ຈັບແມ່ຍິງລາວ 31 ຄົນ ຂາຍບໍລິການຢູ່ໄທ ອ້າງຢູ່ບ້ານເກີດບໍ່ມີວຽກເຮັດ - ອິດສະຫຼະ

ຈັບແມ່ຍິງລາວ 31 ຄົນ ຂາຍບໍລິການຢູ່ໄທ ອ້າງຢູ່ບ້ານເກີດບໍ່ມີວຽກເຮັດ



ສຳນັກຂ່າວທ້ອງຖິ່ນໃນໄທລາຍງານເມື່ອວັນທີ 3 ຕຸລາ 2017 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ປະຕິບັດພາລະກິດປ້ອງກັນ ແລະ ປາບປາມການຄ້າມະນຸດ ໄດ້ລົງກວດກາໃນເຂດຕະຫຼາດເມືອງທອງແລນ ອຳເພີສຣີຣາຊາ ຈັງຫວັດຊົນບຸຣີ ພາຍຫຼັງໄດ້ຮັບຄຳຮ້ອງຮຽນວ່າມີກຸ່ມຜູ້ຍິງອອກມາຂາຍບໍລິການ ໂດຍຈະມີຜູ້ຈັດຫານຳລົດກະບະມາສົ່ງຜູ້ຍິງໃນບໍລິເວນດັ່ງກ່າວ ຈາກນັ້ນກຸ່ມນັກທ່ອງທ່ຽວກໍ່ຈະມາຕິດຕໍ່ ແລະ ຕົກລົງລາຄາໃນລາຄາປະມານ 1,000 - 1,200 ບາດ ກ່ອນຈະໄປຫຼັບນອນນຳກັນຕາມໂຮງແຮມ ແລະ ບ້ານພັກໃນຂົງເຂດດັ່ງກ່າວ ຈາກການກວດຄົ້ນຫ້ອງເຊົ່າ ພົບແມ່ຍິງຂາຍບໍລິການສັນຊາດລາວ 31 ຄົນ, ຄົນໄທ 1 ຄົນ ອາຍຸຕັ້ງແຕ່ 20-25 ປີ ໂດຍຂະນະທີ່ດຳເນີນການຈັບກຸ່ມພົບມີຜູ້ຊາຍມາໃຊ້ບໍລິການ 8 ຄົນ.

ຈາກການສອບຖາມແມ່ຍິງຄົນລາວທີ່ຂາຍບໍລິການກ່າວວ່າ ໄດ້ເດີນທາງໄປຈາກນະຄອນຫຼວງວຽງຈັນດ້ວຍລົດເມ ເນື່ອງຈາກມີໝູ່ທີ່ເຄີຍເດີນທາງໄປເຮັດວຽກຢູ່ກ່ອນແນະນຳ ເພາະຢູ່ລາວບໍ່ມີວຽກເຮັດ ໂດຍຖືໜັງສືເດີນທາງເຂົ້າມາເປັນນັກທ່ອງທ່ຽວ ແລ້ວເຂົ້າມາເຊົ້າເຮືອນຢູ່ກັບໝູ່ 2 ຄົນ ເມື່ອເຖິງເວລາເຮັດວຽກກໍ່ຈະເດີນທາງມາທີ່ເຮືອນຫຼັງດັ່ງກ່າວ​ (ບ່ອນຖືກຈັບ) ເມື່ອນັກທ່ອງທ່ຽວມາ ແລະ ຖືກໃຈກໍ່ຈະພາກັນຂຶ້ນຫ້ອງໂດຍໄດ້ຄ່າຕົວຄັ້ງລະ 1,000 ບາດ ແລະ ຈະຈ່າຍໃຫ້ຄົນດູແລ 300 ບາດ ເຊິ່ງຕົນກໍ່ຫາກໍ່ເດີນທາງມາເຮັດວຽກໄດ້ພຽງ 4 ເດືອນເທົ່ານັ້ນ.


ໃນເບື້ອງຕົ້ນເຈົ້າໜ້າທີ່ໄທດຳເນີນຄະດີກັບແມ່ຍິງລາວກຸ່ມດັ່ງກ່າວໃນຂໍ້ຫາຄ້າປະເວນີ ສ່ວນຜູ້ເປີດຫ້ອງຖືກດຳເນີນຄະດີໃນຂໍ້ຫາເຮັດທຸລະກິດໂຮງແຮມໂດຍບໍ່ໄດ້ຮັບອະນຸຍາດ.

No comments

Powered by Blogger.