ເກົາຫຼີໃຕ້ ສົ່ງສັນຍານຕ້ອງການຖອນຕົວຈາກ ການຄວບຄຸມຂອງ ສ.ອາເມຣິກາ ພາຍໃຕ້ພາວະສົງຄາມ - ອິດສະຫຼະ

ເກົາຫຼີໃຕ້ ສົ່ງສັນຍານຕ້ອງການຖອນຕົວຈາກ ການຄວບຄຸມຂອງ ສ.ອາເມຣິກາ ພາຍໃຕ້ພາວະສົງຄາມ



ສຳນັກຂ່າວຕ່າງປະເທດເມື່ອວັນທີ 30 ກັນຍາ 2017 ທີ່ຜ່ານມາວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກ່າວວ່າ ລັດຖະບານເກົາຫຼີໃຕ້ກຳລັງເພີ່ມຄວາມພະຍາຍາມທີ່ຈະຖອນຕົວອອກຈາກການບັງຄັບບັນຊາຂອງກອງທັບສະຫະລັດ ອາເມຣິກາ ພາຍໃຕ້ພາວະສົງຄາມ ຫຼື Wartime Operation Control (OPCON) ເຊິ່ງນັກວິເຄາະເຊື່ອວ່າເປັນການສົ່ງສັນຍານວ່າ ເກົາຫຼີໃຕ້ບໍ່ສະໜັບສະໜູນແນວທາງແຂງກະດ້າງ ແລະ ຄຳຂູ່ຂອງທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ.

ທ່ານ ມູນ ກ່າວໃນໂອກາດການສະເຫຼີມສະຫຼອງ ຄົບຮອບ 69 ປີ ວັນສ້າງຕັ້ງກອງທັບເກົາຫຼີໃຕ້ວ່າ ເກົາຫຼີໃຕ້ກຳລັງພິຈາລະນາຖອນຕົວອອກຈາກການບັນຄັງບັນຊາຂອງກອງທັບສະຫະລັດ ອາເມຣິກາ ພາຍໃຕ້ພາວະສົງຄາມ ຫຼື Wartime Operation Control (OPCON) ໂດຍມີເປົ້າໝາຍເພື່ອເພີ່ມຄວາມສາມາດໃນການປ້ອງກັນປະເທດ ແລະ ຫຼຸດຜ່ອນການເພິ່ງພາກອງທັບ ສ.ອາເມຣິກາ.

ທ່ານ ມູນ ກ່າວວ່າ ເມື່ອເກົາຫຼີໃຕ້ສາມາດຄວບຄຸມກອງທັບຕົນເອງພາຍໃຕ້ພາວະສົງຄາມໄດ້ ກອງທັບເກົາຫຼີໃຕ້ຈະມີຄວາມເຊື່ອໝັ້ນຫຼາຍຂຶ້ນ ແລະ ເກົາຫຼີເໜືອກໍ່ຈະເກີດຄວາມຢຳເກງຫຼາຍຂຶ້ນ.

ນັກວິເຄາະເຊື່ອວ່າ ຄຳປະກາດຄັ້ງນີ້ເກີດຂຶ້ນໃນຊ່ວງທີ່ເກົາຫຼີໃຕ້ ແລະ ສ.ອາເມຣິກາ ກຳລັງປະເຊີນໜ້າກັບບັນຫາເກົາຫຼີເໜືອ ເປັນການສົ່ງສັນຍານວ່າ ລັດຖະບານເກົາຫຼີໃຕ້ ບໍ່ສະໜັບສະໜູນແນວທາງແຂງກະດ້າງຂອງທ່ານ ທຣຳ ທີ່ມີຕໍ່ເກົາຫຼີເໜືອ ດັ່ງທີ່ຜູ້ນຳ ສ.ອາເມຣິກາໃຊ້ຄຳວ່າ "ໄຟ ແລະ ຄວາມດຸເດືອດ" ລວມທັງການທີ່ທ່ານ ທຣຳ ຂູ່ວ່າຈະທຳລາຍເກົາຫຼີເໜືອໃຫ້ຮາບກ້ຽງ.


ຕັ້ງແຕ່ເກົາຫຼີໃຕ້ປົກຄອງດ້ວຍລະບອບປະຊາທິປະໄຕມາແຕ່ປີ 1990 ລັດຖະບານເກົາຫຼີໃຕ້ມີອຳນາດສັງການກອງທັບຂອງຕົນເອງໃນພາວະປົກກະຕິເທົ່ານັ້ນ ແຕ່ພາຍໃຕ້ພາວະສົງຄາມ ກອງທັບເກົາຫຼີໃຕ້ຈະຢູ່ພາຍໃຕ້ການບັງຄັບບັນຊາຂອງຜູ້ບັນຊາການກອງທັບ ສ.ອາເມຣິກາ.

