ແມ່ລີງ "ກິນລູກ" ທີ່ຕາຍແລ້ວຂອງຕົນເອງ ທັງໆທີ່ຮັກລູກທີ່ສຸດເພາະຫຍັງ - ອິດສະຫຼະ

ແມ່ລີງ "ກິນລູກ" ທີ່ຕາຍແລ້ວຂອງຕົນເອງ ທັງໆທີ່ຮັກລູກທີ່ສຸດເພາະຫຍັງ



ລີງ Primate ເປັນສັດທີ່ຮູ້ຈັກໃນຖານະສັດທີ່ໃຫ້ຄວາມອົບອຸ່ນແກ່ລູກຂອງມັນທີ່ສຸດຊະນິດໜຶ່ງ ແຕ່ເປັນຄັ້ງທຳອິດທີ່ນັກວິທະຍາສາດໄດ້ບັນທຶກເຫດການອັນໜ້າຕື່ນຕົກໃຈ ເມື່ອແມ່ລີງກິນລູກຂອງມັນເອງທີ່ຕາຍໄປແລ້ວ.

ທີມນັກວິໄຈໄດ້ທຳການສຶກສາແມ່ລູກອ່ອນລີງກັງຕົວໜຶ່ງທີ່ມີຊື່ວ່າ Evalyne ຈາກປ່າສະຫງວນ Parco Faunistico di Piano dell’Abatino ໃນປະເທດອິຕາລີ ແມ່ລີງຖືຮ່າງຂອງລູກນ້ອຍທີ່ຕາຍແລ້ວໄວ້ຫຼາຍອາທິດ ຈາກນັ້ນກໍ່ກິນຈົນເຫຼືອພຽງແຕ່ກະດູກ.

ລິງກັງມີຖິ່ນກະຈາຍພັນຢູ່ໃນອາຊີຕາເວັນອອກສຽງໃຕ້ ເມື່ອລູກຂອງມັນຕາຍ ມັນຈະອູ້ມຮ່າງຂອງລູກທີ່ຕາຍໄວ້ຫຼາຍຊົ່ວໂມງ ຫຼື ອາດຫຼາຍມື້ ເຊິ່ງອາດເປັນການສະແດງເຖິງຄວາມໂສກເສົ້າ ຫຼື ຄວາມບໍ່ເຂົ້າໃຈວ່າລູກຂອງມັນໄດ້ຕາຍໄປແລ້ວ.


"ພຶດຕິກຳແບບນີ້ມີບັນທຶກໄວ້ວ່າພົບໃນລີງຊິມແປນຊີ ແລະ ລີງໄພຣເມດອື່ນໆ ແມ່ລີງອູ້ມລູກນ້ອຍຂອງມັນຈົນຮ່າງຈະເນົ່າເປື່ອຍສະຫຼາຍຕົວ" Frans de Waal ຜູ້ຊ່ຽວຊານດ້ານລີງວິທະຍາ ແລະ ບໍ່ໄດ້ກ່ຽວຂ້ອງກັບການສຶກສາຄັ້ງນີ້ ຈາກ Emory University ກ່າວ.

ແຕ່ "ຄວາມແປກໃໝ່ກໍ່ຄື ການທີ່ມັນກິນລູກຂອງຕົນເອງ" de Waal ກ່າວ "ປົກກະຕິແລ້ວລີງກັງຈະບໍ່ກິນພວກດຽວກັນເອງ"

ແລະ ບໍ່ແມ່ນແຕ່ສະເພາະລີງກັງຈະບໍ່ກິນລູກຂອງຕົນເອງເທົ່ານັ້ນ "ພວກມັນເປັນສາຍພັນທີ່ກິນພືດ ແລະ ບໍ່ເຄີຍກິນຊີ້ນເລີຍ" Arianna De Marco ນັກຊີວະວິທະຍາດ້ານວິວັດທະນາການ ຈາກ Fondazione Ethoikos ໃນປະເທດອິຕາລີ ຫົວໜ້າການສຶກສາວິໄຈຄັ້ງນີ້ກ່າວ.


