ລາວສະໜັບສະໜູນແນວທາງສັນຕິ ແລະ ຖືເອົາວາລະການພັດທະນາ 2030 ຂອງ ສປຊ ເປັນເປົ້າໝາຍພັດທະນາປະເທດຊາດ - ອິດສະຫຼະ

ລາວສະໜັບສະໜູນແນວທາງສັນຕິ ແລະ ຖືເອົາວາລະການພັດທະນາ 2030 ຂອງ ສປຊ ເປັນເປົ້າໝາຍພັດທະນາປະເທດຊາດ



ກອງປະຊຸມຄົບຄະນະປະຈຳປີຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 72 ໄດ້ໄຂຂຶ້ນຢ່າງເປັນທາງການ, ໃນວັນທີ 19 ກັນຍາ 2017, ທີ່ ສຳນັກງານໃຫຍ່ອົງການສະຫະປະຊາຊາດ (ສປຊ), ທີ່ ນະຄອນນິວຢອກ, ສ.ອາເມລິກາ, ພາຍໃຕ້ຫົວຂໍ້ "ຖືເອົາປະຊາຊົນເປັນໃຈກາງ ສູ້ຊົນສ້າງສັນຕິພາບ ແລະ ຊີວິດທີ່ດີ ສຳລັບໝົດທຸກຄົນ ໃນໂລກທີ່ຍືນຍົງ (Focusing on People: Striving for Peace and a Decent Life for All on a Sustainable Planet)".

ຢູ່ໃນພາກອະພິປາຍທົ່ວໄປຂອງກອງປະຊຸມ ສະມັດຊາໃຫຍ່ ສປຊ ປີນີ້, ບັນດາຜູ້ນຳຈາກບັນດາປະເທດຈາກທົ່ວໂລກ ໄດ້ຜັດປ່ຽນກັນຂື້ນກ່າວປາໄສ ແລະ ສະແດງທັດສະນະຂອງຕົນ ໂດຍສຸມໃສ່ການຕີລາຄາສະພາບການຂອງໂລກ ແລະ ໃນແຕ່ລະພາກພື້ນ, ລວມທັງຕີລາຄາການຈັດຕັ້ງປະຕິບັດ ວາລະເພື່ອການພັດທະນາ 2030 ກໍ່ຄື ເປົ້າໝາຍການພັດທະນາແບບຍືນຍົງທີ່ກອງປະຊຸມສຸດຍອດຂອງສປຊໄດ້ຮັບຮອງເອົາໃນເດືອນກັນຍາ ປີ 2015 ຜ່ານມາ.

ໃນພິທີໄຂກອງປະຊຸມ, ທ່ານ ແອນໂຕນິໂອ ກູເຕເຣສ, ເລຂາທິການໃຫຍ່ ສປຊ ໄດ້ສະຫຼຸບຕີລາຄາຜົນສຳເລັດ ແລະ ສິ່ງທ້າທາຍ ທີ່ອົງການ ສປຊ ພວມປະເຊີນຫນ້າໃນການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆໃນຫນຶ່ງປີຜ່ານມາ. ໃນນັ້ນທ່ານໄດ້ກ່າວວ່າຍັງມີສິ່ງທ້າທາຍຫຼາຍອັນທີ່ວົງຄະນາຍາດສາກົນຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ແກ້ໄຂໂດຍສະເພາະແມ່ນການປົກປັກຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ, ການຕ້ານກັັບກໍ່ການຮ້າຍ, ການແກ້ໄຂບັນຫາຊາວອົບພະຍົບ ແລະ ການປ່ຽນແປງດິນຟ້າອາກາດທີ່ຍັງສືບຕໍ່ ເປັນອຸປະສັກ ແລະ ເປັນໄພຂົ່ມຂູ່ຕໍ່ສັນຕິພາບ ແລະ ການພັດທະນາ ຢູ່ຫລາຍພາກພື້ນໃນໂລກ. ສະນັ້ນ, ເພື່ອໃຫ້ສາມາດຮັບມືໄດ້ກັບສິ່ງທ້າທາຍຕ່າງໆເລົ່ານັ້ນ ຢ່າງມີປະສິດທິຜົນຍິ່ງຂື້ນ, ທ່ານໄດ້ຮຽກຮ້ອງໃຫ້ອົງການ ສປຊ ຕ້ອງມີການປະຕິຮູບ ແລະ ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຮ່ວມແຮງຮ່ວມໃຈກັນ ມີສ່ວນຮ່ວມໃນການແກ້ໄຂບັນດາສິ່ງທ້າທາຍຕ່າງໆດັ່ງກ່າວ.

