ເສຍຊີວິດແລ້ວ 35 ຈາກເຫດເຂື່ອນແຕກ, ລັດຖະບານຢ້ຳຕ້ອງແຈກຢາຍຄວາມຊ່ວຍເຫຼືອໃຫ້ທົ່ວເຖິງ ແລະ ກວດສອບໄດ້ - ອິດສະຫຼະ

ເສຍຊີວິດແລ້ວ 35 ຈາກເຫດເຂື່ອນແຕກ, ລັດຖະບານຢ້ຳຕ້ອງແຈກຢາຍຄວາມຊ່ວຍເຫຼືອໃຫ້ທົ່ວເຖິງ ແລະ ກວດສອບໄດ້



ລາຍງານ 8 ສິງຫາ 2018, ຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ເມື່ອວັນທີ 23 ກໍລະກົດ 2018 ທີ່ຜ່ານມາ ອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ເມືອງສະໜາມໄຊ ແຂວງອັດຕະປື ເຮັດໃຫ້ພົນລະເມືອງ 13,067 ຄົນ ໃນ 13 ບ້ານໄດ້ຮັບຜົນກະທົບ, ໃນນັ້ນມີ 6 ບ້ານ ທີ່ໄດ້ຮັບຜົນກະທົບເສຍຫາຍ 100% ມີຈຳນວນພົນລະເມືອງ 7,095 ຄົນ ໃນ 1,611 ຄອບຄົວ.

ຈາກງານລາຍງານຫຼ້າສຸດຂອງຄະນະຮັບຜິດຊອບພາກສະໜາມ ທີ່ປະຈຳຢູ່ເມືອງສະໜາມໄຊ ໃນວັນທີ 7 ສິງຫາ 2018 ໃຫ້ຮູ້ວ່າ: ມີຜູ້ເສຍຊີວິດແລ້ວ 35 ຄົນ ໃນນັ້ນເສຍຊີວິດຢູ່ທີ່ໂຮງໝໍ 3 ຄົນ ແລະ ຍັງສູນຫາຍ 99 ຄົນ. ນອກຈາກນີ້, ຜູ້ເສຍຊີວິດ 3 ຄົນຍັງບໍ່ມີຍາດພີ່ນ້ອງມາຮັບຮອງ ແລະ ຢັ້ງຢືນເອົາສົບເທື່ອ.

ສຳລັບການມອບເງິນຊ່ວຍເຫຼືອເບື້ອງຕົ້ນ ຄອບຄົວລະ 500,000​ ກີບ ປະຕິບັດໄດ້ແລ້ວ 1,171 ຄອບຄົວ ຕົກເປັນເງິນ 585,500,000 ກີບ, ສ່ວນຍອດການບໍລິຈາກທັງເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຢູ່ແຂວງອັດຕະປື ມາຮອດວັນທີ 7 ສິງຫາ 2018 ມີທັງໝົດ 80,484,418,530 ກີບ ໃນນັ້ນເປັນເງິນສົດ 26,804,620,399 ກີບ.

ສ່ວນໃນດ້ານຍອດການຮັບບໍລິຈາກຜ່ານທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທົ່ວປະເທດ ປີ 2018 ມາຮອດວັນທີ 7 ສິງຫາ 2018 ມີຍອດບໍລິຈາກເປັນເງິນກີບ 15,289,333,768.90 ກີບ, ເງິນບາດ 27,028,182.03 ບາດ ແລະ ເງິນໂດລາ 11,988,174.44 ໂດລາສະຫະລັດ.


ເຊິ່ງໃນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈຳເດືອນສິງຫາ 2018 ທີ່ໄດ້ປິດລົງເມື່ອວັນທີ 7 ສິງຫາ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ກໍ່ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສຸມທຸກຄວາມພະຍາຍາມ ແລະ ນຳໃຊ້ກຳລັງແຮງພາຍໃນທີ່ມີ ສົມທົບກັບກຳລັງຊ່ວຍເຫຼືອ ຈາກບັນດາປະເທດເພື່ອນມິດ ເພື່ອສືບຕໍ່ຊອກຄົ້ນຫາຜູ້ສູນຫາຍ ທີ່ອາດຈະຍັງມີຊີວິດຢູ່ ແລະ ນຳເອົາມາທີ່ປອດໄພ, ພ້ອມດຽວກັນນັ້ນ ໃຫ້ສືບຕໍ່ຄົ້ນຫາຜູ້ທີ່ເສຍຊີວິດໃຫ້ພົບເຫັນ ແລະ ເກັບກູ້ສົບເອົາມາໃຫ້ໄດ້ໄວເທົ່າທີ່ຈະໄວ້ໄດ້ ເພື່ອເອົາມາສັນນະສູດສົບ ແລະ ປະຕິບັດຕາມຮີດຄອງປະເພນີ.

