ວິທີປ້ອງກັນການເປັນ ມະເຮັງ ທີ່ໄດ້ຜົນ - ອິດສະຫຼະ

ວິທີປ້ອງກັນການເປັນ ມະເຮັງ ທີ່ໄດ້ຜົນ



ມະເຮັງເປັນໂລກຮ້າຍທີ່ຂ້າຊີວິດຄົນເປັນຈຳນວນຫຼາຍໃນແຕ່ລະປີ ດັ່ງນັ້ນ, ຫາກເຮົາຮູ້ວິທີການປ້ອງກັນຕົວເອງຈາກໂລກນີ້ຄົງຈະດີສົມຄວນ ມື້ນີ້ຈະນຳເອົາວິທີປ້ອງກັນໂລກມະເຮັງທີ່ໄດ້ຜົນ ແລະ ເຫດຜົນທີ່ວ່າເປັນຫຍັງຈຶ່ງໄດ້ຜົນມາຝາກ:

1. ເຊົາສູບຢາ: ໃນຢາສູບແຕ່ລະກອກ ມີສານນິໂຄຕິນ ແລະ ສານເຄມີທີ່ທຳລາຍສຸຂະພາບເຖິງ 250 ຊະນິດ ແລະ ເກືອບ 70 ກວ່າຊະນິດ ທີ່ເປັນສາເຫດຂອງການເກີດໂລກມະເຮັງ ເພາະນອກຈາກຈະເປັນມະເຮັງຢູ່ປອດແລ້ວ ຍັງລວມເຖິງການເປັນມະເຮັງຢູ່ທ້ອງ, ຕັບ, ໝາກໄຂ່ຫຼັງ, ປາກ ແລະ ຢູ່ລຳຄໍອີກດ້ວຍ ຫາກເຮົາເຊົາສູບຢາໄດ້ຫຼາຍເທົ່າໃດ ກໍ່ຈະເປັນສິ່ງທີ່ດີຕໍ່ສຸຂະພາບເທົ່ານັ້ນ ຄວນປຶກສາແພດເຖິງຂໍ້ແນະນຳໃນການເຊົາສູບຢາ

2. ຮັບປະທານຜັັກ ແລະ ໝາກໄມ້ທີ່ມີສານຊ່ວຍຕໍ່ຕ້ານມະເຮັງໄດ້ ເພາະມີຄຸນຄ່າທາງອາຫານ, ມີກາກອາຫານສູງ ແລະ ມີໄຂມັນຕໍ່າ ດັ່ງນັ້ນ, ຄວນຮັບປະທານບຣັອກໂຄລີ, ຖົ່ວງອກ, ດອກກະລໍ່າ ແລະ ຜັກສີຂຽວອື່ນໆ ເພາະຜັກ ແລະ ໝາກໄມ້ຊ່ວຍປ້ອງກັນການເກີດໂລກມະເຮັງ ແລະ ບໍ່ໃຫ້ດີເອັນເອຖືກທຳລາຍ ຈາກການສຶກສາຍັງພົບອີກວ່າການຮັບປະທານໝາກໄມ້ຍັງຊ່ວຍຕໍ່ສູ້ກັບສານເຄມີທີ່ຈະເປັນຕົວກໍ່ໃຫ້ເກີດໂລກມະເຮັງໃນເຊວຕ່າງໆຂອງຮ່າງກາຍອີກດ້ວຍ

3. ຫຼຸດນໍ້າໜັກ ການມີນໍ້າໜັກຫຼາຍເກີນໄປຈະສົ່ງຜົນຕໍ່ສຸຂະພາບ ບໍ່ວ່າຈະເປັນໂລກຫົວໃຈ, ໂລກໄຂມັນໃນເສັ້ນເລືອດ ແລະ ລວມເຖິງໂລກມະເຮັງອີກດ້ວຍ ໂລກມະເຮັງສາມາດພົບໄດ້ໃນຄົນຕຸ້ຍໂດຍສະເພາະມະເຮັງເຕົ້ານົມ, ມະເຮັງລຳໄລ້,​ ມະເຮັງໃນທໍ່ປັດສະວະ ນັກວິໄຈໄດ້ກ່າວ່າສາເຫດໜຶ່ງເນື່ອງມາຈາກໄຂມັ້ນໃນເຊວທີ່ຫຼາຍເກີນໄປ ຈະເຮັດໃຫ້ເຊວມະເຮັງກໍ່ຕົວໄດ້ງ່າຍຂຶ້ນ ດັ່ງນັ້ນ, ຈຶ່ງຄວນຫຼຸດນໍ້າໜັກລົງ

