ດ່ວນ…! ລັດຖະບານສັ່ງໃຫ້ກວດສອບທຸກເຂື່ອນທົ່ວປະເທດ ແລະ ຢຸດຕິຮັບໂຄງການສ້າງເຂື່ອນໃໝ່ ເພື່ອທົບທວນຍຸດທະສາດແຫ່ງຊາດ - ອິດສະຫຼະ

ດ່ວນ…! ລັດຖະບານສັ່ງໃຫ້ກວດສອບທຸກເຂື່ອນທົ່ວປະເທດ ແລະ ຢຸດຕິຮັບໂຄງການສ້າງເຂື່ອນໃໝ່ ເພື່ອທົບທວນຍຸດທະສາດແຫ່ງຊາດ



ກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈຳເດືອນສິງຫາ 2018 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 6 ແລະ ປິດລົງໃນຕອບບ່າຍຂອງວັນທີ 7 ສິງຫາ 2018 ນີ້ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງກອງປະຊຸມໄດ້ຕົກລົງແຕ່ງຕັ້ງ ຄະນະຮັບຜິດຊອບກວດກາຄືນທາງດ້ານເຕັກນິກ ແລະ ຄຸນນະພາບໃນການກໍ່ສ້າງ ແລະ ພັດທະນາເຂື່ອນຕ່າງໆທີ່ກຳລັງກໍ່ສ້າງ ແລະ ກໍ່ສ້າງສຳເລັດແລ້ວ ໃນທົ່ວປະເທດຂອງພວກເຮົາ ໂດຍມອບໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ເປັນເຈົ້າການສົມທົບກັບ ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ຊ່ຽວຊານຈາກສາກົນ ຖ້າກວດເຫັນສິ່ງຜິດປົກກະຕິ ໃນການອອກແບບ ຫຼື ໃນມາດຕະການກໍ່ສ້າງ ກໍ່ໃຫ້ມີການລາຍງານໃຫ້ລັດຖະບານເປັນແຕ່ລະກໍລະນີ ເພື່ອເອົາມາດຕະການປັບປຸງແກ້ໄຂ.

ພ້ອມກັນນີ້, ລັດຖະບານຈະໃຫ້ໂຈະຊົ່ວຄາວໃນການພິຈາລະຈາ ຮັບເອົາການສະເໜີໂຄງການໃໝ່ໄວ້ກ່ອນ ເພື່ອສຶກສາຄືນໃໝ່ຍຸດທະສາດ ແລະ ແຜນພັດທະນາເຂື່ອນໄຟຟ້າໃນ ສປປ.ລາວ ຕໍ່ໄປ ເພື່ອເປັນບ່ອນອີງ ໃຫ້ການດຳເນີນການຕໍ່ໄປ.







No comments

Powered by Blogger.