ລາຍຊື່ຄະນະສືບສວນ-ສອບສວນ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອອກແລ້ວ - ອິດສະຫຼະ

ລາຍຊື່ຄະນະສືບສວນ-ສອບສວນ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ອອກແລ້ວ



ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ເລກທີ 54/ນຍ ລົງວັນທີ 8 ສິງຫາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສືບສວນ-ສອບສວນ ສາເຫດຄູກັນນ້ຳຂອງເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ປະກອບດ້ວຍບັນດາທ່ານດັ່ງລາຍຊື່ລຸ່ມນີ້:

1. ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ເປັນປະທານ.
2. ທ່ານ ສິງເພັດ ບຸນສະຫວັດທິພັນ ຮອງປະທານອົງການກວດກາລັດຖະບານ ເປັນຮອງ ແລະ ຜູ້ນຳພາເຮັດວຽກຕົວຈິງ.
3. ທ່ານ ນາງ ບຸນຄຳ ວິລະຈິດ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງເປັນແວດລ້ອມ ເປັນຮອງ.
4. ທ່ານ ໄພວິ ສີບົວພາ ຮອງລັດຖະມົນຕີກະຊວງຍຸຕິທຳ ເປັນຄະນະ
5. ທ່ານ ງາມປະສົງ ເມືອງມະນີ ຫົວໜ້າກົມນິຕິກຳ, ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນຄະນະ.
6. ທ່ານ ສິດທິສອນ ເທບພາສີ, ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ກະຊວງການເງິນ ເປັນຄະນະ.
7. ທ່ານ ພັນເອກ ຄຳແກ້ວ ມະໂນລາ ຫົວໜ້າກົມຕຳຫຼວດເສດຖະກິດ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ.
8. ທ່ານ ອານຸພາບ ວົງໜໍ່ແກ້ວ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ເປັນຄະນະ.
9. ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປັນຄະນະ.
10. ທ່ານ ຈັນທະບູນ ສຸກອາລຸນ ຮັກສາການຫົວໜ້າກົມແຜນການ ແລະ ການຮ່ວມມື, ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຄະນະ.
11. ທ່ານ ບົວລິນ ສວນສຸວັນ ຄະນະບໍດີ ຄະນະວິສະວະກຳສາດ, ມະຫາວິທະຍາໄລແຫ່ງຊາດ ເປັນຄະນະ.
12. ທ່ານ ອຸຕະແກ້ວ ແກ້ວດວງສິນ ຮອງຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຄະນະ.
13. ທ່ານ ປາດຖະໜາ ສຸກອາລຸນ ຮອງຫົວໜ້າກົມນິຕິກຳ ຫ້ອງວ່າການສຳນັກງານນາຍົກ ເປັນຄະນະ.
14. ທ່ານ ວົງສະກຸນ ຍິ່ງຍົງ, ຮັກສາການຫົວໜ້າຝ່າຍກໍ່ສ້າງເຂື່ອນ, ລັດວິສາຫະກິດໄຟຟ້າລາວ, ກະຊວງພະລັງງານ ແລະ ບໍ່ແຮ່ ເປັນຄະນະ.

ຄະນະດັ່ງກ່າວມີໜ້າທີ່ ໃນການສືບສວນ-ສອບສວນຫາສາເຫດ ທີ່ພາໃຫ້ຄູກັນນ້ຳຂອງເຂື່ອນເຊປຽນ-ເຊນ້ຳນ້ອຍ ຢູ່ແຂວງອັດຕະປື ແຕກ ເຊິ່ງວຽກຕົ້ນຕໍ່ມີດັ່ງນີ້:

1. ສ້າງແຜນເຄື່ອນໄຫວ ແລະ ດຳເນີນການສືບສວນ-ສອບສວນ ໃຫ້ສຳເລັດໂດຍໄວ ແຕ່ໃຫ້ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມໂປ່ງໃສ, ທັງໃຫ້ຜົນຂອງການສືບສວນ-ສອບສວນ ເປັນທີ່ຍອມຮັບຕໍ່ພາຍໃນ ແລະ ຕ່າງປະເທດ.

2. ຮັກສາ, ຄຸ້ມຄອງເອກະສານ ແລະ ຫຼັກຖານ.

3. ຄົ້ນຄວ້າ, ເລືອກເຟັ້ນ ແລະ ສະເໜີລັດຖະບານພິຈາລະນາເອົາຊ່ຽວຊານ,​ ຜູ້ສັງເກດການຈາກພາຍໃນ ແລະ ຕ່າງປະເທດທີ່ມີບົດຮຽນ, ມີປະສົບການ ແລະ ມີຄວາມໜ້າເຊື່ອຖື ເພື່ອຊ່ວຍໃຫ້ຄຳແນະນຳ ຫຼື ຄຳເຫັນກ່ຽວກັບການປະຕິບັດການສືບສວນ-ສອບສວນ ທີ່ເປັນທີ່ຍອມຮັບຈາກສາກົນ.

4. ຄົ້ນຄວ້າ, ເລືອກເຟັ້ນ ແລະ ສະເໜີຂໍການສະໜັບສະໜູນທາງດ້ານການເງິນ, ເຕັກນິກ, ວິຊາການ ແລະ ຊ່ຽວຊານທີ່ຈຳເປັນ ຈາກອົງການຈັດຕັ້ງສາກົນ ຫຼື ຄູ່ຮ່ວມພັດທະນາ ເພື່ອປະຕິບັດບາງວຽງງານສືບສວນ-ສອບສວນ.

5. ລົງໄປສຳຫຼວດ, ສັງເກດ, ກວດກາ, ກວດສອບ, ສອບຖາມ, ເກັບກຳ, ຄຸ້ມຄອງ ແລະ ສັງລວມຂໍ້ມູນ, ເອກະສານ (ໂດຍສະເພາະເອກະສານການສຳຫຼວດ, ການອອກແບບ, ການດຳເນີນການກໍ່ສ້າງ, ການຕິດຕາມ, ກວດກາ ແລະ ຢັ້ງຢືນການກໍ່ສ້າງ ແລະ ອື່ນໆ) ແລະ ຫຼັກຖານທີ່ກ່ຽວຂ້ອງ ທີ່ເປັນປະໂຫຍດໃຫ້ແກ່ການສືບສວນ-ສອບສວນ.

6. ວິເຄາະ-ວິໄຈຂໍ້ມູນ, ເອກະສານ ແລະ ຫຼັກຖານ ທີ່ເກັບກຳໄດ້ ເພື່ອປະເມີນ ແລະ ສະຫຼຸບຜົນການສືບສວນ-ສອບສວນ.

7. ສະຫຼຸບສັງລວມລາຍງານຄວາມຄືບໜ້າ ແລະ ຜົນຂອງການສືບສວນ-ສອບສວນໃຫ້ລັດຖະບານຊາບເປັນແຕ່ລະໄລຍະ.

8. ປະຕິບັດໜ້າທີ່ອື່ນໆ ທີ່ຈຳເປັນເພື່ອໃຫ້ການສືບສວນ-ສອບສວນ ໃຫ້ບັນລຸຜົນເປັນຢ່າງດີ ຕາມການມອບໝາຍຂອງທ່ານນາຍົກລັດຖະມົນຕີ.

No comments

Powered by Blogger.