4. ຫຼຸດຜ່ອນເຄື່ອງດື່ມມຶນເມົາ ຄົນທີ່ດື່ມເຄື່ອງດື່ມມຶນເມົາຫຼາຍ ມີຜົນການວິໄຈບອກວ່າມີຄວາມສ່ຽງໃນການເປັນມະເຮັງ ທີ່ໜ້າເອິກ, ຕັບ ແລະ ບໍລິເວນອື່ນໆ ຍິ່ງເຮົາດື່ມຫຼາຍເທົ່າໃດ ກໍ່ຍິ່ງມີຄວາມສ່ຽງຫຼາຍເທົ່ານັ້ນ ດັ່ງນັ້ນ, ເຮົາຄວນງົດເຄື່ອງດື່ມມຶນເມົາ ຫາກຕ້ອງດື່ມສຳລັບຜູ້ຍິງຄວນດື່ມມື້ລະພຽງໜຶ່ງດອກເທົ່ານັ້ນ ແລະ ຜູ້ຊາຍພຽງມື້ລະສອງຈອກເທົ່ານັ້ນ

5. ງົດຮັບປະທານອາຫານປະເທດໄສ້ກອກ ຫາກມັກອາຫານປີ້ງ ຫຼື ໄສ້ກອກປີ້ງ ຄວນຄິດໃໝ່ອີກຄັ້ງ ຈາກການສຶກສາພົບວ່າ ຂັ້ນຕອນຂອງການຜະລິດໄສ້ກອກ ແລະ ແຮັມຕ່າງໆມີສານເຄມີ ເຊິ່ງມີຄວາມສຳພັນກັບໂລກມະເຮັງ ການວິໄຈຍັງແນະນຳອີກວ່າ ການຮັບປະທານຊີ້ນທີ່ສຸກໆດິບໆມີສີແດງເຊັ່ນ: ສະເຕັກ ຯລຯ ເປັນໄລຍະເວລາດົນໆຈະມີຄວາມສ່ຽງຕໍ່ການເປັນໂລກມະເຮັງໄດ້ ປອດໄພໄວ້ກ່ອນດີກວ່າ ດັ່ງນັ້ນ, ເຮົາຈຶ່ງຄວນງົດຮັບປະທານຊີ້ນທີ່ບໍ່ສຸກ ຫຼື ອາຫານປະເພດໄສ້ກອກ ແຕ່ໃຫ້ຮັບປະທານຊີ້ນໄກ່ ແລະ ປາແທນ

6. ອອກກຳລັງກາຍ ການອອກກຳລັງກາຍເປັນການຊ່ວຍປ້ອງກັນໂລກມະເຮັງໄດ້ຜົນດີອີກວິທີໜຶ່ງ ການເຄື່ອນໄຫວຮ່າງກາຍຈະເຮັດໃຫ້ລະດັບຮໍໂມນມີຄວາມສົມດຸນ ທັງເອສໂຕຣເຈນ ແລະ ອິນຊູລິນ ເຊິ່ງຈະມີສ່ວນສຳພັນກັບໂລກມະເຮັງ ດັ່ງນັ້ນ, ການອອກກຳລັງກາຍໂດຍການເຕັ້ນປະມານ 30 ນາທີ ຈະຊ່ວຍເຮັດໃຫ້ການໄຫຼວຽນເລືອດສູບສີດເຂົ້າສູ່ຫົວໃຈໄດ້ດີ ແລະ ປ້ອງກັນການເກີດໂລກມະເຮັງໄດ້

7. ທາຄີມກັນແດດ ການມີຜົນສີແທນອາດເປັນສິ່ງທີ່ຫຼາຍຄົນຕ້ອງການ ການໃຊ້ວີທີການອົບດ້ວຍແສງນິອອນ ເພື່ອຈະໃຫ້ມີຜິວສີແທນ ອາດທຳລາຍເຊວຜິວໜັງ ແລະ ກໍ່ໃຫ້ເກີດໂລກມະເຮັງໄດ້ ລວມທັງລັງສີຂອງດວງຕາເວັນຈະທຳລາຍຜິວໜັງ ແລະ ເປັນສາເຫດຂອງໂລກມະເຮັງເຊັ່ນດຽວກັນ ເພາະການຖືກແສງແດດທີ່ແຮງພາຍໃນເວລາ 15 ນາທີ ຈະເຮັດໃຫ້ເກີດມະເຮັງຜິວໜັງໄດ້ ດັ່ງນັ້ນ, ການທາຄີມກັນແດດກ່ອນຈະອອກໄປເຮັດກິດຈະກຳນອກບ້ານນອກເຮືອນຈະຊ່ວຍປ້ອງກັນໂລກມະເຮັງໄດ້ ແລະ ຄວນເລືອກຄີມທີ່ມີສານປ້ອງກັນແດດ 30% ຫຼື ຫຼາຍກວ່າ ແລະ ທາຊໍ້າອີກຄັ້ງເມື່ອເຫື່ອອອກ ຫຼື ລອຍນໍ້າ

