ລາວ-ລັດເຊຍລົງນາມຮ່ວມມືພະລັງງານນິວເຄຼຍແບບສັນຕິ, ການຮ່ວມມືທາງການທະຫານ ແລະ ອື່ນໆ - ອິດສະຫຼະ

ລາວ-ລັດເຊຍລົງນາມຮ່ວມມືພະລັງງານນິວເຄຼຍແບບສັນຕິ, ການຮ່ວມມືທາງການທະຫານ ແລະ ອື່ນໆ




ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະເດີນທາງເຖິງລັດເຊຍແລ້ວ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ເດີມີຕຣີ ເມດເວດເດບ ນາຍົກລັດຖະມົນຕີແຫ່ງລັດເຊຍ ໃນລະຫວ່າງວັນທີ 25-28 ກັນຍາ 2017 ນີ້.


ໂດຍທ່ານ ເດີມີຕຣີ ເມດເວດເດບ ກ່າວວ່າ: ການຢ້ຽມຢາມຢ່າງເປັນທາງໃນຄັ້ງນີ້ຈະເປັນໂອກາດໃນການແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການເພີ່ມທະວີສາຍພົວພັນສອງຝ່າຍ, ຊ່ວຍເສີມສ້າງໃຫ້ສາຍພົວພັນນັບມື້ນັບເຂັ້ມແຂງ ແລະ ເກີດການຮ່ວມມືໃໝ່ໆ ໂດຍລວມແລ້ວພວກເຮົາຈະປຶກສາຫາລືໃນທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບສາຍພົວພັນທີ່ມີມາຢ່າງຍາວນານລະຫວ່າງສອງປະເທດຂອງພວກເຮົາ.

ໃນດ້ານຂອງທ່ານ ທອງລຸນ ສີສຸລິດ ກ່າວວ່າ: ລັດເຊຍ ແລະ ລາວເປັນຄູ່ຮ່ວມມືທາງຍຸດທະສາດ ໂດຍການຢ້ຽມຢາມຂອງພວກເຮົາໃນມື້ນີ້ ແມ່ນມືແຜນທີ່ຈະປຶກສາຫາລືກ່ຽວກັບຄວາມສຳພັນລະຫວ່າງສອງປະເທດ ເຊິ່ງການພົບປະໃນມື້ນີ້ຖືເປັນຂີດໝາຍສຳຄັນໃນການເພີ່ມທະວີສາຍພົວພັນລະຫວ່າງສອງປະເທດຂອງພວກເຮົາ.


ເຊິ່ງທັງສອງນາຍົກລາວ-ລັດເຊຍກໍ່ໄດ້ເປັນສັກຂີພິຍານໃນການລົງນາມໃນເອກະສານສຳຄັນຫຼາຍສະບັບດັ່ງນີ້:

- ຂໍ້ຕົກລົງໃນສົ່ງຕົວນັກໂທດລະຫວ່າງລາວ-ລັດເຊຍ ລົງນາມໂດຍທ່ານ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະງົບຂອງລາວ ແລະ ທ່ານ ອາເລັກຊານເດີ ໂກໂນວາລົບ ລັດຖະມົນຕີກະຊວງຍຸດຕິທຳລັດເຊຍ.

- ຂໍ້ຕົກລົງການຈາລະຈອນທາງອາກາດລະຫວ່າງລາວ-ລັດເຊຍ ລົງນາມໂດຍທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງຂອງລາວ ແລະ ທ່ານ ມາຊິມ ໂຊໂກລົບ ລັດຖະມົນຕີກະຊວງຂົນສົ່ງຂອງລັດເຊຍ

- ບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືດ້ານພະລັງງານລະຫວ່າງລາວ-ລັດເຊຍ ລົງນາມໂດຍທ່ານ ຄຳມະນີ ອິນທະລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ແລະ ທ່ານ ອາເລັກຊານເດີ ໂນວາກ ລັດຖະມົນຕີກະຊວງພະລັງງານຂອງລັດເຊຍ


- ບັນທຶກຄວາມເຂົ້າໃຈກ່ຽວກັບກ່ຽວກັບການສວດສອບດ້ານການເງິນຂອງລັດ, ສູນເຝິກອົບຮົບວິທະຍາການອິດສະຫຼະທີ່ບໍ່ຫວັງຜົນກຳໄລລະຫວ່າງປະເທດ ສຳລັບການກວດສອບທາງດ້ານການເງິນ, ການເຝິກອົບຮົບໃຫ້ແກ່ພະນັກງານຂອງສຳນັກງານຕໍ່ຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍຂອງລາວ ລົງນາມໂດຍທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ.ລາວ ແລະ ທ່ານ ຢູຣິ ຈິຄານຈິນ ຜູ້ອຳນວຍການສຳນັກງານກວດສອບການເງິນແຫ່ງລັດຂອງລັດເຊຍ.

- ແຜນງານໃນການຮ່ວມມືທາງດ້ານພະລັງງານນິວເຄຼຍແບບສັນຕິ ລົງນາມໂດຍທ່ານ ສີນາວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ນິໂຄລັດ ສະແປສກີ ຮອງຜູ້ອຳນວຍການໃຫຍ່ບໍລິສັດ Rosatom State Atomic Energy

- ສັນຍາການຮ່ວມມືທາງການທະຫານ ແລະ ວິທະຍາການການທະຫານ ລົງນາມໂດຍທ່ານ ສຸວອນ ເລືອງບຸນມີ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ ແລະ ທ່ານ ອາເລັກຊານເດີ ມິກເຄເຢບ ຜູ້ອຳນວຍການໃຫຍ່ລັດວິສາຫະກິດ Rosoboronexport ຜູ້ນຳເຂົ້າ-ສົ່ງອອກຍຸດທະພັນທາງການທະຫານຂອງລັດເຊຍ.

- ຂໍ້ຕົກລົງໃນການຮ່ວມລົງທຶນເຂື່ອນໄຟຟ້າເຊກອງ 5 ລະຫວ່າງບໍລິສັດ A-RKSENA ຂອງລັດເຊຍ ກັບ ບໍລິສັດ EDL-Gen ຂອງລາວ ລົງນາມໂດຍທ່ານນາງ ລັດຕະນະ ປະທຸມວັນ ປະທານສະພາບໍລິຫານບໍລິສັດ EDL-gen ແລະ ທ່ານ ອິກກໍ ດາຄິນ ຜູ້ອຳນວຍການດ້ານການລົງທຶນຂອງບໍລິສັດ A-RKSENA

No comments

Powered by Blogger.