WHO ເຕືອນກາລະໂລກລະບາດໃນມາດາກາສະກາ - ອິດສະຫຼະ

WHO ເຕືອນກາລະໂລກລະບາດໃນມາດາກາສະກາ



ສຳນັກຂ່າວຕ່າງປະເທດລາຍງານ 30 ກັນຍາ 2017 ວ່າ: ກາລະໂລກ (plague) ສ່ວນໃຫຍ່ທີ່ແຜ່ເຊື້ອມາຈາກຫນູທີ່ມີຫມັດ ມະນຸດທີ່ຖືກກັດໂດຍຫມັດຕິດເຊື້ອມັກຈະພັດທະນາເປັນກາລະໂລກ ເຊິ່ງປາກົດການຕ່ອມນ້ຳເຫລືອງບວມໃຫຍ່ ແລະ ສາມາດປິ່ນປົ່ວໄດ້ດ້ວຍຢາຕ້ານເຊື້ອ.

ແຕ່ຍັງມີຮູບແບບຂອງປອດບວມທີ່ອັນຕະລາຍກວ່າ ແລະ ເປັນໄພໃຫຍ່ຫລວງຕໍ່ປອດ ສາມາດຂ້າຜູ້ປ່ວຍໄດ້ພາຍໃນ 24 ຊົ່ວໂມງ ຫາກບໍ່ໄດ້ຮັບການປິ່ນປົ່ວທີ່ຖືກຕ້ອງ, ໂດຍປະມານເຄິ່ງຫນຶ່ງຂອງຜູ້ປ່ວຍ 104 ຄົນ ຈະມີອາການປອດບວມ.


ທ່ານ ທາຣິດ ຈາຊາເຣວິດ ໂຄສົກອົງການອະນາໄມໂລກ ຖະແຫຼງຂ່າວຕໍ່ສື່ມ່ວນຊົນທີ່ນະຄອນເຈນີວາ ເມື່ອວັນສຸກທີ່ຜ່ານມາວ່າ ເຂດທີ່ມີການປະບາດຢູ່ຕອນນີ້ຄືປະເທດມາດາກາສະກາ ທີ່ປະກອບດ້ວຍເມືອງຫຼວງອັນຕານານາຣິໂວ ແລະ ອີກ 2 ເມືອງຄື ເມືອງມາຮາເຈນກາ ແລະ ໂທອາມາຊິນາ.

ຈາກການຕິດຕາມສະຖານະການເຮັດໃຫ້ເກີດຄວາມຫນ້າເປັນຫ່ວງວ່າ ການລະບາດອາດແຜ່ກະຈາຍອອກໄປເປັນວົງກວ້າງ ເນື່ອງຈາກລະດູຂອງກາລະໂລກໃນມາດາກາສະກາຫາກໍ່ເລີ່ມ ແລະ ຈະດຳເນີນໄປຈົນເຖິງເດືອນ ເມສາ ປີໜ້າ ເຊິ່ງທີ່ຜ່ານມາມີຜູ້ຕິດເຊື້ອໂດຍສະເລ່ຍປີລະປະມານ 400 ຄົນ.

No comments

Powered by Blogger.