ຄະນະຜູ້ແທນ ສປປ.ລາວ ນຳໂດຍທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຂຶ້ນກ່າວບົດປາໄສຢູ່ໃນກອງປະຊຸມພາກອະພິປາຍທົ່ວໄປ ໃນວັນທີ 23 ກັນຍາ 2017 ໂດຍຢໍ້າຄືນເຖິງເຈດຕະນາລົມ ແລະ ຄວາມຕັດສິນໃຈສູງທາງດ້ານການເມືອງ ຂອງລັດຖະບານ ແຫ່ງ ສປປ.ລາວ ເພື່ອຮ່ວມມືກັບວົງຄະນາຍາດສາກົນໃນການຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ພວມເກີດຂຶ້ນຢູ່ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະຄວາມຈໍາເປັນພື້ນຖານໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ ທີ່ເອື້ອອໍານວຍໃຫ້ແກ່ການພັດທະນາ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນໃນໂລກ.

ດັ່ງນັ້ນ, ສປປ.ລາວ ຈຶ່ງສະຫນັບສະຫນູນຄວາມພະຍາຍາມຂອງວົງຄະນາຍາດສາກົນ ແນໃສ່ເພື່ອເຮັດໃຫ້ໂລກນີ້ ປາສະຈາກອາວຸດນິວເຄຼຍ ແລະ ອາວຸດທໍາລາຍລ້າງຜານ ແລະ ຮຽກຮ້ອງໃຫ້ບັນດາປະເທດ ແກ້ໄຂຂໍ້ຂັດແຍ່ງໂດຍສັນຕິວິທີ.

ສປປ.ລາວ ໄດ້ຖືເອົາການປະຕິບັດວາລະການພັດທະນາ 2030 ທີ່ບັນດາຜູ້ນໍາໂລກໄດ້ຮັບຮອງເອົາຢູ່ໃນກອງປະຊຸມສຸດຍອດ ໃນປີ 2015 ແລະ ເປົ້າຫມາຍການພັດທະນາແບບຍືນຍົງເປັນບູລິມະສິດແຫ່ງຊາດ ໂດຍອີງໃສ່ສະພາບຈຸດພິເສດ ແລະ ສິ່ງທ້າທາຍດ້ານການພັດທະນາຢູ່ ສປປ.ລາວ ໂດຍກໍານົດໃຫ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ ເປັນເປົ້າຫມາຍການພັດທະນາແບບຍືນຍົງແຫ່ງຊາດ (ເປົ້າຫມາຍທີ18) ຂອງ ສປປ.ລາວ ໂດຍໄດ້ຮັບການສະຫນັບສະຫນູນຈາກອົງການ ສປຊ. ເພື່ອຕິດຕາມ ແລະ ຕີລາຄາຄວາມຄືບຫນ້າ ຂອງການປະຕິບັດເປົ້າຫມາຍການພັດທະນາແບບຍືນຍົງ ສປປ.ລາວ ໄດ້ປະກາດຄວາມກຽມພ້ອມໃນການສະເຫນີບົດລາຍງານແຫ່ງຊາດຂອງຕົນ ຕໍ່ອົງການ ສປຊ ໃນກາງປີ 2018.

ໃນລະດັບພາກພື້ນ, ສປປ.ລາວ ຍັງໄດ້ໃຫ້ຄວາມສໍາຄັນເປັນພິເສດ ແລະ ມີສ່ວນຮ່ວມຢ່າງຕັ້ງຫນ້າໃນປະຊາຄົມອາຊຽນ, ໃນການຈັດຕັ້ງປະຕິບັດ ຂອບການຮ່ວມມືພາກພື້ນ ແລະ ອະນຸພາກພື້ນຕ່າງໆ ເປັນຕົ້ນແລວເສດຖະກິດເຫນືອ-ໃຕ້, ຕາເວັນອອກ-ຕາເວັນຕົກ, ຂໍ້ລິເລີ້ມຫນຶ່ງແລວທາງຫນຶ່ງເສັ້ນທາງ ແລະ ອື່ນໆ ແນໃສ່ສ້າງເງື່ອນໄຂໃຫ້ແກ່ການພັດທະນາປະເທດ ແລະ ໃຫ້ເສດຖະກິດຂອງ ສປປ.ລາວ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ສາມາດຫັນຈາກເປັນປະເທດທີ່ບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມຈອດ ແລະ ສູນກາງການບໍລິການຜ່ານແດນຢູ່ໃນອະນຸພາກພື້ນ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ.ລາວ ຍັງໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມຕ່າງໆເປັນຕົ້ນກອງປະຊຸມລະດັບລັດຖະມົນຕີຂອງກຸ່ມ 77 ແລະ ຈີນ, ກອງປະຊຸມລັດຖະມົນຕີຂອງກຸ່ມປະເທດດ້ອຍພັດທະນາ, ກອງປະຊຸມລັດຖະມົນຕີຂອງບັນດາປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ, ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນຮ່ວມກັບອົງການ ສປຊ ແລະ ກອງປະຊຸມອື່ນໆອີກ ທີ່ໄດ້ຈັດຂື້ນໃນໄລຍະຂອງການດຳເນີນກອງປະຊຸມສະມັດຊາໃຫຍ່ ສປຊ ໃນຄັ້ງນີ້.


