ສື່ໃຫຍ່ລາຍງານ ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ໄປປະເທດອັງກິດ ແຕ່ສອງອາທິດກ່ອນ - ອິດສະຫຼະ

ສື່ໃຫຍ່ລາຍງານ ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ໄປປະເທດອັງກິດ ແຕ່ສອງອາທິດກ່ອນ



ສຳນັກຂ່າວ Reuters ລາຍງານ 28 ກັນຍາ 2017 ໂດຍອ້າງແຫຼ່ງຂ່າວໃນປະເທດສະຫະນະຄອນ ເອເມຣັດ ອາຣັບ (UAE) ລະບຸວ່າ: ອະດີດນາຍົກລັດຖະມົນຕີຂອງໄທ ທ່ານ ນາງ ຍິ່ງລັກ ຊິນນະວັດ ໄດ້ຫຼົບໜີອອກຈາກປະເທດ ແລະ ອາໄສຢູ່ໃນດູໄບໄລຍະໜຶ່ງ ແຕ່ໄດ້ເດີນທາງໄປປະເທດອັງກິດຕັ້ງແຕ່ວັນທີ 11 ກັນຍາ 2017 ທີ່ຜ່ານມາ.

Reuters ລາຍງານວ່າ ແຫຼ່ງຂ່າວເປີດເຜີຍຂໍ້ມູນດັ່ງກ່າວພາຍຫຼັງທີ່ຫົວໜ້າລັດຖະບານທະຫານໄທທີ່ນຳໂດຍ ພົນເອກ ປຣະຍຸດ ຈັນໂອຊາ ກ່າວວ່າ ອະດີດນາຍົກລັດຖະມົນຕີທີ່ຕົນໄດ້ໂຄ່ນລົ້ມອຳນາດເມື່ອສາມປີທີ່ຜ່ານມາ ອາໄສຢູ່ທີ່ນະຄອນດູໄບ ປະເທດ UAE ພາຍຫຼັງທີ່ໄດ້ໜີໂທດໃນໂຄງການຮັບຈຳນຳເຂົ້າ.

ເຊິ່ງໃນມື້ວັນພຸດທີ່ຜ່ານມາ (27 ກັນຍາ 2017) ສານໄດ້ຕັດສິນໃຫ້ທ່ານ ນາງ ຍິ່ງລັກ ຊິນນະວັດ ຕິດຄຸກ 5 ປີ ໃນຂໍ້ຫາທີ່ປ່ອຍໃຫ້ມີການສໍ້ໂກງໃນໂຄງການຮັບຈຳນຳເຂົ້າຈາກຊາວນາ.

No comments

Powered by Blogger.