ຄວາມຕາຍຂອງລູກລີງເປັນເລື່ອງປົກກະຕິທີ່ແມ່ລີງຕ້ອງພົບພໍ້ຕາມທຳມະຊາດຂອງຊີວິດ ໃນປ່າສະຫງວນລູກລີງກັງເກີດໃຫຍ່ຈຳນວນ 51 ຕົວ, ມີຈຳນວນ 16 ຕົວທີ່ຕາຍເມື່ອເກີດ ຫຼັງລູກຂອງ Evalyne ຕາຍໄດ້ 4 ມື້ ມັນກໍ່ເລີ່ມຮ້ອງໂຫຍຫວນໃສ່ເງົາສະທ້ອນຂອງຕົນເອງຜ່ານປະຕູກົງ ເຊິ່ງເປັນພຶດຕິກຳທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ລາຍງານຈາກ De Marco ຜູ້ຕິດຕາມການສຶກສານີ້ ແລະ ຕີພິມເລື່ອງລາວລົງໃນວາລະສານ De Marco.

ແມ່ລີງກໍ່ຍັງອູ້ມລູກ ແລະ ເລຍລູກຂອງມັນຕໍ່ໄປ ເຖິງແມ່ນວ່າຮ່າງຂອງລູກລີງຈະແຫ້ງຈົນເງົາກໍ່ຕາມ, ການທີ່ຮ່າງຂອງລູກລີງແຫ້ງຈົນເປັນມັນມີສ່ວນຊ່ວຍຮັກສາຮູບຮ່າງຂອງລູກມັນໄວ້ ແລະ ນັ້ນອາດເປັນເຫດຜົນດຽວທີ່ເຮັດໃຫ້ແມ່ລີງຍັງພະຍາຍາມລ້ຽງລູກທີ່ມີບໍ່ມີຊີວິດຕໍ່ໄປ.

ເມື່ອສ່ວນຕ່າງໆຂອງຮ່າງກາຍຄ່ອຍໆຫຼຸດອອກຈາກຮ່າງຂອງລູກ ແລະ ຂົນເລີ່ມລົ່ນຈາກໝົດຈາກໃນອາທິດທີ 3 Evalyne ເລີ່ມເລັມເລີ່ມແຫ້ນລູກມັນ ຈາກລາຍງານທີ່ບັນທຶກໄວ້ມີລີງກັງໃນຈີນເຄີຍກິນລູກຂອງຕົນເອງ, ລິງໂບໂນໂບ ແລະ ຊິມແປນຊີເອງກໍ່ເຊັ່ນກັນ.

"ມັນຂ້ອນຂ້າງຍາກທີ່ຈະໃຫ້ອະທິບາຍພຶດຕິກຳດັ່ງກ່າວ" De Marco ກ່າວ ບາງຄັ້ງພຶດຕິກຳລັກສະນະນີ້ອາດພົບໄດ້ໃນປ່າເຊັ່ນກັນ "ການປ່ຽນຈາກຄວາມຫ່ວງໃຍໃສ່ໃຈເບິ່ງແຍງ ໄປສູ່ການກິນກັນເອງເປັນເລື່ອງທີ່ເຮັດໃຫ້ມຶນງົງຫຼາຍ"

ຄຳອະທິບາຍທີ່ເປັນໄປໄດ້ສຳລັບພຶດຕິກຳຂອງ Evalyne ນີ້ ອາດຈະເກີດຈາກຄວາມແປກໃໝ່ຂອງການເປັນແມ່ ແລະ ໄລຍະເວລາທີ່ສັ້ນນັ້ນບໍ່ຜູກພັນຫຼາຍພໍ ດັ່ງນັ້ນແລ້ວການກິນໜ້າຈະເປັນຈຸດຈົບທີ່ດີທີ່ສຸດສຳລັບລູກຂອງມັນ De Marco ກ່າວ.




No comments

Powered by Blogger.