ເຫດແຜ່ນດິນໄຫວທີ່ອິນໂດເນເຊຍ ເຮັດໃຫ້ປະຊາຊົນກວ່າ 1 ແສນຄົນບໍ່ມີທີ່ພັກອາໄສ - ອິດສະຫຼະ

ເຫດແຜ່ນດິນໄຫວທີ່ອິນໂດເນເຊຍ ເຮັດໃຫ້ປະຊາຊົນກວ່າ 1 ແສນຄົນບໍ່ມີທີ່ພັກອາໄສ



ສຳນັກຂ່າວຕ່າງປະເທດລາຍງານ 8 ສິງຫາ 2018 ວ່າ: ທ່ານ ໝູຮຳໝັດ ໄຊນູນ ມັດດີ ເຈົ້າແຂວງນູຊາເຕິງກາຣາ ທີ່ມີເຂດການປົກຄອງກວມເອົາເກາະລອມບອກ ເຊິ່ງເປັນພື້ນທີ່ແຜ່ນດິນໄຫວ 6.9 ຣິກເຕີ ເມື່ອວັນອາທິດ ທີ 5 ສິງຫາ 2018 ທີ່ຜ່ານມາ ກ່າວວ່າ: ລັດຖະບານທ້ອງຖິ່ນມີຊັບພະຍາກອນຢ່າງຈຳກັດ ຜູ້ປະສົບໄພຍັງຕ້ອງການຄວາມຊ່ວຍເຫຼືອໃນທຸກດ້ານທີ່ຈຳເປັນ ບໍ່ວ່າຈະເປັນເຄື່ອງອຸປະໂພກ-ບໍລິໂພກຂັ້ນພື້ນຖານ ລວມໄປເຖິງການຊ່ວຍເຫຼືອດ້ານການແພດ ເນື່ອງຈາກໂຮງໝໍປະຈຳເມືອງ ແລະ ສຸກສາລາຂະໜາດນ້ອຍຫຼາຍແຫ່ງໄດ້ຮັບຄວາມເສຍຫາຍຈາກແຜ່ນດິນໄຫວຄັ້ງນີ້.


ຂະນະທີ່ອົງການກາແດງອິນໂດເນເຊຍ ເຊິ່ງເປັນໜຶ່ງໃນໜ່ວຍງານທີ່ລົງພື້ນທີ່ປະສົບໄພພິບັດເປີດເຜີຍວ່າ ບ້ານເຮືອນປະຊາຊົນໃນເຂດລອມບອກເໜືອໄດ້ພັງເສຍຫາຍທັງໝົດ ເຊັ່ນດຽວກັບລະບົບພື້ນຖານໂຄງລ່າງຫຼາຍແຫ່ງ ທີ່ເສຍຫາຍຈົນເຖິງຂັ້ນຖືກຕັດຂາດໃນບາງຊ່ວງທາງ ໂດຍສະເພາະແມ່ນຂົວຫຼາຍແຫ່ງໄດ້ຮັບຄວາມເສຍຫາຍ. ນອກຈາກນີ້ ພື້ນທີ່ກະສິກຳຍັງໄດ້ຮັບຄວາມເສຍຫາຍເປັນວົງກວ້າງ ແຕ່ຊາວກະສິກອນສ່ວນໃຫຍ່ສະໝັກໃຈອາໄສຢູ່ໃນພື້ນທີ່ຕໍ່ໄປ ເພາະເປັນຫ່ວງສັດລ້ຽງ ແລະ ພື້ນພັນຂອງຕົນເອງ.



ໃນດ້ານສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ ລາຍງານຈຳນວນຜູ້ເສຍຊີວິດຈາກແຜ່ນດິນໄຫວຄັ້ງນີ້ ມີຢ່າງໜ້ອຍ 130 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 230 ຄົນ, ຂະນະທີ່ປະຊາຊົນຫຼາຍກວ່າ 156,000 ຄົນຕ້ອງອົບພະຍົບອອກຈາກບ້ານເຮືອນ ແລະ ກາຍເປັນຜູ້ບໍມີທີ່ພັກອາໄສ, ໃນຂະນະດຽວກັນ ເຈົ້າໜ້າທີ່ກູ້ໄພ ໄດ້ອົບພະຍົບນັກທ່ອງທ່ຽວຫຼາຍກວ່າ 4,600 ຄົນ ອອກຈາກເກາະກີລີ ເຊິ່ງຕັ້ງຢູ່ບໍ່ໄກຈາກເກາະລອມບອກ ແລະ ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງອິນໂດເນເຊຍ. ສ່ວນສະໜາມບິນສາກົນລອມບອກໃຫ້ບໍລິການໄດ້ຕາມປົກກະຕິ ແລະ ສາຍການບິນທຸກແຫ່ງພະຍາຍາມເພີ່ມຈຳນວນຖ້ຽວບິນ ເພື່ອລຳລຽງນັກທ່ອງທ່ຽວອອກຈາກພື້ນທີ່ໃຫ້ໄວທີ່ສຸດ.

No comments

Powered by Blogger.