ໂສມໜ້າຜູ້ຍິງຝູງຊົນໃນງານຄອນເສີດທີ່ລັສເວກັສ ແລະ IS ອ້າງວ່າເປັນຜູ້ຢູ່ເບື້ອງຫຼັງ - ອິດສະຫຼະ

ໂສມໜ້າຜູ້ຍິງຝູງຊົນໃນງານຄອນເສີດທີ່ລັສເວກັສ ແລະ IS ອ້າງວ່າເປັນຜູ້ຢູ່ເບື້ອງຫຼັງ



ສຳນັກຂ່າວຕ່າງປະເທດລາຍງານ 3 ຕຸລາ 2017 ວ່າ: ທ່ານ ໄບຼອັນ ແຊນໂດວາ ເຈົ້າຄອງລັດເນວາດາ ລົງນາມປະກາດສະຖານະການສຸກເສີນໃນເຂດຄລາກ ທີ່ຕັ້ງຢູ່ທາງໃຕ້ຂອງລັດເນວາດາ ແລະ ເປັນສະຖານທີ່ຕ້ອງຂອງນະຄອນລັສເວກັສ ພາຍຫຼັງເກີດເຫດຍິງກັນໃນເທດສະການດົນຕີຄັນທຣີ "ຣູດ 91 ຮາເວດ" ບໍລິເວນເດີນຫຍ້າໃກ້ກັບໂຮງແຮມມັນດະເລ ເບ ຣີສອດ ແອນ ຄາສິໂນ ເມື່ອຄ່ຳຄືນວັນອາທິດທີ່ຜ່ານມາຕາມເວລາທ້ອງຖິ່ນ ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 59 ຄົນ ແລະ ໄດ້ຮັບບາດເຈັບອີກ 527 ຄົນ ຖືເປັນເຫດສັງຫານໝູ່ຄັ້ງຮຸນແຮງທີ່ສຸດໃນປະຫວັດສາດຂອງສະຫະລັດ ອາເມຣິກາ.


ເຊິ່ງຄຳສັ່ງດັ່ງກ່າວເປັນການຍົກລະດັບໃຫ້ໜ່ວຍງານລະດັບລັດທຸກແຫ່ງເພີ່ມການຊ່ວຍເຫຼືອໃຫ້ແກ່ສຳນັກງານເຂດຄລາກ ທັງໃນດ້ານຂະບວນການສືບສວນ, ສາທາລະນະສຸກໃຫ້ແກ່ຜູ້ບາດເຈັບ ແລະ ຄວາມປອດໄພຂອງປະຊາຊົນໃນເຂດທີ່ໄດ້ຮັບຜົນກະທົບ.

ເຖິງຢ່າງໃດກໍ່ຕາມ ສຳນັກງານສືບສວນກາງ ຫຼື FBI ປະຕິເສດຄຳກ່າວອ້າງຂອງກຸ່ມ IS ວ່າມີສ່ວນກ່ຽວຂ້ອງກັບໂສກອະນາດຕະກຳໃນຄັ້ງນີ້ວ່າ ທ້າວ ສະຕີເຟນ ແພັດດັອກ ອະດີດນັກບັນຊີ ອາຍຸ 64 ປີ ເປັນ "ທະຫານສັກສິດ" ເຊິ່ງມີອີກຊື່ໜຶ່ງວ່າ "ອາບູ ອັບເດວ ບາ ອັນ-ອຳຣີກີ" ແລະ ປ່ຽນມານັບຖືສາສະໜາອິດສະລາມເມື່ອບໍ່ພໍເທົ່າໃດເດືອນກ່ອນໜ້ານີ້ ແຕ່ທ່ານ ໂຈນາທານ ຫຼິວ ໂຄສົກຂອງສຳນັກຂ່າງກອງກາງ ຫຼື CIA ກຳລັງວິເຄາະທ່າທີດັ່ງກ່າວຂອງກຸ່ມ IS.


ໃນດ້ານເຈົ້າໜ້າທີ່ໃນລັດເນວາດາ ລາຍງານການກວດຄົ້ນເຮືອນຫຼັງໜຶ່ງທີ່ເຊື່ອວ່າເປັນຂອງແພັດດັອກ ພົບເຈີອາວຸດປືນ 18 ກະບອກ ລະເບີດຈຳນວນໜຶ່ງ ແລະ ກະສຸນອີກຫຼາຍພັນຊຸດ, ພ້ອມທັງຊີ້ແຈງວ່າ ແພັດດັອກຂ້າຕົວຕາຍ ດ້ວຍການຍິງຕົນເອງຢູ່ຊັ້ນທີ 32 ຂອງໂຮງແຮມມັນດະເລ ເບ ບໍ່ແມ່ນເຈົ້າໜ້າທີ່ຂ້າຕາມທີ່ຂ່າວກ່ອນໜ້າທີ່ແຕ່ຢ່າງໃດ.

ຂະນະດຽວກັນທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກໍ່ໄດ້ປະນາມເຫດການທີ່ເກີດຂຶ້ນໃນລັສເວກັສ ແລະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງໄປຍັງຄອບຄົວຂອງຜູ້ເສຍຊີວິດ ໂດຍທ່ານ ທຣຳ ກຽມລົງຕິດຕາມຈຸດເກີດເຫດໃນວັນພຸດນີ້ ແລະ ໄດ້ສັ່ງໃຫ້ໜ່ວຍງານລັດທຸກແຫ່ງເອົາທຸງລົງເຄິ່ງເສົາຈົນເຖິງວັນສຸກທີ 6 ຕຸລາ 2017 ນີ້ ຕາມເວລາທ້ອງຖິ່ນ.


No comments

Powered by Blogger.