ລັດຈະສືບສວນເຫດເຂື່ອນແຕກ ຮ່ວມກັບຊ່ຽວຊານຕ່າງປະເທດ ພ້ອມເຊີນຕ່າງປະເທດຮ່ວມສັງເກດການ, ລວມທັງສືບສວນຜູ້ອະນຸມັດການກໍ່ສ້າງ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiONDyBz1FabjK8DeHi-ih6s4U7csDhGCRH4hxnpgolm1sA5NjkHPGUkbR-sKiN1WtXy2bBVc_TzUb6vklxdBGeq1SNHrDa25IgfVk9xDvdEqCc6wxg64F44c44wYCZoGh7lJJ-auEsew8/s1600/38422380_10155387565215583_5716887966769479680_n.jpg)
ຈາກບັນຫາເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາ, ອັນໄດ້ສ້າງຄວາມເສຍຫາຍທີ່ໃຫຍ່ຫຼວງ ແລະ ຮ້າຍແຮງທີ່ສຸດໃນຮອບຫຼາຍສິບປີຢູ່ ສປປ.ລາວ ເຮັດໃຫ້ປະຊາຊົນຫຼາຍກວ່າ 7 ພັນຄົນ ໃນ 6 ບ້ານຂອງເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຜົນກະທົບ ແລະ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 34 ຄົນ ຍັງສູນຫາຍ 100 ຄົນ.
ໂດຍກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈຳເດືອນສິງຫາ 2018 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທີ່ມີບັນດາຮອງລັດຖະມົນຕີ ແລະ ສະມາຊິກລັດຖະບານເຂົ້າຮ່ວມ ໃນວັນທີ 6-7 ສິງຫາ 2018 ນີ້, ໄດ້ຕົກລົງແຕ່ງຕັ້ງຄະນະສືບສວນ-ສອບສວນຂຶ້ນ ໂດຍມອບໃຫ້ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນຫົວໜ້າຄະນະ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjYkRkhRdlSB_eL9krgBMQ3l8Xj0x0koYP4FEOY36SsPAQ9_GIl0keXCT8vJUeaEAFYKpQHFZZ5sxy6QWpGa8lbMcOq1Gp2EldkcvvBoxvIy7ivwb2XSsLcftEt2LRcFLEdAgpNzbugbkU/s1600/7.8.2018.2.jpeg)
ຄະນະຮັບຜິດຊອບສືບສວນ-ສອບສວນນີ້ ສາມາດຮັບເອົາການຊ່ວຍເຫຼືອທາງດ້ານການເງິນ, ເຕັກນິກ ແລະ ຊ່ຽວຊານ ຈາກຕ່າງປະເທດທີ່ມີມາດຕະຖານສາກົນມາຊ່ວຍພິສູດ, ກວດກາທາງດ້ານເຕັກນິກ, ຊອກໃຫ້ເຫັນສາເຫດ ທີ່ພາໃຫ້ມີການແຕກຫັກຂອງເຂື່ອນ ແລະ ສາມາດເຊີນຕົວແທນຂອງລັດຖະບານຂອງປະເທດທີ່ມີບໍລິສັດຜູ້ປະກອບການ ແລະ ຂາຮຸ້ນ ທີ່ຈົດທະບຽນຢູ່ມາໃຫ້ຄຳປຶກສາ ຫຼື ສັງເກດການ.
ທັງນີ້ກໍ່ແນ່ໃສ່ໃຫ້ການສືບສວນ-ສອບສວນມີຄຸນນະພາບສູງ, ມີຄວາມໂປ່ງໃສ ແລະ ເປັນທີ່ຍອມຮັບຕໍ່ທັງພາຍໃນ ແລະ ຕ່າງປະເທດ, ພາຍຫຼັງມີຜົນການສືບສວນ-ສອບສວນອອກມາແລ້ວ ຈຶ່ງດຳເນີນການໃນບາດກ້າວຕໍ່ໆໄປ.
ພ້ອມດຽວກັນນັ້ນ, ກອງປະຊຸມ ກໍ່ໄດ້ຕົກລົງແຕ່ງຕັ້ງ ຄະນະກຳມະການລະດັບສູງຂອງລັດຖະບານ ເພື່ອກວດກາເຖິງຄວາມຮັບຜິດຊອບຂອງເຈົ້າໜ້າທີ່ລັດ ທີ່ກ່ຽວຂ້ອງກັບການອະນຸມັດການກໍ່ສ້າງ ຕະຫຼອດເຖິງການເຕືອນໄພລ່ວງໜ້າຕ່າງໆ ທີ່ພົວພັນກັບເລື່ອງທີ່ເກີດຂຶ້ນນີ້ ພາຍໃຕ້ການຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ບຸນທອງ ຈິດມະນີ, ປະທານອົງການກວດກາລັດຖະບານ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEhQ8GKq3jNbGytUpauWEzCB-BJtcjVp44kPY-5U9C5pe25qkdUAa3ZJmfgAgVPCaZuM7ahs600Gr9cEA2lsgeu0ZA22lbVidOwUJqyrQNa8-C7heBlUN-OKWydhQW9HkcGGd8WZSFQ-o1k/s1600/1681.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEilbBaBJIWr33R7eoDNrWSQ8yNmbzrdYPMjqp4TNyiqlLJ6ZXOPPbxfDWHOZoZzPyIq7wq48On-TmHjxMISGjE_yUoF0zncIXGgKz67UvKagmeChPBo8OmbHwsSb4Uu8WfGg0FETUG5xRY/s1600/1687.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhZgsl3SvZUCCzH9tL2R0rkQPtfxbnonArbQMBOI6ER6ixcU5jK7FE_6JjWlsQgHFDJseApQzv2T32SYmXQg58hxx6klKRNqrvcpHMdMVUSayQlqlvrHKvkOlTuZZaeKU0vMc-ONMBzgXU/s1600/1728.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiqg3Py7JcfrEKDcD1EXC9L-QD3Chl0oeORlLnsLBj2DKcbGLmLYXw3ia62ovXMvEBcgNllyyB7Am2sbL8682mLivUxnbBoucH5IxdIBgdYoIhZ3tsvfObw5ekR_XnCYy6Coe0VqeLMjx4/s1600/1785.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjec9VspiTyKLer1GzkA-dLX62oLNntvzm8E6_Q-xnUWtAAXT1JOU8HY2RZ-GD_pbN32EnMAOd_bFvZBcF0xPQRhQucflRz8T_rGJF-BXUQWgNf6Caun1Zoo-qwW3lzl2LWh4cvRY88pnk/s1600/38282986_1342524009184627_8170955726206795776_o.jpg)
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