ກະຊວງກະສິກຳ ແລະ ປ່າໄມ້ອອກຄຳສັ່ງໃຫ້ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນໄຂ້ຫວັດສັດປີກ - ອິດສະຫຼະ

ກະຊວງກະສິກຳ ແລະ ປ່າໄມ້ອອກຄຳສັ່ງໃຫ້ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນໄຂ້ຫວັດສັດປີກ



ກະຊວງກະລິກຳ ແລະ ປ່າໄມ້ອອກຄຳສັ່ງເລກທີ 4055/ກປ ລົງວັນທີ 22 ກັນຍາ 2017 ກ່ຽວກັບການເພີ່ມທະວີເອົາໃຈໃສ່ ຕິດຕາມ ເຝົ້າລະວັງ ແລະ ສະກັດກັ້ນພະຍາດໄຂ້ຫວັດສັດປີ.

ພະຍາດໄຂ້ຫວັດສັດປີກສາຍພັນ H5N1 ແມ່ນພະຍາດສັດທີ່ຮ້າຍແຮງ, ສາມາດຕິດຕໍ່ຈາກສັດສູ່ສັດ ຫຼື ຈາກສັດສູ່ຄົນ, ມີການແຜ່ລາມໄວ, ສ້າງຜົນກະທົບທາງລົບຕໍ່ຊີວິດ, ເສດຖະກິດ ແລະ ສັງຄົມ. ພະຍາດດັ່ງກ່າວໄດ້ເກີດລະບາດຄັ້ງທຳອິດຢູ່ ສປປ.ລາວ ໃນປີ 2004, ຄັ້ງທີ 2 ໃນປີ 2010, ທ້າຍປີ 2016 ເຖິງປັດຈຸບັນໄດ້ພົບການລະບາດຂອງພະຍາດໄຂ້ຫວັດສັດປີກສາຍພັນ H5N1 ຄືນໃໝ່ຢູ່ບາງທ້ອງຖິ່ນຂອງ ສປປ.ລາວ, ມີສັດປີກຕາຍ ແລະ ຖືກຂ້າທຳລາຍຫຼາຍກວ່າ 10,000 ໂຕ ເຊິ່ງເປັນສິ່ງບົ່ງບອກວ່າ ພະຍາດໄຂ້ຫວັດສັດປີກສາຍພັນດັ່ງກ່າວ ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ວຽກງານລ້ຽງສັດ ແລະ ຊີວິດຂອງປະຊາຊົນ.

ແຕ່ເຖິງຢ່າງໃດກໍ່ຕາມ ແຫຼ່ງຂ່າວການລະບາດຂອງພະຍາດໄຂ້ຫວັດສັດປີກສາຍພັນ H5N1 ຢູ່ບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ ກໍ່ຍັງມີຢ່າງຕໍ່ເນື່ອງ. ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນພະຍາດໄຂ້ຫວັດສັດປີກ H5N1 ບໍ່ໃຫ້ກັບຄືນມາລະບາດອີກ ຫຼື ແຜ່ລາມອອກສູ່ວົງກວ້າງນັ້ນ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ຈຶ່ງໄດ້ອອກຄຳສັ່ງດັ່ງນີ້:






No comments

Powered by Blogger.