ລາວລົງນາມໃນສົນທິສັນຍາ "ການເກືອດຫ້າມອາວຸດນິວເຄຼຍ" ຂອງສະຫະປະຊາຊາດ - ອິດສະຫຼະ

ລາວລົງນາມໃນສົນທິສັນຍາ "ການເກືອດຫ້າມອາວຸດນິວເຄຼຍ" ຂອງສະຫະປະຊາຊາດ



ໃນວັນທີ 21 ກັນຍາ 2017, ໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ສະໄໝທີ 72, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມອາວຸດນິວເຄຼຍ (Convention on the Prohibition of Nuclear Weapons) ແລະ ຍື່ນ​ສານເຂົ້າຮ່ວມເປັນພາຄີສົນທິສັນຍາ ມິນາມາຕະ ວ່າດ້ວຍ ສານບາຫຼອດ (Minamata Convention on Mercury) ໂດຍມີ ທ່ານ ສະຕີເຟັນ ມາທຽດສ (Stephen Mathias), ຜູ້ຊ່ວຍເລຂາທິການໃຫຍ່ ສປຊ ດ້ານກົດໝາຍ ເຂົ້າຮ່ວມໃນພິທີດັ່ງກ່າວ.

ສປປ.ລາວ ເປັນປະເທດ ທີ 51 ທີ່ໄດ້ລົງນາມໃນສົນທິສັນຍາ ວ່າດ້ວຍ ການເກືອດຫ້າມອາວຸດນິວເຄຼຍ. ​ກອງປະຊຸມສະຫະປະຊາຊາດ ເພື່ອເຈລະຈາການສ້າງສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄລຍ ເພື່ອກ້າວໄປສູ່ການລົບລ້າງອາວຸດນິວເຄຼຍຢ່າງສິ້ນເຊີງ ໄດ້ຮັບຮອງເອົາສົນທິສັນຍາດັ່ງກ່າວ ໃນວັນທີ 7 ກໍລະກົດ 2017 ທີ່ ນິວຢອກ. ສົນທິສັນຍາສະບັບນີ້ ເປີດໃຫ້ລົງນາມແຕ່ວັນທີ 20 ກັນຍາ 2017 ເປັນຕົ້ນໄປ ແລະ ຈະມີຜົນບັງຄັບໃຊ້ພາຍໃນ 90 ວັນ ພາຍຫຼັງ 50 ປະເທດໃຫ້ສັດຕະຍາບັນ.

ການຮັບຮອງເອົາສົນທິສັນຍານີ້ ເປັນບາດກ້າວສໍາຄັນ ເພື່ອກ້າວໄປສູ່ການເກືອດຫ້າມ ແລະ ລົບລ້າງອາວຸດນິວເຄຼຍ. ການລົງນາມໃນສົນທິສັນຍາດັ່ງກ່າວຂອງ ສປປ.ລາວ ສະແດງເຖິງເຈດຕະນາລົມທາງການເມືອງອັນຕັ້ງໜ້າຂອງລັດຖະບານລາວ ໃນການຮ່ວມມືກັບວົງຄະນາຍາດສາກົນ ໃນການສ້າງໂລກໃຫ້ປອດຈາກອາວຸດນິວເຄຼຍ.

ສົນທິສັນຍາ ມິນາມາຕະ ວ່າດ້ວຍ ສານບາຫຼອດ ຖືກຮັບຮອງເອົາຢູ່ເມືອງມິນາມາຕະ, ປະເທດຍິ່ປຸ່ນ   ໃນປີ 2013 ຊຶ່ງມີຈຸດປະສົງເພື່ອປົກປ້ອງສຸຂະພາບຂອງມະນຸດ ແລະ ສິ່ງແວດລ້ອມ ທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ສານບາຫຼອດຢູ່ໃນອຸດສາຫະກຳ, ກົນຈັກ, ການຂຸດຄົ້ນບໍ່ແຮ່ ແລະ ອື່ນໆ. ສົນທິສັນຍານີ້ ກຳນົດຫຼັກການ ແລະ ມາດຕະການ ໃນການຄຸ້ມຄອງສານບາຫຼອດ ລວມທັງມາດຕະການປ້ອງກັນ ແລະ ການຊ່ວຍເຫຼືອ ຖ້າມີການຮົ່ວໄຫຼຂອງທາດເຄມີສານບາຫຼອດ ຫຼື ການລະບາດຂອງພະຍາດ ທີ່ເກີດຈາກຜົນກະທົບຂອງສານເຄມີບາຫຼອດ. ສະພາແຫ່ງຊາດ ສປປ.ລາວ ໄດ້ຕົກລົງໃຫ້ສັດຕະຍາບັນເພື່ອການເຂົ້າເປັນພາຄີ ຂອງ ສປປ.ລາວ ໃນຕົ້ນເດືອນກັນຍາ 2017.

ນັບແຕ່ປີ 2000 ເປັນຕົ້ນມາ ສປປ.ລາວ ເຂົ້າຮ່ວມພິທີ່ສົ່ງເສີມການເຂົ້າຮ່ວມເປັນພາຄີສົນທິສັນຍາສາກົນຂອງ ສປຊ (UN Treaty Event) ໂດຍໄດ້ລົງນາມ ແລະ ຍື່ນສານເຂົ້າຮ່ວມເປັນພາຄີສົນທິສັນຍາໃນຂົງເຂດຕ່າງໆ ຫຼາຍສະບັບ ເພື່ອສະແດງໃຫ້ວົງຄະນາຍາດສາກົນເຫັນເຖິງຄວາມໝາຍໝັ້ນຂອງ ສປປ.ລາວ ໃນການສົ່ງເສີມຫຼັກການແຫ່ງການຄຸ້ມຄອງດ້ວຍກົດໝາຍ ໃນການຮ່ວມມືສາກົນ.

No comments

Powered by Blogger.