ຄວາມສຳພັນລະຫວ່າງການາດາ ກັບ ອາຣັບບີ ຊາອູດິດ ເຖິງຈຸດແຕກຫັກ ເພາະເລື່ອງສິດທິມະນຸດ - ອິດສະຫຼະ

ຄວາມສຳພັນລະຫວ່າງການາດາ ກັບ ອາຣັບບີ ຊາອູດິດ ເຖິງຈຸດແຕກຫັກ ເພາະເລື່ອງສິດທິມະນຸດ



ສຳນັກຂ່າວຕ່າງປະເທດລາຍງານ 9 ສິງຫາ 2018 ວ່າ: ຈາກການທີ່ກະຊວງການຕ່າງປະເທດການາດາ ໄດ້ລົງຂໍ້ຄວາມໃນ Twitter ສະແດງຄວາມເປັນຫ່ວງຕໍ່ເຫດການການຈັບກຸມນັກສິດທິມະນຸດຈຳນວນຫຼາຍໃນປະເທດອາຣັບບີ ຊາອູດິດ ລວມໄປເຖິງນາງ ຊາມາ ບາດາວີ ນັກເຄື່ອນໄຫວເພື່ອສິດທິແມ່ຍິງ ແລະ ຮຽກຮ້ອງໃຫ້ທາງການອາຣັບບີ ຊາອູດິດ ປ່ອຍຕົວຜູ້ທີ່ຖືກຈັບກຸມ “ໂດຍທັນທີ” ເຊິ່ງຂໍ້ຄວາມດັ່ງກ່າວໄດ້ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ອາຣັບບີ ຊາອູດິດ ປະກາດໃຫ້ທູດການາດາ ປະຈຳນະຄອນຫຼວງຣີຢາດ ເປັນບຸກຄົນທີ່ປະເທດບໍ່ຍອມຮັບ ແລະ ໃຫ້ອອກຈາກປະເທດພາຍໃນ 24 ຊົ່ວໂມງ ແລະ ຍັງຮຽກຂອງຕົນໃນການາດາໃຫ້ກັບປະເທດອີກດ້ວຍ.


ຫຼ້າສຸດເມື່ອວັນທີ 8 ສິງຫາ ທີ່ຜ່ານມາ, ທ່ານ ອາເດວ ອັນ-ຈູເບອີ ລັດຖະມົນຕີກະຊວງການຕ່າງປະເທດອາຣັບບີ ຊາອູດິດ ກ່າວວ່າ: ລັດຖະບານກາດານາໄດ້ກະທຳຜິດຢ່າງໃຫຍ່ຫຼວງ ແລະ ຕ້ອງແກ້ໄຂຄວາມຜິດພາດນັ້ນດ້ວຍຕົນເອງ ພ້ອມທັງກ່າວວ່າ ອາຣັບບີ ຊາອູດິດຈະພິຈາລະນາມາດຕະການເພີ່ມເຕີມຕໍ່ການາດາ ແຕ່ປະຕິເສດທີ່ຈະລົງລາຍລະອຽດ.

ໃນດ້ານຂອງທ່ານ ເດນນິສ ໂຮຣັກ ເອກອັກຄະລັດຖະທູດການາດາ ປະຈຳນະຄອນຫຼວງຣິຢາດ ໄດ້ເດີນທາງອອກຈາກອາຣັບບີ ຊາອູດິດແຕ່ວັນຈັນທີ່ຜ່ານມາ ຕາມຄຳສັ່ງເນລະເທດຂອງລັດຖະບານອາຣັບບີ ຊາອູດິດ, ເຊັ່ນດຽວກັນກັບທ່ານ ນາອີບ ບິນ ບັນເດຍ ອັນຊູໄດຣີ ເອກອັກຄະລັດຖະທູດອາຣັບບຊີ ຊາອູດິດ ປະຈຳນະຄອນຫຼວງອົດຕາວາ ຂອງການາດາ ກໍ່ໄດ້ເດີນທາງກັບປະເທດແລ້ວ, ຂະນະດຽວກັນ ອາຣັບບີ ຊາອູດິດ ໄດ້ຢຸດຕິການຮ່ວມມືທາງການຄ້າກັບການາດາ ແລະ ການເຮັດທຸລະກຳທີ່ກ່ຽວຂ້ອງນັບຕັ້ງແຕ່ຕອນນີ້ເປັນຕົ້ນໄປຢ່າງບໍ່ມີກຳນົດ, ໃນດ້ານຂອງຊາອູດິອາຣະບຽນ ແອລາຍ ເຊິ່ງເປັນລາຍການບິນແຫ່ງຊາດຂອງອາຣັບບີ ຊາອູດິດ ກຽມຢຸດຕິໃຫ້ບໍລິການຖ້ຽວບິນສາຍກົງກັບເມືອງໂທຣອນໂຕ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງການາດາ ນັບຕັ້ງແຕ່ວັນທີ 13 ສິງຫາ ນີ້ເປັນຕົ້ນໄປ.

