ລັດຈະຈັດສັນເນື້ອທີ່ດິນໃຫ້ຄອບຄົວລະ 20x40 ແມັດ ເພື່ອສ້າງທີ່ພັກຖາວອນໃຫ້ຜູ້ປະສົບໄພເຂື່ອນແຕກ - ອິດສະຫຼະ

ລັດຈະຈັດສັນເນື້ອທີ່ດິນໃຫ້ຄອບຄົວລະ 20x40 ແມັດ ເພື່ອສ້າງທີ່ພັກຖາວອນໃຫ້ຜູ້ປະສົບໄພເຂື່ອນແຕກ




ສຳນັກຂ່າວສານປະເທດລາວລາຍງານ 9 ສິງຫາ 2018 ວ່າ: ການຄົ້ນຫາຜູ້ສູນຫາຍຈາກເຫດເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ທີ່ເຮັດນ້ຳຖ້ວມເມືອງສະໜາມໄຊ ແຂວງອັດຕະປືຢ່າງກະທັນຫັນ ສືບຕໍ່ມາເປັນມື້ທີ 17 ມາຮອດວັນພະຫັດນີ້ ຍັງບໍ່ທັນພົບຜູ້ເສຍຊີວິດເພີ່ມ ຕົວເລກຜູ້ເສຍຊີວິດຍັງຢູ່ທີ່ 32 ສົບ ແລະ ຕົວເລກຜູ້ເສຍຊີວິດຢູ່ໂຮງໝໍ 3 ສົບ ລວມການເສຍຊີວິດມີ 35 ສົບ ແລະ ຍັງສູນຫາຍ 99 ຄົນ.


ໃນດ້ານຂອງການສ້າງທີ່ພັກເຊົາຊົວຄາວໃຫ້ປະຊາຊົນຜູ້ປະສົບໄພ ມາຮອດວັນທີ 9 ສິງຫານີ້ ສາມາດຕິດຕັ້ງເຕັ້ນພັກເຊົາສຳເລັດແລ້ວ 439 ເຕັ້ນ, ຂະນະດຽວກັນ ກໍ່ໄດ້ຍົກຍ້າຍປະຊາຊົນອອກຈາກສູນພັກເຊົາຕາມໂຮງຮຽນໄປປະຈຳຢູ່ບ່ອນຈັດສັນໃໝ່ເປັນໄລຍະໆ ເພື່ອລະບາຍຄວາມແອອັດພາຍໃນສູນດັ່ງກ່າວ.



ທ່ານ ວິໄລພອນ ດາລາແສນ ຮອງຫົວໜ້າ ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ, ຄະນະຍົກຍ້າຍຈັດສັນທີ່ຢູ່ອາໄສ ພາຍໃນເຂດທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການຈັດສັນທີ່ຢູ່ອາໄສ ຢູ່ບ້ານຕະມໍຢອດ ແມ່ນໄດ້ມີການຈັດສັນຢູ່ 3 ຈຸດໃຫຍ່ຄື: ເຂດດົງບາກ, ເຂດບ້ານໜອງບົກ ແລະ ເຂດຕະມໍຢອດ, ໂດຍໄດ້ແບ່ງເນື້ອທີ່ດິນອອກເປັນ 2 ຈຸດຄື: ເຂດປຸກສ້າງຊົ່ວຄາດມີເນື້ອທີ່ 4 ເຮັກຕາ ຈັດໃຫ້ປະຊາຊົນຢູ່ຊົ່ວຄາດໄປກ່ອນ ພ້ອມທັງມີສິ່ງອຳນວຍຄວາມສະດວກຕ່າງໆ ເປັນຕົ້ນແມ່ນສຸຂະສຶກສາ, ສາທາລະນະສຸກ, ວິດຖ່າຍ.

ສຳລັບເນື້ອທີ່ຮອງຮັບທີ່ຢູ່ຖາວອນນັ້ນຈະມີເນື້ອທີ່ທັງໝົດ 50 ເຮັກຕາ ລວມທັງກິດຈະກຳປິ່ນອ້ອມຂອງການຈັດສັນບ້ານ, ໂດຍສະເພາະແມ່ນບ້ານໜຶ່ງມີວັດ, ສຸກສາລາ, ໂຮງຮຽນ, ສະໜາມຖິ້ມຂີ້ເຫຍື້ອ ແລະ ອື່ນໆ. ສະນັ້ນການຈັດສັນບ້ານຢູ່ຖາວອນ ແມ່ນໃຊ້ເນື້ອທີ່ຫຼາຍສໍສົມຄວນ ແລະ ໄດ້ປຶກສາຫາລືກ່ຽວກັບເນື້ອທີ່ ແລ້ວຈັດສັນຄອບຄົວໃນເນື້ອທີ່ 20x40 ແມັດ ຕາມກົດໝາຍກຳນົດ.

ສ່ວນການຈັດຕັ້ງປະຕິບັດນັ້ນ, ທ່ານ ວິໄລພອນ ດາລາແສນໃຫ້ຮູ້ວ່າ: ໂດຍປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ ວ່າໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດລົງມືກໍ່ສ້າງໃຫ້ໄວເທົ່າໃດຍິ່ງດີ ແລະ ທັງຄະນະກໍ່ຈັດຕັ້ງປະຕິບັດໂດຍໃຊ້ກົນຈັກ, ພາຫະນະພາຍໃນທ້ອງຖິ່ນເພື່ອກໍ່ສ້າງບ່ອນພັກອາໄສໃຫ້ປະຊາຊົນໂດຍໄວ.

No comments

Powered by Blogger.