ຜິດຫຼັກສາສະໜາຖືກຟາດຈົນໝົດສະຕິຄາເວທີ ຕໍ່ໜ້າສາທາລະນະ - ອິດສະຫຼະ

ຜິດຫຼັກສາສະໜາຖືກຟາດຈົນໝົດສະຕິຄາເວທີ ຕໍ່ໜ້າສາທາລະນະ



ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງບັນດາອາເຈະ ປະເທດອິນໂດເນເຊຍ ເມື່ອວັນທີ 27 ກຸມພາ 2017 ວ່າ ທ້າວ ເຮີຣີຊານ ບິນ ຢູນຸສ ອາຍຸ 27 ປີ ເປັນລົມໝົດສະຕິເທິງເວທີ ຫຼັງຖືກຟາດດ້ວຍຫວາຍ 8 ຄັ້ງ ຕໍ່ໜ້າປະຊາຊົນກຳນວນຫຼາຍ ໃນເມືອງບັນດາອາເຈະ ເມືອງເອກຂອງແຂວງອາເຈະ ເຊິ່ງເປັນແຂວງດຽວຂອງທັງໝົດ 31 ແຂວງ ແລະ 2 ເຂດການປົກຄອງພິເສດຂອງປະເທດອິນໂດເນເຊຍ ເຊິ່ງເປັນປະເທດທີ່ມີປະຊາກອນເປັນຊາວມຸດສະລິມຫຼາຍທີ່ສຸດໃນໂລກ ທີ່ບັງຄັບໃຊ້ກົດໝາຍຊາຣີອະ.

ເຈົ້າໜ້າທີ່ໄດ້ຫາມທ້າມ ເຮີຣີຊານລົງຈາກເວທີ ແຕ່ເມື່ອໄປເຖິງມືໝໍ ເພື່ອກວດຮ່າງກາຍແລ້ວໄດ້ລົງຄວາມເຫັນວ່າ ລາວມີສຸຂະພາບແຂງແຮງດີ ທ້າວ ເຮີຣີຊານ ຈຶ່ງຖືກນຳກັບຂຶ້ນໄປເທິງເວທີອີກຮອບໜຶ່ງ ແລະ ຖືກຟາດຕໍ່ອີກ 14 ຄັ້ງ ຈົນຄົບ 22 ຄັ້ງຕາມທີ່ສານສາສະໜາທ້ອງຖິ່ນຕັດສິນໃຫ້ລົງໂທດ ຈາກຄວາມຜິດຖານໃຊ້ເວລາຢູ່ກັບສອງຕໍ່ສອງໃນບ່ອນລັບຕາຄົນກັບຜູ້ຍິງຄົນໜຶ່ງທີ່ບໍ່ແມ່ນເມຍ.

ທ້າວ ເຮີຣີຊານເປັນ 1 ໃນປະຊາຊົນ 8 ຄົນທີ່ຖືກລົງໂທດຟາດດ້ວຍຫວາຍຕໍ່ໜ້າປະຊາຊົນ ຖານກະທຳຜິດກົດສາສະໜາຂອງແຂວງ.

ການຟາດດ້ວຍຫວາຍຕໍ່ໜ້າສາທາລະນະມີຂຶ້ນເປັນປະຈຳໃນອາເຈະ ໂດຍຖານຄວາມຜິດທີ່ຈະຖືກລົງໂທດດ້ວຍວິທີນີ້ມີຕັ້ງແຕ່ການຫຼິ້ນການພະນັນ, ດື່ມສິ່ງມຶນເມົາ, ມີເພດສຳພັນກັບຄົນເພດດຽວກັນ ຫຼື ຢູ່ສອງຕໍ່ສອງໃນບ່ອນລັບຕາກັບເພດກົງກັນຂ້າມທີ່ບໍ່ແມ່ນຜົວເມຍທີ່ຖືກຕ້ອງຂອງຕົນ.

ແຂວງອາເຈະ ແມ່ນຕັ້ງຢູ່ເກາະສຸມາດຕາ ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເລີ່ມມີການບັງຄັບໃຊ້ກົດໝາຍຊາຣີອະ ຫຼັງໄດ້ຮັບອະນຸມັດສະຖານະເຂດປົກຄອງພິເສດໃນປີ 2001 ເຊິ່ງເປັນຄວາມພະຍາຍາມຂອງລັດຖະບານກາງໃນນະຄອນຫຼວງຈາກາຕາ ໃນການແກ້ໄຂບັນຫາການກໍ່ຄວາມບໍ່ສະຫງົບເພື່ອແບ່ງແຍກດິນແດນອາເຈະທີ່ມີມາຢ່າງຍາວນານ.

No comments

Powered by Blogger.