ຄັງອາວຸດກອງທັບອູແກຣນ ໄຟໄໝ້ ແລະ ເກີດລະເບີດຢ່າງຮຸນແຮງ (ວິດີໂອ) - ອິດສະຫຼະ

ຄັງອາວຸດກອງທັບອູແກຣນ ໄຟໄໝ້ ແລະ ເກີດລະເບີດຢ່າງຮຸນແຮງ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 28 ກັນຍາ 2017 ວ່າ: ເກີດເຫດໄຟໄໝ້ຄັງອາວຸດຂອງກອງທັບອູແກຣນ ໃນເຂດພູມມິພາກວິນໄນເຊຍ ເມື່ອຕອນຄ່ຳຂອງວັນອັງຄານທີ່ຜ່ານມາ ຈົນເກີດການລະເບີດຕໍ່ເນື່ອງຫຼາຍຄັ້ງ ທາງການຈຶ່ງຕ້ອງສັ່ງອົບພະຍົບປະຊາຊົນກວ່າ 30,000 ຄົນ ອອກຈາກເຂດດັ່ງກ່າວ ເພື່ອຄວາມປອດໄພ ນອກຈາກນັ້ນໄຟຟ້າ ແລະ ແກັດໃນເຂດດັ່ງກ່າວຍັງຖືກສັ່ງຕັດ ການໃຫ້ບໍລິການເສັ້ນທາງລົດໄຟທົ່ວປະເທດໄດ້ຮັບຜົນກະທົບເຮັດໃຫ້ກຳນົດການເດີນທາງຊ້າອອກໄປ ຈົນເຖິງວັນພະຫັດທີ 28 ກັນຍາ 2017 ນີ້ ໄຟກໍ່ຍັງໄໝ້ຢູ່ບໍ່ທັນໝົດ.

ສື່ທ້ອງຖິ່ນລາຍງານວ່າ ມີກະສູນຕ່າງໆປະມານ 180,000 ໂຕນ ທີ່ເກັບໄວ້ຢູ່ພາຍໃນຄັງອາວຸດດັ່ງກ່າວຂອງກອງທັບ ທີ່ເມືອງຄາລິນິບກກາ ທີ່ຫ່າງຈາກນະຄອນຫຼວງເຄເຢີບ ປະມານ 190 ກິໂລແມັດ. ໃນຈຳນວນອາວຸດທີ່ເກັບຮັກສາໄວ້ໃນຄັງດັ່ງກ່າວນີ້ຍັງມີເຄື່ອງຍິງຈະຫຼວດຫຼາຍລຳອີກດ້ວຍ.


ທ່ານ ນາໂຕ ລີ ມາຕິອອສ ຫົວໜ້າໄອຍະການທະຫານຂອງກອງທັບອູແກຣນ ອອກມາຖະແຫຼງປະຕິເສດຖະແຫຼງການກ່ອນໜ້ານີ້ຂອງກອງທັບອູແກຣນລະບຸວ່າ ອາດມີກຸ່ມນັກກໍ່ຄວາມວຸ້ນວາຍຈາກຕ່າງປະເທດເຂົ້າມາກໍ່ເຫດວາງເພີງຄັງອາວຸດແຫ່ງນີ້ ແຕ່ການສືບສວນສອບສວນຂອງກອງທັບຍັງດຳເນີນຕໍ່ໄປ.


No comments

Powered by Blogger.