ອິດສະຣາແອນ ໂຈມຕີເຂດກາຊາຢ່າງໜັກໜ່ວງກວ່າ 150 ຈຸດຕອບໂຕ້ກຸ່ມຮາມາສຍິງຈະຫຼວດເຂົ້າປະເທດ - ອິດສະຫຼະ

ອິດສະຣາແອນ ໂຈມຕີເຂດກາຊາຢ່າງໜັກໜ່ວງກວ່າ 150 ຈຸດຕອບໂຕ້ກຸ່ມຮາມາສຍິງຈະຫຼວດເຂົ້າປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 9 ສິງຫາ 2018 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ ອອກຖະແຫຼງການວ່າ ໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າມາຍຫຼາຍກວ່າ 150 ຈຸດທົ່ວເຂດກາຊາ ຂອງປາແລດສະຕິນ ລະຫວ່າງຄືນວັນພຸດເຖິງຕອນເຊົ້າມືດວັນພະຫັດນີ້ ຕາມເວລາທ້ອງຖິ່ນ ເພື່ອຕອບໂຕ້ກຸ່ມຮາມາດສະດົມຍິງຈະຫຼວດຫຼາຍກວ່າ 180 ລູກ ຂ້າມຊາຍແດນຈາກເຂດກາຊາໄປຍັງອິດສະຣາແອນ ໂດຍກອງກຳລັງປ້ອງກັນອິດສະຣາແອນຢືນຢັນວ່າ ລະບົບປ້ອງກັນໄພທາງອາກາດ Iron Dome ສາມາດປ້ອງກັນການໂຈມຕີຂອງຈະຫຼວດໄດ້ຫຼາຍກວ່າ 30 ລູກ, ເຖິງແມ່ນວ່າຈະຫຼວດທີ່ເຫຼືອເກືອບທັງໝົດຈະຕົກລົງໃນພື້ນທີ່ຫ່າງໄກຈາກເຂດຊຸມຊົນ ແຕ່ມີຈະຫຼວດ 6 ລູກຕົກໃນເມືອງສະເດຣັອດ ທີ່ຢູ່ທາງພາກໃຕ້ສຸດຂອງປະເທດອິດສະຣາແອນ ເປັນເຫດໃຫ້ມີຜູ້ໄດ້ຮັບບາດເຈັບ 11 ຄົນ ໜຶ່ງໃນນັ້ນເປັນຜູ້ຍິງ ແລະ ມີອາກາດສາຫັດ.


ເຊິ່ງຖະແຫຼງການຂອງກອງກຳລັງປ້ອງກັນກິດສະຣາແອນລະບຸວ່າ ປະຕິບັດການທາງທະຫານຄັ້ງນີ້ “ຍັງບໍ່ຈົບ” ໃນເວລາດຽວກັນ ກະຊວງສາທາລະນະສຸກຂອງປາແລັດສະຕິນລາຍງານວ່າປະຕິບັດການໂຈມຕີທາງອາກາດຂອງອິດສະຣາແອນສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ, ເປັນຜູ້ຍິງອາຍຸ 23 ປີ ເສຍຊີວິດພ້ອມລູກໃນທ້ອງທີ່ມີອາຍຸພຽງ 1 ເດືອນເຄິ່ງ ແລະ ທ້າວ ອາລີ ອັນຣັນດູ ອາຍຸ 30 ປີ ລູກຊາຍຂອງໜຶ່ງໃນແກນນຳກຸ່ມ ອິສ ອັນ-ດິນ-ອັນກັສຊຳ ເຊິ່ງເປັນໜຶ່ງໃນກຸ່ມຕິດອາວຸດໃນເຄືອຂ່າຍຂອງກຸ່ມຮາມາສ, ນອກຈາກນັ້ນມີຜູ້ໄດ້ຮັບບາດເຈັບອີກຢ່າງໜ້ອຍ 12 ຄົນ.


ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງ ເນື່ອງຈາກເປັນການໂຈມຕີຕອບໂຕ້ກັນຢ່າງດຸເດືອດລະຫວ່າງກອງທັບອິດສະຣາແອນກັບກຸ່ມຮາມາສ ເປັນຄັ້ງທີ 3 ແລ້ວ ນັບຕັ້ງແຕ່ເດືອນກໍລະກົດທີ່ຜ່ານມາ, ເຖິງແມ່ນວ່າລັດຖະບານເອຢິບ ຈະພະຍາຍາມເຮັດໜ້າທີ່ເປັນຜູ້ໄກ່ເກ່ຍໃຫ້ມີການຢຸດຍິງໃນໄລຍະຍາວ ແຕ່ຍັງບໍ່ມີຄວາມຄືບໜ້າປານໃດ.

No comments

Powered by Blogger.