ໃຫ້ສືບຕໍ່ສ້າງສະຖານທີ່ພັກເຊົາ, ໃຫ້ປະຊາຊົນທີ່ປະສົບໄພ ທີ່ອົບພະຍົບມາເຕົ້າໂຮມທີ່ສູນຕ່າງໆໃຫ້ໄວ ແລະ ພຽງພໍກັບຄວາມຕ້ອງການທີ່ຈຳເປັນໃນເບື້ອງຕົ້ນ ແລະ ເພື່ອກ້າວສູ່ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເປັນກ້າວໆ. ສືບຕໍ່ເບິ່ງແຍ່ງປະຊາຊົນທີ່ປະສົບໄພ ໂດຍສະເພາະແມ່ນໃຫ້ມີອາຫານ-ການກິນ, ນ້ຳດື່ມ-ນ້ຳໃຊ້, ເບິ່ງແຍງສຸຂະພາບ, ປ້ອງກັນບໍ່ໃຫ້ເກີດພະຍາດລະບາດ, ປົວແປງທາງດ້ານຈິດໃຈ ແລະ ສືບຕໍ່ຊ່ວຍສົງເຄາະ ແລະ ເຮັດວຽກງານສະຫວັດດີການອື່ນໆ.

ສືບຕໍ່ຈັດແຈງ, ຈັດສົ່ງ ແລະ ແຈກຢາຍອຸປະກອນເຄື່ອງມື ແລະ ເຄື່ອງຊ່ວຍເຫຼືອບັນເທົາທຸກ ທີ່ມີຄວາມຕ້ອງການຈຳເປັນຮີບດ່ວນ, ສ້າງເງື່ອນໄຂໃຫ້ປະຊາຊົນໄດ້ມີຊີວິດຢູ່ຢ່າງປອດໄພ, ສ້າງສາທາລະນູປະໂພກໃຫ້ປະຊາຊົນ ໃຫ້ມີຄວາມສະດວກຍິ່ງຂຶ້ນ. ພ້ອມດຽວກັນນັ້ນ ກໍ່ສືບຕໍ່ຄຸ້ມຄອງເຄື່ອງບັນເທົາທຸກ ແລະ ແຈກຢາຍໃຫ້ທົ່ວເຖິງ, ຄຸ້ມຄອງເງິນຊ່ວຍເຫຼືອ ແລະ ນຳໃຊ້ຢ່າງຮັດກຸມ, ໂປ່ງໃສ ແລະ ສາມາດກວດກາ-ຄຸ້ມຄອງໄດ້.

ຍ້ອນວ່າໃນໄລຍະນີ້, ໃນທົ່ວປະເທດ ກຳລັງຖືກຄຸກຄາມຈາກໄພນ້ຳຖ້ວມ ຈຶ່ງໃຫ້ຄະນະກຳມະການປ້ອງກັນ ແລະ ຄຸ້ມຄອງໄພພິບັດແຫ່ງຊາດ ສືບຕໍ່ຕິດຕາມ, ກວດກາ ແລະ ສະຫຼຸບລາຍງານສະພາບນ້ຳຖ້ວມໃນຂອບເຂດທົ່ວປະເທດຢ່າງເປັນປະຈຳ ພ້ອມທັງຮີບຮ້ອນປະສານງານກັບທ້ອງຖິ່ນ ເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນຢ່າງທັນການ.

ພ້ອມນີ້ກໍ່ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ໃນຂອບເຂດທົ່ວປະເທດ ແລະ ແຈ້ງເຕືອນໄພພິບັດໃຫ້ທົ່ວເຖິງ ແລະ ທັນຫານ, ໂດຍມອບໃຫ້ຂະແໜງການ ແລະ ທ້ອງຖິ່ນເອົາໃຈໃສ່ ແລະ ກຽມຄວາມພ້ອມໃນການເຄື່ອນຍ້າຍປະຊາຊົນ ຖ້າຫາກສະພາບຄວາມສ່ຽງໄພ ກໍ່ໃຫ້ມີການເຕືອນໄພລ່ວງໜ້າຢ່າງທັນການ, ໃຫ້ພາກສ່ວນທີ່ກ່ຽວຂ້ອງເຝົ້າລະວັງ, ຢູ່ປະຈຳການທຸກໆເຂື່ອນໄຟຟ້ານ້ຳຕົກໃນທົ່ວປະເທດ, ມີການຈັດການການບໍລິການນ້ຳຢູ່ເຂື່ອນຕ່າງໆຢ່າງເໝາະສົມ ເພື່ອປ້ອງກັນອຸປະຕິເຫດ ບໍ່ໃຫ້ເກີດຂຶ້ນໄດ້.

No comments

Powered by Blogger.