ນອກນີ້, ສປປ.ລາວ ກໍ່ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ (Convention on Prohibition of Nuclear Weapons) ແລະ ຍື່ນສານເຂົ້າຮ່ວມເປັນພາຄີສົນທິສັນຍາມິນາມາຕະວ່າດ້ວຍສານບາຫຼອດ (Minamata Convention on Mercury) ໂດຍມີຜູ່ຊ່ວຍເລຂາທິການໃຫຍ່ ສປຊ ດ້ານກົດໝາຍເຂົ້າຮ່ວມເປັນສັກຂີພິຍານໃນພິທີ.

ພ້ອມດຽວກັນ, ທ່ານລັດຖະມົນຕີກະຊວງການຕ່າງປະເທດກໍ່ຍັງໄດ້ເຄື່ອນໄຫວ ພົບປະສອງຝ່າຍກັບຄະນະຜູ້ແທນຫລາຍປະເທດເປັນຕົ້ນໄດ້ພົບປະສອງຝ່າຍກັບທ່ານລັດຖະມົນຕີຕ່າງປະເທດ ແລະ ການຄ້າ, ຮົງກາລີ ແລະ ໄດ້ລົງນາມໃນສັນຍາວ່າດ້ວຍການຍົກເວັ້ນວີຊາສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ພົບປະສອງຝ່າຍກັບທ່ານລັດຖະມົນຕີແຫ່ງລັດເພື່ອການຮ່ວມມືສາກົນ ແຫ່ງ ອາຣັບອິມິເຣດ, ພົບປະກັບລັດຖະມົນຕີການຕ່າງປະເທດ ກູບາ, ລັດຖະມົນຕີຕ່າງປະເທດ ແອັສໂຕເນຍ; ພົບປະສອງຝ່າຍກັບລັດຖະມົນຕີຕ່າງປະເທດ ແລະ ການບິນ ແຫ່ງ ເຊັນຄິດສ ແລະ ເນວິດສ (Saint Kitts and Nevis) ເຊິ່ງໃນໂອກາດດຽວກັນນີ້ ສອງຝ່າຍໄດ້ຮ່ວມລົງນາມເພື່ອສ້າງຕັ້ງສາຍພົວພັນການທູດ ເຊິ່ງ ເຊັນກິດສ ແອນ ເນວີສ ເປັນປະເທດທີ 140 ທີ່ ສປປ.ລາວ ໄດ້ສ້າງສາຍພົວພັນການທູດນໍາກັນ.

ນອກຈາກນີ້ ທ່ານລັດຖະມົນຕີ ຍັງໄດ້ພົບປະກັບ ທ່ານຮອງລັດຖະມົນຕີຕ່າງປະເທດ ທີ່ຮັບຜິດຊອບວຽກງານ ພາກພື້ນອາຊີ ຂອງ ສ.ອາເມລິກາ ແລະ ຮອງລັດຖະມົນຕີຕ່າງປະເທດ ອັງກິດ ຮັບຜິດຊອບ ອາຊີ-ປາຊີຟິກ ເພື່ອປຶກສາຫາລື ກ່ຽວກັບ ວຽກງານຮ່ວມມືສອງຝ່າຍ.

ການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ສະໄຫມທີ 72 ໃນປີນີ້ ຂອງ ຄະນະຜູ້ແທນ ສປປ.ລາວ ໄດ້ຮັບຜົນສຳເລັດຢ່າງຈົບງາມ ທັງເປັນການສືບຕໍ່ປະກອບສ່ວນເຄື່ອນໄຫວວຽກງານການທູດຢ່າງຕັ້ງຫນ້າ, ບຸກທະລຸ ແລະ ຢໍ້າຄືນເຖິງມານະຈິດທາງການເມືອງ ຂອງ ສປປ.ລາວ ໃນການປະຕິບັດພັນທະສາກົນ, ກໍ່ຄື ການຂະຫຍາຍການຮ່ວມມືກັບບັນດາປະເທດໃນໂລກໃນການແກ້ໄຂສິ່ງທ້າທາຍຕ່າງໆ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສົ່ງເສີມການພັດທະນາແບບຍືນຍົງ ຢູ່ໃນໂລກ.

No comments

Powered by Blogger.