ເຫດຄົນຮ້າຍຍິງຝູງຊົນໃນຄອນເສີດທີ່ລັສເວກັສ ຕາຍ 59 ເຈັບ 527 ຄົນ (ວິດີໂອ) - ອິດສະຫຼະ

ເຫດຄົນຮ້າຍຍິງຝູງຊົນໃນຄອນເສີດທີ່ລັສເວກັສ ຕາຍ 59 ເຈັບ 527 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 3 ຕຸລາ 2017 ວ່າ: ສຳນັກງານຕຳຫຼວດລັສເວກັສລາຍງານການເກີດເຫດຄົນຮ້າຍຍິງໃສ່ຝູງຊົນໃນຄອນເສີດຂອງເຈສັນ ອໍດິນ ສິລະປິນເພງຄັນທຣີຊື່ດັ່ງ ເຊິ່ງຈັດຂຶ້ນກາງແຈ້ງບໍລິເວນເດີນຫຍ້າໃກ້ກັບໂຮງແຮມມັນດະເລ ເບ ບໍລິເວນລັສເວກັສສະຕຼິບ ເມື່ອຄ່ຳຄືນຂອງວັນອາທິດທີ່ຜ່ານມາຕາມເວລາທ້ອງຖິ່ນ.

ເບື້ອງຕົ້ນມີລາຍງານຜູ້ເສຍຊີວິດຢ່າງໜ້ອຍ 59 ຄົນ ແລະ ໄດ້ຮັບບາດເຈັບອີກຢ່າງໜ້ອຍ 527 ຄົນ, ຂະນະດຽວກັນເຈົ້າໜ້າທີ່ໄດ້ຂ້າຄົນຮ້າຍໄດ້ຢ່າງໜ້ອຍ 1 ຄົນ ຢູ່ເທິງຊັ້ນທີ 32 ຂອງໂຮງແຮມມັນດະເລ ເບ ແຕ່ຍັງບໍ່ມີການເປີດເຜີຍຂໍ້ມູນກ່ຽວກັບຜູ້ກໍ່ເຫດ ໃນເວລາດຽວກັນສະໜາມບິນສາກົນແມດຄາຣານ ໃນລັສເວກັສ ປະກາດຢຸດຕິໃຫ້ບໍລິການຖ້ຽວບິນທັງໝົດຊົ່ວຄາວເພື່ອຄວາມປອດໄພ.


No comments

Powered by Blogger.