ເຖິງຢ່າງໃດກໍ່ຕາມ ການຖ່າຍໂອນອຳນາດການຄວບຄຸມກອງທັບດັ່ງກ່າວ ຕ້ອງໄດ້ຮັບຄວາມເຫັນດີຈາກປະທານປະເທດເກົາຫຼີໃຕ້ກ່ອນ ນອກຈາກນີ້ປະທານປະເທດເກົາຫຼີໃຕ້ ຍັງມີອຳນາດໃນການຢຸດຢັ້ງຜູ້ບັນຊາການກອງທັບ ສ.ອາເມຣິກາ.

ທີ່ຜ່ານມາ ທ່ານ ມູນ ແລະ ລັດຖະບານເກົາຫຼີໃຕ້ເຊິ່ງມີແນວຄິດເສລີນິຍົມ ສະແດງທ່າທີ່ຢ່າງຊັດເຈນວ່າ ບໍ່ຍອມຮັບການຄວບຄຸມຂອງກອງທັບ ສ.ອາເມຣິກາ ພາຍໃຕ້ພາວະສົງຄາມ ໂດຍລະບຸວ່າ ເປັນສິດທິໃນການປົກປ້ອງອະທິປະໄຕຂອງເກົາຫຼີໃຕ້ ເຊິ່ງສອດຄ່ອງກັບກະແສຕໍ່ຕ້ານອາເມຣິກາທີ່ກຳລັງຂະຫຍາຍຕົວຫຼາຍຂຶ້ນ.

ແຕ່ທາງຜູ້ສະໜັບສະໜູນແນວຄິດອະນຸລັກນິຍົມຕ່າງກໍ່ຕໍ່ຕ້ານແນວຄິດທີ່ຈະໃຫ້ເກົາຫຼີໃຕ້ຄວບຄຸມກອງທັບຕົນເອງ ໂດຍເຊື່ອວ່າອາດເຮັດໃຫ້ ສ.ອາເມຣິກາ ມີບົດບາດໜ້ອຍລົງໃນການປົກປ້ອງເກົາຫຼີໃຕ້ໃນຊ່ວງໄລຍະເວລາທີ່ສ່ຽງຕໍ່ສົງຄາມທີ່ຈະເກີດຂຶ້ນຈິງ.


ທ່ານ ຮອງ ຢຸນ-ປຽວ ຫົວໜ້າພັກແນວທາງອະນຸລັກນິຍົມ Liberty Korea ກ່າວວ່າ ການດຶງອຳນາດດັ່ງກ່າວກັບສູ່ມືຂອງເກົາຫຼີໃຕ້ ຈະຖືເປັນການທຳລາຍຄວາມສຳພັນກັບ ສ.ອາເມຣິກາ ຢ່າງຂາດົວ ແລະ ອາດເປັນການສົ່ງສັນຍານໃຫ້ສັດຕູຂອງ ສ.ອາເມຣິກາ ຮັບຮູ້ເຖິງຄວາມຂັດແຍ່ງລະຫວ່າງ ສ.ອາເມຣິກາ ກັບ ພັນທະມິດສຳຄັນເຊັ່ນເກົາຫຼີໃຕ້.

ເມື່ອປີ 2014 ນະຄອນຫຼວງໂຊ ແລະ ນະຄອນຫຼວງວໍຊິງຕັນ ເຄີຍຕົກລົງເລື່ອນການຖ່າຍໂອນອຳນາດການຄວບຄຸມກອງທັບເກົາຫຼີໃຕ້ໃນພາວະສົງຄາມໄປເປັນປີ 2020 ໂດຍລະບຸວ່າໃຫ້ຂຶ້ນຢູ່ກັບຄວາມສາມາດຂອງກອງທັບເກົາຫຼີໃຕ້ວ່າ ຈະສາມາດບັນຊາການຮົບດ້ວຍຕົນເອງໄດ້ຫຼືບໍ່ ແລະ ຫຼາຍໜ້ອຍປານໃດ, ເຊິ່ງນັກວິເຄາະເຊື່ອວ່າຈະເກີດຜົນດີຕໍ່ກອງທັບເກົາຫຼີໃຕ້ເອງ ໃນການຍົກລະດັບຄວາມສາມາດຂອງກອງທັບຕົນເອງ.

ເຊິ່ງໃນເລື່ອງນີ້ ທ່ານ ມູນ ໃຫ້ສັນຍານວ່າຈະປະຕິຮູບກອງທັບ ແລະ ເພີ່ມງົບປະມານທາງການທະຫານ ເພື່ອໃຫ້ເກົາຫຼີໃຕ້ສາມາດພັດທະນາລະບົບປ້ອງກັນຂີປະນາວຸດຂອງຕົນເອງ ລວມທັງເພີ່ມຄວາມສາມາດຂອງອາວຸດຍຸດໂທປະກອນ ແລະ ບຸກຄະລາກອນທາງການທະຫານໃຫ້ຫຼາຍຂຶ້ນກວ່າເກົ່າ.

No comments

Powered by Blogger.