ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ 2017 - ອິດສະຫຼະ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ກຸມພາ 2017



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ກຸມພາ 2017 ໄດ້ໄຂຂຶ້ນຢ່າງເປັນທາງ ການ ໃນຕອນເຊົ້າຂອງວັນທີ 23 ກຸມພາ ຢູ່ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະ ທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄວາມເຫັນ ແລະ ຈະໄດ້ພິຈາລະນາເອົາບັນຫາສຳຄັນ ຮີບດ່ວນຈໍານວນໜຶ່ງ ເປັນຕົ້ນ ຮ່າງກົດໝາຍ ວ່າດ້ວຍນໍາ ແລະ ຊັບພະຍາກອນແຫຼ່ງນໍ້າ ສະບັບປັບປຸງ; ຮ່າງກົດໝາຍ ວ່າດ້ວຍການປົກປ້ອງອຸດສາຫະກໍາພາຍໃນ; ບົດລາຍງານສະ ພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 3 ເດືອນຂ້າມຜ່ານປີ 2016, ໝົດປີ 2016 ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນ ໃນງວດທີ I ປະຈໍາປີ 2017; ບົດລາຍງານກ່ຽວກັບ ແຜນການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ; ຍຸດທະສາດວຽກງານການຈົດທະບຽນ ແລະ ສະຖິຕິພົນລະເມືອງ 2016-2025; ບົດລາຍງານກ່ຽວກັບໂຄງການກໍ່ ສ້າງທາງດ່ວນ ເສັ້ນຄູ່ຂະໜານຖະໜົນ ໄກສອນ ພົມວິຫານ ຕິດພັນກັບ ໂຄງການ ສ້າງເຂດພັດທະນາດອກຈໍາປາ;  ຮ່າງດຳລັດ ວ່າດ້ວຍຢາປາບສັດຕູພືດ ສະບັບປັບປຸງ; ຮ່າງດໍາລັດ ວ່າດ້ວຍກອງທຶນສ້າງ ແລະ ພັດທະນາສີມືແຮງງານ; ບົດລາຍງານກ່ຽວກັບ ບັນຫາຢາເສບຕິດ; ບົດລາຍງານກ່ຽວກັບຜົນຂອງກອງປະຊຸມ ຄັ້ງທີ 39 ຂອງຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານລາວ ແລະ ຫວຽດນາມ ປະຈໍາປີ 2017.

ໃນໂອກາດກ່າວໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ສະມາຊິກລັດຖະ ບານ ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ ໃນການປະກອບຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ ກອງປະຊຸມຄັ້ງນີ້ ບັນລຸຕາມຄາດໝາຍທີ່ວາງໄວ້.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສໍາພັນ.

No comments

Powered by Blogger.