ໃນເວລາດຽວກັນ, ກະຊວງສຶກສາທິການຂອງອາຣັບບີ ຊາອູດິດ ໄດ້ຢຸດຕິມອບທຶນການສຶກສາໃຫ້ແກ່ນັກຮຽນ ແລະ ນັກສຶກສາໃນການໄປສຶກສາຕໍ່ທີ່ການາດາ ແລະ ເລີ່ມດຳເນີນການຍ້າຍນັກຮຽນ-ນັກສຶກສາ ພ້ອມສະມາຊິກໃນຄອບຄົວລວມປະມານ 7,000​ຄົນ ອອກຈາກການາດາໄປຍັງປະເທດອື່ນແທນ ເບື້ອງຕົ້ນຄາດວ່າຈະເປັນສະຫະລັດ ອາເມຣິກາ ແລະ ອັງກິດ. ນອກຈາກນີ້ລັດຖະານອາຣັບບີ ຊາອູດິດ ຍັງສັ່ງໃຫ້ບຸກຄະລາກອນດ້ານການແພດ ແລະ ນັກສຶກສາແພດຂອງຕົນໃນການາດາ ເຊິ່ງມີຈຳນວນລວມກັນປະມານ 800 ​ຄົນ ໃຫ້ເດີນທາງກັບປະເທດທັນທີ ແຕ່ກະຊວງສາທາລະນະສຸກຂອງການາດເປີດເຜີຍວ່າ ບຸກຄະລາກອນເຫຼົ່ານີ້ຍັງຄົງຢູ່ໃນປະເທດຈົນເຖິງທ້າຍເດືອນນີ້ ໂດຍກປັດຈຸບັນສັດສ່ວນນັກສຶກສາແພດຕ່າງປະເທດໃນການາດາເປັນຊາວອາຣັບບີ ຊາອູດິດຫຼາຍທີ່ສຸດ.


ໃນດ້ານຂອງທ່ານ ຈັສຕິນ ທຼູໂດ ນາຍົກລັດຖະມົນຕີການາດາ ກ່າວເຖິງສະຖານະການທີ່ເກີດຂຶ້ນວ່າ ເປັນທັດສະນະຄະຕິທາງການທູດທີ່ແຕກຕ່າງກັນ ລະຫວ່າງການາດາ ກັບ ອາຣັບບີ ຊາອູດິດ ແລະ ລັດຖະບານການາດາຈະຮັກສາຈຸດຢືນດ້ານສິດທິມະນຸດແບບນີ້ຕໍ່ໄປ ແຕ່ປະຕິເສດກ່າວເຖິງລາຍງານທີ່ວ່າ ການາດາກຳລັງຂໍຄວາມຊ່ວຍເຫຼືອຈາກສະຫະນະຄອນ ເອເມຣັດ ອາຣັບ (UAE) ໃຫ້ເປັນຜູ້ໄກ່ເກ່ຍ ເຊິ່ງອາຣັບບີ ຊາອູດິດ ກ່າວຫາວ່າລັດຖະບານການາດາ ແຊກແຊງວຽກງານພາຍໃນ ດ້ວຍການຮຽກຮ້ອງໃຫ້ມີການປ່ອຍຕົວນັກເຄື່ອນໄຫວຫຼາຍສິບຄົນ ລວມເຖິງນາງ ຊາມາ ບາດາວີ ອາຍຸ 37 ປີ ນັກເຄື່ອນໄຫວເພື່ອສິດທິແມ່ຍິງ ທີ່ຮັບໂທດຕິດຄຸກມາຕັ້ງແຕ່ປີ 2012.

No comments

Powered by Blogger.