ປ.ທຣຳ ຮຽກປະຊຸມຜູ້ບັນຊາການທະຫານທຸກເຫຼົ່າທັບ ພ້ອມກ່າວ ງຽບສະຫງົບກ່ອນທີ່ພາຍຸກຳລັງຈະມາ - ອິດສະຫຼະ

ປ.ທຣຳ ຮຽກປະຊຸມຜູ້ບັນຊາການທະຫານທຸກເຫຼົ່າທັບ ພ້ອມກ່າວ ງຽບສະຫງົບກ່ອນທີ່ພາຍຸກຳລັງຈະມາ



ສຳນັກຂ່າວຕ່າງປະເທດລາຍງານ 6 ຕຸລາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ພ້ອມດ້ວຍພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດ, ພົນເອກ ຈອນ ເຄລີ ຫົວໜ້າຄະນະເຈົ້າໜ້າທີ່ປະຈຳທຳນຽມຂາວ ແລະ ພົນໂທ ເຮີເບີດ ແມັດມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ປະຊຸມຮ່ວມກັບຜູ້ບັນຊາການທຸກເຫຼົ່າທັບຂອງກອງທັບສະຫະລັດ ທີ່ທຳນຽມຂາວ ແລະ ເປັນເຈົ້າພາບລ້ຽງອາຫານຄ່ຳ ເມື່ອວັນພະຫັດທີ່ຜ່ານມາ.

ເຊິ່ງໃນຂະນະທີ່ທຳນຽມຂາວປະຕິເສດທີ່ຈະເປີດເຜີຍລາຍລະອຽດຂອງການປຶກສາຫາລືລະຫວ່າງທ່ານ ທຣຳ ກັບບັນດາເຈົ້າໜ້າທີ່ລະດັບສູງຂອງກອງທັບ ເຊິ່ງລວມເຖິງພົນເອກ ໂຈເຊັບ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມ, ຜູ້ນຳ ສ.ອາເມຣິກາກ່າວວ່າສະຖານະການໃນຕອນນີ້ "ງຽບສະຫງົບກ່ອນທີ່ພາຍຸກຳລັງຈະມາ" ເມື່ອນັກຂ່າວຖາມວ່າ "ພາຍຸລູກນັ້ນແມ່ນຫຍັງ" ທ່ານ ທຣຳ ຕອບວ່າ "ດຽວກໍ່ຮູ້".


ເຖິງຢ່າງໃດກໍ່ຕາມ ການດຳເນີນນະໂຍບາຍຂອງຜູ້ນຳສະຫະລັດໃນອາທິດນີ້ຍັງເນັ້ນໄປທີ່ສະຖານະການຢູ່ແຫຼມເກົາຫຼີ ເພື່ອການປົດອາວຸດນິວເຄຼຍທີ່ເປັນເປົ້າໝາຍສູງສຸດ ແລະ ຂໍ້ຕົກລົງນິວເຄຼຍອີຣານ ທີ່ທຳນຽມຂາວເປີດເຜີຍວ່າ ຜູ້ນຳ ສ.ອາເມຣິກາ ກຽມປະກາດໃນໄວໆນີ້ກ່ຽວກັບ "ອະນາຄົດ" ຂອງຂໍ້ຕົກລົງສະບັບດັ່ງກ່າວ ທີ່ເປັນການລົງນາມເມື່ອປີ 2015 ໃນຍຸກຂອງທ່ານ ບາຣັກ ໂອບາມາ ແຕ່ທ່ານ ທຣຳ ກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ເມື່ອກາງເດືອນທີ່ຜ່ານມາວ່າ ການເຮັດຂໍ້ຕົກລົງນິວເຄຼຍກັບອີຣານຄືການເຈລາຈາທີ່ເປັນຕາຂາຍໜ້າຂອງ ສ.ອາເມຣິກາ ແລະ ຂົ່ມຂູ່ຈະຖອນຕົວອອກຈາກຂໍ້ຕົກລົງນີ້ດ້ວຍ.


No comments

Powered by Blogger.