ສານຕັດສິນໃຫ້ ທ່ານ ນາງ ຍິ່ງລັກ ອະດີດນາຍົກລັດຖະມົນຕີໄທ ຕິດຄຸກ 5 ປີ - ອິດສະຫຼະ

ສານຕັດສິນໃຫ້ ທ່ານ ນາງ ຍິ່ງລັກ ອະດີດນາຍົກລັດຖະມົນຕີໄທ ຕິດຄຸກ 5 ປີ



ສຳນັກຂ່າວຕ່າງປະເທດລາຍງານຈາກບາງກອກ 27 ກັນຍາ 2017 ວ່າ: ສານໄດ້ອ່ານຄຳຕັດສິນຄະດີໂຄງການຈຳນຳເຂົ້າ ໃນສະໄໝຂອງອະດີດນາຍົກລັດຖະມົນຕີ ທ່ານ ນາງ ຍິ່ງລັກ ຊິນນະວັດ ທີ່ປ່ອຍປະໃຫ້ມີການສໍ້ໂກງໃນໂຄງການດັ່ງກ່າວ, ໂດຍສານໄດ້ຕັດສິນໃຫ້ຕິດຄຸກເປັນເວລາ 5 ປີ ແລະ ໃຫ້ອອກໝາຍຈັບເພື່ອຂໍນຳຕົວກັບມາຮັບໂທດ ເພາະຜູ້ກ່ຽວໄດ້ຫຼົບໜີອອກນອກປະເທດນັບຕັ້ງແຕ່ກ່ອນການຕັດສິນຄັ້ງທີ່ຜ່ານມາຄືວັນທີ 25 ສິງຫາ 2017 ເຊິ່ງສານກໍ່ໄດ້ອອກໝາຍຈັບແລ້ວນັບຕັ້ງແຕ່ມື້ນັ້ນເປັນຕົ້ນມາ ແລະ ໄດ້ລຽນການອ່ານຄຳຕັດສິນມາເປັນວັນພຸດທີ 27 ກັນຍາ 2017 ນີ້.

ເຊິ່ງໃນວັນທີ 25 ສິງຫາ 2017 ທີ່ຜ່ານມາສານໄດ້ຕັດສິນໃຫ້ບຸກຄົນທີ່ກ່ຽວຂ້ອງກັບໂຄງການດັ່ງກ່າວຫຼາຍຄົນຕ້ອງໄດ້ຮັບໂທດເຊັ່ນ: ອະດີດລັດຖະມົນຕີກະຊວງການຄ້າ ຖືກຕັດສິນຕິດຄຸກ 42 ປີ ແລະ ອະດີດລັດຖະມົນຕີກະຊວງການເງິນ ຖືກຕັດສິນຕິດຄຸກ 36 ປີ ແລະ ຍັງມີບຸກຄົນອື່ນໆອີກຈຳນວນໜຶ່ງ.

No comments

Powered by Blogger.