ອາຣັບບີ ຊາອູດິດສັ່ງຊື່ "S-400" ຈາກລັດເຊຍ - ອິດສະຫຼະ

ອາຣັບບີ ຊາອູດິດສັ່ງຊື່ "S-400" ຈາກລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 6 ຕຸລາ 2017 ວ່າ: ທ່ານ ປູຕິນ ປະເທດປະເທດລັດເຊຍເປີດທຳນຽມເຄຼມລິນໃນນະຄອນຫຼວງມົດສະກູ ເມື່ອວັນພະຫັດທີ່ຜ່ານມາ ເພື່ອຕ້ອນຮັບການຢ້ຽມຢາມຂອງພະລາຊາທິບໍດີຊັດມານ ເຊິ່ງຖືເປັນກະສັດແຫ່ງອາຣັບບີ ຊາອູດິດອົງທຳອິດທີ່ຢ້ຽມຢາມລັດເຊຍຢ່າງເປັນທາງການ.

ເຖິງຈະບໍ່ມີການເປີດເຜີຍການປຶກສາຫາລືໃນບັນຫາການເມືອງລະຫວ່າງປະເທດທີ່ເຮັດໃຫ້ອາຊູດິດ ແລະ ລັດເຊຍແບ່ງຝ່າຍກັນມາເປັນເວລາຫຼາຍທົດສະວັດ ແຕ່ສົມເດັດພະລາຊາທິບໍດີຊັດມານ ກໍ່ໄດ້ເປັນສັກຂີພິຍານຮ່ວມກັບທ່ານ ປູຕິນ ໃນພິທີລົງນາມບັນທຶກຄວາມເຂົ້າໃຈລະຫວ່າງກົມອຸດສາຫະກຳທະຫານຂອງຊາອູດິດ ກັບ ບໍລິສັດໂຣໂຊຣອນເອັກພອດ ເຊິ່ງເປັນໜຶ່ງໃນລັດວິສາຫະກິດດ້ານອາວຸດສົງຄາມຂອງລັດເຊຍ ໂດຍເປັນການສັ່ງຊື້ອາວຸດຍຸດໂທປະກອນຫຼາຍລາຍການ ທີ່ໜຶ່ງໃນນັ້ນຄືລະບົບປ້ອງກັນຂີປະນາວຸດພິໄສໄກແບບ S-400.


ຂະນະດຽວກັນ ສົມເດັດພະລາຊາທິບໍດີຊັດມານກໍ່ໄດ້ກ່າວເຊີນທ່ານ ປູຕິນ ໃຫ້ເດີນທາງໄປຢ້ຽມຢາມນະຄອນຫຼາວຣິຢາດຢ່າງເປັນທາງການດ້ວຍ ເພື່ອຮັດແໜ້ນສາຍພົວພັນໃນລະດັບທະວິພາຄີ ແລະ ສົ່ງເສີມການຮ່ວມມືຢ່າງຕໍ່ເນື່ອງໃນດ້ານພະລັງງານ ທີ່ຊາອູດິດ ແລະ ລັດເຊຍ ເຊິ່ງເປັນປະເທດຜູ້ສົ່ງອອກນ້ຳມັນອັບດັບ 1 ແລະ 2 ຂອງໂລກ ຮ່ວມກັນຊຸກດັນໃຫ້ອົງການກຸ່ມປະເທດຜູ້ສົ່ງອອກນ້ຳມັນ (ໂອເປັກ) ຫຼຸດເພດານການຜະລິດນ້ຳມັນດິບເຫຼືອ 1.8 ລ້ານບາເຣວຕໍ່ມື້ ເປັນເວລາຢ່າງໜ້ອຍ 6 ເດືອນ ຫຼື ຈົນກວ່າຈະໝົດເດືອນ ມີນາ ປີໜ້າ ເພື່ອຟື້ນຟູຄວາມສົມດຸນຂອງກົນໄກລາຄານ້ຳມັນດິບໃນຕະຫຼາດໂລກ ທີ່ຜັນຜວນຢ່າງຮຸນແຮງໃນຮອບ 2-3 ປີທີ່ຜ່ານມາ.

ໃນດ້ານຂອງທ່ານ ຄາຟະລິດ ອັນ ຟາລີ ລັດຖະມົນຕີກະຊວງພະລັງງານຂອງຊາອູດິດກ່າວວ່າ ລັດຖະບານຊາອູດິດເຫັນດີກັບຂໍ້ສະເໜີຂອງລັດເຊຍ ໃນການຂະຫຍາຍໄລຍະເວລາກຳນົດໂຄຕ້າການຜະລິດນ້ຳມັນດິບຂອງໂອເປັກອອກໄປຈົນເຖິງທ້າຍປີໜ້າ ເຊິ່ງຂໍ້ມູນດັ່ງກ່າວສົ່ງຜົນໃຫ້ລາຄານ້ຳມັນດິບໃນຕະຫຼາດໂລກປັບຕົວຂຶ້ນທັນທີ 2% ຢູ່ທີ່ 57.12 ໂດລາສະຫະລັດຕໍ່ບາເຣວ.


No comments

Powered by Blogger.