ຝູງຍົນຮົບລັດເຊຍໂຈມຕີກຸ່ມນັກຮົບ IS ຕາຍກວ່າ 300 ຄົນ (ວິດີໂອ) - ອິດສະຫຼະ

ຝູງຍົນຮົບລັດເຊຍໂຈມຕີກຸ່ມນັກຮົບ IS ຕາຍກວ່າ 300 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ຕຸລາ 2017 ທີ່ຜ່ານມາວ່າ: ລັດເຊຍເປັນຜູ້ສະໜັບສະໜູນສຳຄັນ ຂອງລັດຖະບານຊີຣີພາຍໃຕ້ການນຳຂອງທ່ານ ບາຊາ ອັນ-ອັສຊາດ ປະທານປະເທດຄົນປັດຈຸບັນ, ຂະນະທີ່ທະຫານກອງທັບຊີຣີກຳລັງບຸກກວາດລ້າງກຸ່ມ IS ໃນແຂວງເດອີ ເອສຊໍ ທີ່ຢູ່ພາກຕາເວັນອອກຂອງປະເທດ ໂດຍມີຍົນຮົບໂຈມຕີທາງອາກາດຂອງລັດເຊຍຄຸ້ມກັນ.

ຂະນະດຽວກັນ ນັກຮົບກອງກຳລັງປະຊາທິປະໄຕຊີຣີ (SDF) ນຳໂດຍນັກຮົບຊາວເຄີດ ທີ່ສະຫະລັດ ອາເມຣິກາ ແລະ ກຸ່ມພັນທະມິດໃຫ້ການສະໜັບສະໜູນ ກຳລັງບຸກກວາດລ້າງກຸ່ມ IS ຢູ່ເຊັ່ນດຽວກັນ ໂດຍເນັ້ນຢູ່ທີ່ເມືອງຣັກກາ ພາກຕາເວັນຕົກສຽງເໜືອຂອງເດອີ ເອສຊໍ.

ຖະແຫຼງການຂອງກະຊວງປ້ອງກັນປະເທດລັດເຊຍ ເມື່ອວັນອັງຄານທີ່ຜ່ານມາກ່າວວ່າ: ການໂຈມຕີທາງອາກາດຂອງຍົນຮົບລັດເຊຍ ນອກເມືອງເດອີ ເອສຊໍ ເມືອງເອກຂອງແຂວງເດອີ ເອສຊໍ ແຄມຝັ່ງແມ່ນ້ຳຢູເຟຣຕິສ ສາມາດຂ້ານັກຮົບ IS ໄດ້ຢ່າງໜ້ອຍ 304 ຄົນ ແລະ ບາດເຈັບອີກວ່າ 200 ຄົນ ໃນອາທິດນີ້, ນອກຈາກນີ້ຍັງທຳລາຍສູນເຝິກ, ຖານປືນໃຫຍ່, ລົດຕັງ ແລະ ສາງອາວຸດປືນ-ກະສູນຂອງກຸ່ມ IS ອີກດ້ວຍ.


No comments

Powered by Blogger.