8. ການມີເພດສຳພັນທີ່ປອດໄພ ໂລກທີ່ເກີດທາງເພດສຳພັນ ເປັນໂລກທີ່ເກີດຂຶ້ນຈາກການບໍ່ໄດ້ປ້ອງກັນຕົວເອງເມື່ອມີເພດສຳພັນ ການຕິດເຊື້ອດັ່ງກ່າວເພີ່ມຂຶ້ນຈະເປັນສາເຫດຂອງໂລກມະເຮັງເຖິງ 70% ໂລກມະເຮັງປາກມົດລູກ, ຊ່ອງຄອດ ແລະ ມົດລູກ ເກີດຈາກການຕິດເຊື້ອຈາກການມີເພດສຳພັນ ແລະ ບາງຊະນິດຈະສົ່ງຜົນຕໍ່ຕັບໄດ້ ດັ່ງນັ້ນ, ເພື່ອຄວາມປອດໄພຄວນໃສ່ຖົງຢາງອະນາໄມ ເພື່ອປ້ອງກັນຕົວເອງຈາກການເກີດໂລກທາງເພດສຳພັນ

9. ສັກຢາປ້ອງກັນ ເມື່ອເວົ້າເຖິງວັກແຊັງບໍ່ແມ່ນພຽງການສັກຢາປະຈຳປີສຳລັບໄຂ້ຫວັດເທົ່ານັ້ນ ແຕ່ມີວັກແຊັງບາງຢ່າງທີ່ສາມາດປ້ອງກັນການເປັນມະເຮັງໄດ້ເຊັ່ນ: ວັກແຊັງ HPV ຊ່ວຍປ້ອງກັນມະເຮັງປາກມົດລູກ ແລະ ຊ່ອງຄອດ ດັ່ງນັ້ນ, ເມື່ອເຖິງເວລາທີ່ຄວນໄດ້ສັກວັກແຊັງໃນຊ່ວງອາຍຸ 9 ຫາ 26 ປີ ຄວນສັກປ້ອງກັນ ລວມທັງວັກແຊັງປ້ອງກັນໄວຣັສຕັບອັກເສບບີ ເຊິ່ງຈະເປັນສາເຫດຂອງໂລກມະເຮັງຕັບໄດ້ ດັ່ງນັ້ນ, ໃນຊ່ວຍໄວເດັກຄວນໃຫ້ໄດ້ສັກວັກແຊັງໃຫ້ຄົບຕາມຕາຕະລາງທີ່ທ່ານໝໍກຳນົດໃຫ້

10. ຫຼີກລ້ຽງສານເຄມີເປັນພິດ ນຳຍາທຳຄວາມສະອາດທັງຫຼາຍທີ່ເຮັດຈາກສານເຄມີທີ່ເປັນພິດ ສານເຄມີທີ່ເປັນພິດເຫຼົ່ານີ້ຈະທຳລາຍດີເອັນເອໃນເຊວຂອງຮ່າງກາຍໄດ້ ແລະ ມີໂອກາດເປັນສາເຫດຂອງໂລກມະເຮັງໄດ້ດ້ວຍ ເມື່ອເຮົາສຳຜັດ, ກິນ ຫຼື ສູບດົມເຂົ້າໄປ ດັ່ງນັ້ນ, ຄົນເຮັດວຽກທີ່ຕ້ອງສຳຜັດກັບການໃຊ້ສານເຄມີເຫຼົ່ານີ້ຕະຫຼອດເວລາບໍ່ວ່າຈະເປັນຢ່າຂ້າຫຍ້າ, ໂຮງງານທີ່ຜະລິດພລາສຕິກ ຫຼື ອຸປະກອນຕ່າງໆທີ່ມີຄວາມສ່ຽງທີ່ຕ້ອງໃຊ້ສານເຄມີເປັນປະຈຳ ມີໂອກາດເປັນມະເຮັງໄດ້ສູງກວ່າຄົນທີ່ບໍ່ໄດ້ຮັບສານເຄມີ

