາຍໄປກະແທກໃສ່ກັບຕົ້ນໄມ້ ແລະ ໂງ່ນຫິນເຮັດໃຫ້ຮ່າງກາຍໄດ້ຮັບບາດເຈັບ, ສະຫຼຸບຍອດຜູ້ເສຍຊີວິດໃນວັນທີ 5 ສິງຫານີ້ ມີ 34 ຄົນ.


ເຊິ່ງໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍທີ່ໃຫຍ່ຫຼວງ ແລະ ຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີຢູ່ ສປປ.ລາວ ອັນໄດ້ສົ່ງຜົນກະທົບຕໍ່ທັງຊີວິດ ແລະ ຊັບສິນຂອງປະຊາຊົນ ລວມໄປເຖິງທຳມະຊາດ ແລະ ສະພາບແວດລ້ອມຂອງເມືອງສະໜາມໄຊ ແຂວງອັດຕະປື ທີ່ເສຍຫາຍຢ່າງໜັກໜ່ວງຢ່າງບໍ່ສາມາດປະເມີນຄ່າໄດ້.

ໂດຍໃນນັ້ນບ້ານທີ່ໄດ້ຮັບຜົນກະທົບໜັກປະກອບມີ 6 ບ້ານຄື: ບ້ານຫິນລາດ, ບ້ານໃໝ່, ບ້ານທ່າຫິນ, ບ້ານທ່າແສງຈັນ, ບ້ານແທໃຫຍ່ ແລະ ບ້ານສະໜອງ ເຮັດໃຫ້ປະຊາຊົນຈຳນວນ 1,617 ຄອບຄົວບໍ່ມີທີ່ພັກອາໄສ ໃນນັ້ນມີພົນລະເມືອງ 7,095 ຄົນ ຕ້ອງໄດ້ອົບພະຍົບໄປອາໄສຢູ່ສູນພັກເຊົາຊົ່ວຄາວ 5 ຈຸດຄື: ຈຸດເທດສະບານເມືອງສະໜາມໄຊ ຈຳນວນ 3,731 ຄົນ, ຈຸດບ້ານດອນບົກ ຈຳນວນ 1,086 ຄົນ, ຈຸດບ້ານປິນດົງ ຈຳນວນ 500 ຄົນ, ຈຸດບ້ານຕຳມໍຢອດ ຈຳນວນ 600 ຄົນ ແລະ ຈຸດເທດສະບານແຂວງ ທີ່ຍົກຍ້າຍມາຈາກເມືອງປາກຊ່ອງ ຈຳນວນ 138 ຄົນ.

ເຊິ່ງໃນປັດຈຸບັນ, ຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ເລັ່ງລົງມືກໍ່ສ້າງທີ່ພັກເຊົາຊົ່ວຄາວໃຫ້ແກ່ປະຊາຊົນຜູ້ປະສົບໄພແລ້ວ ໂດຍໄດ້ກຳນົດເອົາ 3 ຈຸດຄື: ຈຸດດົງບາກ, ຈຸດໂຮງຮຽນບ້ານຫາດຍາວ ແລະ ຈຸດບ້ານຕຳມໍຢອດ ເມືອງສະໜາມໄຊ ໂດຍຈຸດທຳອິດທີ່ໄດ້ເລີ່ມລົງມືກໍ່ສ້າງແລ້ວແມ່ນຢູ່ໂຮງຮຽນປະຖົມບ້ານຫາດຍາວ ຫ່າງຈາກເທດສະບານເມືອງສະໜາມໄຊ ປະມານ 1 ກິໂລແມັດ ເປັນອາຄານຊັ້ນດຽວ ມີ 14 ຫຼັງ ແຕ່ລະຫຼັງຈະມີ 10 ຫ້ອງ ຄາດວ່າຈະສຳເລັດພາຍໃນ 2 ເດືອນ, ສ່ວນຈຸດທີ 2 ແລະ 3 ຄາດວ່າຈະລົງມືກໍ່ສ້າງໃນໄວໆນີ້.






No comments

Powered by Blogger.