ອາບູໄຊຢາບຕັດຫົວຕົວປະກັນຊາວເຢຍລະມັນ - ອິດສະຫຼະ

ອາບູໄຊຢາບຕັດຫົວຕົວປະກັນຊາວເຢຍລະມັນ



ສຳນັກຂ່າວຕ່າງປະເທດລາຍງານເມືອວັນທີ 27 ກຸມພາ 2017ວ່າ: ວິດີໂອຂອງກຸ່ມອາບູໄຊຢາບ ເຊິ່ງຖືກເຜີຍແຜ່ຕໍ່ໂດຍກຸ່ມຂ່າວກອງ SITV ສະແດງໃຫ້ເຫັນສະມາຊິກອາບູໄຊຢາບ ໃສ່ໝວກຜ້າປິດຄຸມໃບໜ້າຄົນໜຶ່ງ ໃຊ້ພ້າຂໍຕັດຫົວທ່ານ ເຈເກນ ກຸສຕາບ ຄານເນີ ຕົວປະກັນຊາວເຢຍລະມັນ ອາຍຸ 71 ປີ ຂະນະທີ່ສະມາຊິກຄົນອື່ນໆເວົ້າອອກສຽງສັນລະເສີນພະເຈົ້າ.

ຕຳຫຼວດຟິລິບປິນກ່າວ່າ ທ່ານ ຄານເນີ ຖືກຂ້າຢູ່ເຂດອິນດານານ ແຂວງຊູລູ ທາງພາກໃຕ້ ເມື່ອວັນອາທິດທີ 26 ກຸມພາ 2016 ຫຼັງການເຜີຍແຜ່ຄລິບວິດີໂອ ທ່ານ ຈີຊັສ ດູເຣຊາ ຜູ້ແທນພິເສດຂອງລັດຖະບານຟິລິບປິນກ່າວຢືນຢັນການເສຍຊີວິດຂອງທ່ານ ຄານເນີ ແລະ ວ່າຫຼາຍຝ່າຍລວມເຖິງກອງທັບຟິລິບປິນ ພະຍາຍາມທຸກວິທີທາງເພື່ອຊ່ວຍຊີວິດທ່ານ ຄານເນີ ຈົນເຖິງນາທີສຸດທ້າຍ ແຕ່ບໍ່ສຳເລັດ ສ່ວນເຈົ້າໜ້າທີ່ກອງທັບປະຈຳພາກໃຕ້ກ່າວວ່າ ຍັງບໍ່ພົບສົບຂອງທ່ານ ຄານເນີ

ທ່ານ ຄານເນີ ຖືກກຸ່ມອາບູ ໄຊຢາບ ບຸກລັກພາຕົວຈາກເຮືອ ທີ່ແລ່ນຢູ່ໃນທະເລນອກຊາຍຝັ່ງລັດຊາບາຂອງມາເລເຊຍ ເມື່ອເດືອນ ພະຈິກ ປີທີ່ຜ່ານມາ ໂດຍ ທ່ານ ນາງ ຊາບີນ ເມີຊ ແຟນຂອງລາວຖືກຍິງເສຍຊີວິດຄາເຮືອ ຕໍ່ມາອາບູໄຊຢາບ ໄດ້ຍື່ນຂໍ້ສະເໝີຮຽກຮ້ອງຄ່າໄຖ່ຕົວທ່ານ ຄານເນີ ເປັນເງິນຈຳນວນ 30 ລ້ານເປໂຊຟິລິບປິນ ຫຼື ປະມານ 6 ພັນລ້ານກີບ ແລະ ກາຍຂີດເສັ້ນຕານການປະກັນໄປເມື່ອວັນອາທິດທີ່ຜ່ານມາ.

No comments

Powered by Blogger.