ສ.ອາເມຣິກາ ຂາດດຸນການຄ້າກັບໄທມູນຄ່າມະຫາສານ ແລະ ຕ້ອງການຫຼຸດຜ່ອນການຂາດດຸນ - ອິດສະຫຼະ

ສ.ອາເມຣິກາ ຂາດດຸນການຄ້າກັບໄທມູນຄ່າມະຫາສານ ແລະ ຕ້ອງການຫຼຸດຜ່ອນການຂາດດຸນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ຕຸລາ 2017 ທີ່ຜ່ານມາ ໂດຍອ້າງຈາກແຫຼ່ງຂ່າວໃນສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ອາເມຣິກາ (NSC) ວ່າ: ລັດຖະບານ ສ.ອາເມຣິກາ ຈະເດີນໜ້າຮຽກຮ້ອງໃຫ້ໄທກັບຄືນສູ່ຂະບວນການຂອງລະບອບປະຊາທິປະໄຕແບບມີສ່ວນຮ່ວມ ທີ່ເປັນການມອບສິດທິ ແລະ ເສລີພາບໃນການຕັດສິນໃຈກັບຄືນໃຫ້ແກ່ປະຊາຊົນເປັນເຈົ້າຢ່າງແທ້ຈິງ ລວມທັງການຟື້ນຟູສິດທິພົນລະເມືອງ ແຕ່ກໍ່ບໍ່ຊັດເຈນວ່າທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາ ໄດ້ຍົກບັນຫານີ້ຂຶ້ນມາໂອ້ລົມກັບທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທຫຼືບໍ່?.

ເຖິງຢ່າງໃດກໍ່ຕາມ ທ່ານ ທຣຳ ກ່າວວ່າ ສ.ອາເມຣິກາ ຕ້ອງການຍົກລະດັບຄວາມສຳພັນທາງການຄ້າກັບໄທໃຫ້ຫຼາຍຂຶ້ນອີກ ແລະ ຫວັງເປັນຢ່າງຍິ່ງວ່າໄທຈະຊື່ "ສິນຄ້າ" ຈາກ ສ.ອາເມຣິກາ ເພີ່ມຂຶ້ນ "ຫາກເປັນໄປໄດ້" ໄທຈະຖືເປັນໜຶ່ງໃນປະເທດຄູ່ຄ້າທີ່ສຳຄັນຂອງ ສ.ອາເມຣິກາ ແຕ່ລາຍງານຂອງກະຊວງການຄ້າໃນນະຄອນຫຼວງວໍຊິງຕັນລະບຸວ່າ ສ.ອາເມຣິກາ ເປັນຝ່າຍຂາດດຸນການຄ້າຕໍ່ໄທສູງເຖິງ 18,900 ລ້ານໂດລາສະຫະລັດ (18.9 ຕື້ໂດລາສະຫະລັດ) ເມື່ອປີທີ່ຜ່ານມາ ຖືວ່າສູງສຸດເປັນລຳດັບທີ 11 ຂະນະທີ່ຜູ້ນຳ ສ.ອາເມຣິກາກ່າວຢ່າງກົງໄປກົງມາວ່າ ຕ້ອງການຫຼຸດສ່ວນຕ່າງດັ່ງກ່າວ ເຊິ່ງໄທຢູ່ໃນລາຍຊື່ 16 ປະເທດທີ່ລັດຖະບານ ສ.ອາເມຣິກາ ທີ່ນຳໂດຍ ທ່ານ ທຣຳ ຕ້ອງການກວດສອບ ເພື່ອແກ້ໄຂພາວະຂາດດຸນທາງການຄ້າອີກດ້ວຍ.

ສຳລັບການເດີນທາງຢ້ຽມຢາມຂອງທ່ານ ພົນເອກ ປຣະຍຸດ ໃນຄັ້ງນີ້ ຖືເປັນຄັ້ງທຳອິດໃນຮອບ 12 ປີ ທີ່ນາຍົກລັດຖະມົນຕີຂອງໄທໄດ້ຖືກຮັບເຊີນຢ່າງເປັນທາງການຈາກປະທານປະເທດ ສ.ອາເມຣິກາ ຫຼື ນັບຕັ້ງແຕ່ສະໄໝທ່ານ ທັກສິນ ຊິນນະວັດ ເມື່ອປີ 2005 ຂະນະທີ່ຫຼາຍຝ່າຍເຊື່ອວ່າການພົບກັນລະຫວ່າງທ່ານ ທຣຳ ແລະ ທ່ານ ພົນເອກ ປຣະຍຸດ ເປັນການສົ່ງສັນຍານຂອງການຟື້ນຟູສາຍພົວພັນລະຫວ່າງສອງປະເທດ ທີ່ຫ່າງເຫີນໄປພໍສົມຄວນ ນັບຕັ້ງແຕ່ເກີດເຫດການລັດຖະປະຫານໃນໄທເມື່ອປີ 2014.


No comments

Powered by Blogger.