ທາງການຈະຍ້າຍປະຊາຊົນຜູ້ປະສົບໄພເຂື່ອນແຕກ ໄປຢູ່ທີ່ພັກຖາວອນໃໝ່ 4 ຈຸດ - ອິດສະຫຼະ

ທາງການຈະຍ້າຍປະຊາຊົນຜູ້ປະສົບໄພເຂື່ອນແຕກ ໄປຢູ່ທີ່ພັກຖາວອນໃໝ່ 4 ຈຸດ



ອີງຕາມຂໍ້ຕົກລົງ ເລກທີ 968/ຈຂ.ອປ ລົງວັນທີ 6 ສິງຫາ 2018 ວ່າດ້ວຍການກຳນົດເອົາຈຸດສ້າງທີ່ພັກເຊົາຊົ່ວຄາວ ແລະ ຖາວອນໃຫ້ແກ່ຄອບຄົວຜູ້ປະສົບນ້ຳຖ້ວມ ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕື.

ເຈົ້າແຂວງອັດຕະປືຕົກລົງເຫັນດີກຳນົດເອົາຈຸດສ້າງທີ່ພັກຊົ່ວຄາວ ແລະ ຖາວອນໃຫ້ແກ່ຄອບຄົວຜູ້ປະສົບໄພພິບັດ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກດັ່ງນີ້:

1. ຈຸດພັກຊົ່ວຄາດເຫັນດີກຳນົດເອົາ:
- ເຂດບ້ານຕໍມະຢອດ
- ເຂດບ້ານໂຮງຮຽນປະຖົມຫາດຍາວ
- ເຂດບ້ານປີນດົງ (ສະເພາະກາງເຕັ້ນ)
- ເຂດດົງບາກ
- ເຂດຄຸ້ມດອນບົກ (ບ້ານໃຫຍ່ແທ)

2. ຈຸດທີ່ພັກຖາວອນເຫັນດີກຳນົດເອົາດັ່ງນີ້:
- ເຂດບ້ານຕໍມະຢອດ
- ເຂດໂນນບ້ານທ່າແສງຈັນ
- ເຂດບ້ານປີນດົງ
- ເຂດດົງບາກ

ສຳລັບທີ່ພັກຊົ່ວຄາດ ແມ່ນເລີ່ມລົງມືກໍ່ສ້າງແລ້ວໃນຈຸດທຳອິດ ຄືຈຸດໂຮງຮຽນປະຖົມບ້ານຫາດຍາວ ສ້າງເປັນອາຄານຊັ້ນດຽວ 14 ຫຼັງ ແຕ່ລະຫຼັງມີຈຳນວນ 10 ຫ້ອງ ຄາດວ່າຈະໃຊ້ເວລາ 2 ເດືອນ, ຈຸດດບ້ານດອນບົກ ພາກສ່ວນທີ່ກ່ຽວຂ້ອງກຳລັງສືບຕໍ່ສຳຫຼວດພື້ນທີ່ ແລະ ຈະໃຫ້ສຳເລັດພາຍໃນ 2 ເດືອນຂ້າງໜ້ານີ້ເຊັ່ນດຽວກັນ ສ່ວນຈຸດອື່ນໆຈະດຳເນີນການຕໍ່ໆກັນໄປ.

ສ່ວນຈຳນວນຜູ້ເສຍຊີວິດຈາກໄພພິບັດຄັ້ງນີ້ ຕາມການລາຍງານ 6 ສິງຫາ 2018 ຍອດຜູ້ເສຍຊີວິດຍັງຄົງທີ 34 ສົບ ໃນນັ້ນລວມມີຜູ້ເສຍຊີວິດຈາກການໄດ້ຮັບບາດເຈັບຢູ່ທີ່ໂຮງໝໍແຂວງອັດຕະປື 3 ສົບ ແລະ ຍັງມີຜູ້ສູນຫາຍ 100​ ຄົນ




No comments

Powered by Blogger.