ເຂື່ອນນ້ຳງື່ມ 1 ແຈ້ງວ່າການປ່ອຍນ້ຳໃນວັນທີ 12 ສິງຫານີ້ ຈະບໍ່ສົ່ງຜົນກະທົບຕໍ່ປະຊາຊົນ - ອິດສະຫຼະ

ເຂື່ອນນ້ຳງື່ມ 1 ແຈ້ງວ່າການປ່ອຍນ້ຳໃນວັນທີ 12 ສິງຫານີ້ ຈະບໍ່ສົ່ງຜົນກະທົບຕໍ່ປະຊາຊົນ



ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ອອກໃບສະເໜີເລກທີ 1718/ຜ-ຟຟລ ລົງວັນທີ 9 ສິງຫາ 2018 ເລື່ອງການປ່ອຍນ້ຳຜ່ານປະຕູນ້ຳລົ້ນ ຂອງເຂື່ອນໄຟຟ້ານ້ຳງື່ມ 1 ວ່າ: ຈະໄດ້ເປີດປະຕູນ້ຳລົ້ນ ເພື່ອລະບາຍນ້ຳອອກຈາກອ່າງ, ເລີ່ມແຕ່ວັນທີ 12 ສິງຫາ 2018 ເວລາ 09:00 ໂມງຕອນເຊົ້າເປັນຕົ້ນໄປ.

ເຊິ່ງຈະໄດ້ເປີດປະຕູຈຳນວນ 4 ບ້ານ, ລວງູງເປີດ 40 ຊັງຕີແມັດ ແລະ ຈະມີປະລິມານນ້ຳໄຫຼຜ່ານປະຕູນ້ຳລົ້ນທັງໝົດສະເລ່ຍ 148,449 ແມັດກ່ອນ/ວິນາທີ, ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນ ແລະ ຕາມລຳນ້ຳງື່ມເພີ່ມຂຶ້ນປະມານ 5-10 ຊັງຕີແມັດ.

ໂດຍຈະບໍ່ສົ່ງຜົນກະທົບຕໍ່ພໍ່-ແມ່ປະຊາຊົນ ທີ່ອາໄສຢູ່ຕາມລ້ອງແມ່ນ້ຳງື່ມ, ເນື່ອງຈກາວ່າຍັງເປັນຊ່ວງຕົ້ນລະດູຝົນ ຄາດວ່າຍັງຈະມີພາຍຸ ແລະ ຝົນຕົກໜັກໃນຊ່ວງເດືອນສິງຫາ ຫາ ເດືອນກັນຍານີ້. ສະນັ້ນ, ຈຶ່ງໄດ້ສະເໜີມາຍັງທ່ານ ເພື່ອແຈ້ງການໃຫ້ເມືອງ, ບ້ານ ແລະ ປະຊາຊົນທີ່ອາໄສຢູ່ຕາມແຄມແມ່ນ້ຳງື່ມ, ທີ່ເຮັດທຸລະກິດ, ທຳການຜະລິດ ແລະ ກິດຈະກຳອື່ນໆຢູ່ພື້ນທີ່ຮາບຕ່ຳ ທີ່ນ້ຳອາດຈະຖ້ວມ ຈົ່ງພາກັນເອົາໃຈໃສ່ເກັບມ້ຽນຮັກສາ ແລະ ຄຸ້ມຄອງເຮືອ, ແພຊົນລະປະທານ, ເຮືອແພຮ້ານອາຫານ, ກະຊັງປາ, ສັດລ້ຽງ, ວັດຖຸ-ສິ່ງຂອງ ແລະ ອື່ນໆ ໃຫ້ມີຄວາມປອດໄພດ້ວຍ.




No comments

Powered by Blogger.