ເກີດແຜ່ນດິນໄຫວຮອບ 2 ສ້າງຄວາມປັ່ນປວນທົ່ວເກາະລອມບອກ ອິນໂດເນເຊຍ - ອິດສະຫຼະ

ເກີດແຜ່ນດິນໄຫວຮອບ 2 ສ້າງຄວາມປັ່ນປວນທົ່ວເກາະລອມບອກ ອິນໂດເນເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 9 ສິງຫາ 2018 ວ່າ: ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດອິນໂດເນເຊຍລາຍງານການເກີດແຜ່ນດິນໄຫວຮອບ 2 ຮຸນແຮງ 6.2 ຣິກເຕີ ມີຈຸດສູນກາງຢູ່ເລິກລົງໄປໃຕ້ພື້ນດິນປະມານ 12 ກິໂລແມັດ ໃຫ້ກັບເມືອງມາຕາຣຳ ເຊິ່ງເປັນເມືອງເອກ ແລະ ຕັ້ງຢູ່ທາງພາກຕາເວັນຕົກຂອງເກາະລອມບອກ ເມື່ອເວລາ 13:25 ນາທີ ຂອງວັນພະຫັດນີ້ ຕາມເວລາທ້ອງຖິ່ນ.


ໃນດ້ານຂໍ້ມູນຂອງສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ ວັດແທກຄວາມຮຸນແຮງແຜ່ນດິນໄຫວຄັ້ງນີ້ໄດ້ 5.9 ຣິກເຕີ ທີ່ລະດັບຄວາມເລິກ 10​ ກິໂລແມັດ, ພາຍຫຼັງເກີດເຫດບໍ່ມີການປະກາດເຕືອນໄພ ແລະ ເຝົ້າລະວັງການກໍ່ຕົວຂອງຄື້ນຍັກສຶນາມິ, ເຖິງຢ່າງໃດກໍ່ຕາມ ແຮງສັ່ນສະເທືອນດັ່ງກ່າວສ້າງຄວາມແຕກຕື່ນໃຫ້ປະຊາຊົນຫຼາຍ ເນື່ອງຈາກເກີດຂຶ້ນພຽງບໍ່ພໍເທົ່າໃດວັນ ພາຍລັງແຜ່ນດິນໄຫວຮຸນແຮງ 6.9 ຣິກເຕີ ໃນບໍລິເວນໃກ້ຄຽງ ເມື່ອວັນອາທິດ ທີ 5 ສິງຫາ ທີ່ຜ່ານມາ.

ຂໍ້ມູນຈາກທາງການອິນໂດເນເຊຍລະບຸຕົວເລກຜູ້ເສຍຊີວິດຈາກເຫດແຜ່ນດິນໄຫວນັບຕັ້ງແຕ່ວັນທີ 5 ສິງຫາ ເປັນຕົ້ນມາ ມີຢ່າງໜ້ອຍ 319 ຄົນ, ບາດເຈັບ 1,400 ຄົນ ນອກຈາກນີ້ປະຊາຊົນຫຼາຍກວ່າ 156,000​ ຄົນບໍ່ມີທີ່ພັກອາໄສ ເນື່ອງຈາກບ້ານເຮືອນຈຳນວນຫຼາຍໄດ້ພັງເພໝົດ ແລະ ກະແສໄຟຟ້າຍັງຖືກຕັດດຂາດກວມເອົາ 3 ໃນ 4 ຂອງພື້ນທີ່ເທິງເກາະລອມບອກ.





No comments

Powered by Blogger.