11. ສຶກສາປະຫວັດທາງພັນທຸກຳ ເພາະພັນທຸກຳມີສ່ວນຫຼາຍຕໍ່ຄວາມແຂງແຮງ ແລະ ສຸຂະພາບຂອງເຮົາ ສິ່ງທີ່ສືບທອດມາຈາກພໍ່-ແມ່, ປູ່-ຍ່າ, ຕາ-ຍາຍ ລ້ວນແຕ່ຈະສົ່ງທອດມາສູ່ຕົວເຮົາ ຫາກປະຫວັດຂອງຄອບຄົວມີຄົນທີ່ເປັນມະເຮັງກໍ່ມີສ່ວນທີ່ຈະເຮັດໃຫ້ລູກຫຼາຍມີໂອກາດສ່ຽງທີ່ຈະເປັນມະເຮັງໄດ້ ດັ່ງນັ້ນ, ການສຶກສາປະຫວັດຂອງຄອບຄົວຈະເຮັດໃຫ້ຮູ້ວ່າເຮົາຄວນຈະປະຕິບັດແບບໃດເພື່ອຮັກສາສຸຂະພາບໃຫ້ດີ

12. ກວດສຸຂະພາບເປັນປະຈຳ ການກວດສຸຂະພາບເປັນປະຈຳ ຈະເຮັດໃຫ້ເຮົາຄົ້ນພົບມະເຮັງຕັ້ງແຕ່ເນີ້ນໆ ບາງຄັ້ງກ່ອນຈະເລີ່ມການກໍ່ຕົວຂອງເຊວມະເຮັງ ດັ່ງນັ້ນ, ເມື່ອເຖິງຊ່ວງອາຍຸທີ່ຄວນກວດພາຍໃນ ຫຼື ກວດມະເຮັງເຕົ້ານົມສຳລັບຜູ້ຍິງຄວນໄປກວດ ແລະ ຄວນປຶກສາແພດວ່າຄວນກັບມາກວດອີກຄັ້ງຕໍ່ໄປເມື່ອໃດ

13. ກິນຢາຫາກຈຳເປັນ ການກິນຢາບາງປະເພດຈະຊ່ວຍຫຼຸດຜ່ອນໂອກາດສ່ຽງທີ່ຈະເປັນມະເຮັງໄດ້ຢາບາງປະເພດຊ່ວຍຫຼຸດການເປັນມະເຮັງເຕົ້ານົມ ແລະ ອາດມີຜົນຂ້າງຄຽງ ຢາແອສໄພຣິນ ຊ່ວຍປ້ອງກັນຄວາມສ່ຽງຂອງການເກີດມະເຮັງລຳໄສ້ ແລະ ມະເຮັງຕ່ອມລູກໝາກ ດັ່ງນັ້ນ, ການຮັບປະທານຢາຈະຊ່ວຍຫຼຸດຄວາມສ່ຽງຂອງການເກີດມະເຮັງໄດ້ແຕ່ຕ້ອງລະວັງຜົນຂ້າງຄຽງທີ່ເກີດຂຶ້ນນຳ

14. ການກິນຢາຮໍໂມນເມື່ອເຖິງຊ່ວງໄວໃກ້ໝົດປະຈຳເດືອນ ອາການຮ້ອນໆໜາວໆ ແຄວຊຽມໃນມວນກະດູກໜ້ອຍລົງໃນຊ່ວງໄວໝົດປະຈຳເດືອນ ເຮັດໃຫ້ຕ້ອງໃຊ້ຢາຮໍໂມນທົດແທນອາດຈະເປັນໂອກາດສ່ຽງທີ່ເຮັດໃຫ້ເກີດມະເຮັງເຕົ້ານົມໄດ້ຫຼາຍກວ່າຄົນທີ່ບໍ່ໄດ້ກິນຢາຮໍໂມນ ດັ່ງນັ້ນ, ຄວນປຶກສາແພດໝໍກ່ຽວກັບຄວາມສ່ຍງນີ້ກ່ອນທີ່ຈະຮັບປະທານຢາຮໍໂມນ

ໂລກມະເຮັງ ເປັນໂລກຮ້າຍທີ່ສ້າງຄວາມເຈັບປວດໃຫ້ກັບຫຼາຍຊີວິດ ດັ່ງນັ້ນ, ຫາກບໍ່ຢາກໃຫ້ຕົວເຮົາເອງ ແລະ ຄົນໃນຄອບຄົວມີຄວາມສ່ຽງດັ່ງກ່າວ ຄວນປ້ອງກັນຕົວເອງດ້ວຍການງົດສູບຢາ, ອອກກຳລັງກາຍ ແລະ ຮັບປະທານອາຫານທີ່ມີປະໂຫຍດ ເປັນກຳລັງໃຈໃຫ້ທຸກຄອບຄົວສະເໝີ

ໂດຍ: ດຣ. ສຸພາພອນ ເທບສຸວັນ

No comments

Powered by Blogger.