ສປປ.ລາວ ຈະເປັນຕົວແທນອາຊຽນ ປະສານງານກັບ ສ.ອາເມຣິກາ, ໃນຂະນະທີ່ຄູ່ເຈລະຈາອາຊຽນພ້ອມໃຫ້ການຊ່ວຍເຫຼືອລາວບັນເທົາທຸກເຂື່ອນແຕກ - ອິດສະຫຼະ

ສປປ.ລາວ ຈະເປັນຕົວແທນອາຊຽນ ປະສານງານກັບ ສ.ອາເມຣິກາ, ໃນຂະນະທີ່ຄູ່ເຈລະຈາອາຊຽນພ້ອມໃຫ້ການຊ່ວຍເຫຼືອລາວບັນເທົາທຸກເຂື່ອນແຕກ



ເມື່ອວັນທີ 3 ສິງຫາ 2018 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ພົບປະກັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ອາເມຣິກາ ໃນລະຫວ່າງການປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ທີ່ປະເທດສິງກະໂປ, ໂດຍລັດຖະມົນຕີທັງສອງໄດ້ເນັ້ນຢ້ຳເຖິງສາຍພົວພັນທີ່ນັບມື້ນັບເພີ່ມທະວີ ແລະ ໄດ້ຍົກໃຫ້ເຫັນເຖິງໝາກຜົນອັນດີງາມຂອງການຮ່ວມມືໃນດ້ານການຊ່ວຍເຫຼືອການພັດທະນາ ບໍ່ວ່າຈະເປັນການເກັບກູ້ລະເບີດທີ່ບໍ່ທັນແຕກ, ການຊ່ວຍເຫຼືອຂອງສະຫະລັດ ອາເມຣິກາ ດ້ານມະນຸດສະທຳ ຕໍ່ຜູ້ປະສົບໄພພິບັດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.



ເຊິ່ງໃນໄລຍະແຕ່ປີ 2018-2021 ສປປ.ລາວ ຈະໄດ້ເຮັດໜ້າທີ່ໃນຖານະປະເທດປະສານງານໃຫ້ແກ່ການພົວພັນລະຫວ່າງອາຊຽນ-ສະຫະລັດ ອາເມຣິກາ ແລະ ຈະສືບຕໍ່ເຮັດວຽກຮ່ວມກັບບັນດາປະເທດສະມາຊິກອາຊຽນ ແລະ ສະຫະລັດ ອາເມຣິກາ ເພື່ອຮັດແໜ້ນການຮ່ວມມືອາຊຽນ-ສະຫະລັດ ອາເມຣິກາ ໃຫ້ສຳເລັດຜົນໃນຕໍ່ໜ້າ ໂດຍລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກໍ່ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ສປປ.ລາວ ໃນຖານະຕົວແທນອາຊຽນ ເພື່ອເປັນຜູ້ປະສານງານລະຫວ່ງກັນ.

ນອກຈາກນີ້ແລ້ວ, ໃນໂອກາດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາປະເທດຄູ່ເຈລະຈາຕ່າງໆ ຢູ່ປະເທດສິງກະໂປ ໂດຍສະເພາະຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ສະຫະລັດ ອາເມຣິກາ, ອົດສະຕຣາລີ ແລະ ນິວຊີແລນ ໄດ້ສະແດງຄວາມເສຍໃຈ ແລະ ຄວາມເຫັນໃຈຕໍ່ ສປປ.ລາວ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ເກີດຈາກເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ແລະ ຢືນຢັນຄວາມພ້ອມໃນການໃຫ້ການຊ່ວຍເຫຼືອບັນເທົາທຸກຈາກໄພພິບັດດັ່ງກ່າວໃຫ້ແກ່ ສປປ.ລາວ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ໃນນາມຕົວແທນລັດຖະບານ ກໍ່ຄືປະຊາຊົນລາວ ກໍ່ໄດ້ຖືໂອກາດດັ່ງກ່າວນັ້ນສະແດງຄວາມຂອບອົກຂອບໃຈບັນດາປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ເຈລະຈາອາຊຽນຕໍ່ຄວາມເຫັນໃຈ ແລະ ການຊ່ວຍເຫຼືອແກ່ ສປປ.ລາວ ໃນຄວາມພະຍາຍາມບັນເທົາທຸກໃຫ້ປະຊາຊົນລາວຜູ້ປະສົບໄພໃນຄັ້ງນີ້.

No comments

Powered by Blogger.