ໃນເມື່ອ ສ.ອາເມຣິກາ ປະກາດສົງຄາມກັບພວກເຮົາ ພວກເຮົາກໍ່ມີສິດທີ່ຈະຕອບໂຕ້ ເກົາຫຼີເໜືອກ່າວ - ອິດສະຫຼະ

ໃນເມື່ອ ສ.ອາເມຣິກາ ປະກາດສົງຄາມກັບພວກເຮົາ ພວກເຮົາກໍ່ມີສິດທີ່ຈະຕອບໂຕ້ ເກົາຫຼີເໜືອກ່າວ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 25 ກັນຍາ 2017 ທີ່ຜ່ານມາວ່າ: ຄຳຂູ່ຫຼ້າສຸດເຊິ່ງກັນ ແລະ ກັນລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ເຮັດໃຫ້ສະຖານະການຄວາມເຄັ່ງຕຶງເພີ່ມທະວີ ຈາກການໂຕ້ຕອບກັນໄປມາຕະຫຼອດອາທິດທີ່ຜ່ານມາ ໂດຍເລີ່ມຈາກທ່ານ ໂດໂນ ທຣຳ ປະທານປະເທດ ສ.ອາເມຣິກາທີ່ກ່າວຄຳຂູ່ໃນລະຫວ່າງການຖະແຫຼງຕໍ່ກອງປະຊຸມສະມັດຊາໃຫຍ່ປະຈຳປີຂອງອົງການສະຫະປະຊາຊາດ (UNGA) ທີ່ນິວຢອກວ່າ ສ.ອາເມຣິກາພ້ອມທີ່ຈະໂຈມຕີເກົາຫຼີເໜືອໃຫ້ຮາບກ້ຽງ ຫາກເກົາຫຼີເໜືອເປີດສາກໂຈມຕີກ່ອນ.


ທ່ານ ຣີ ຢອງໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອໃຫ້ສຳພາດກັບສື່ມວນຊົນເມື່ອວັນຈັນທີ່ຜ່ານມາ ຢູ່ນິວຢອກວ່າ: ປະຊາຄົມໂລກຕ້ອງເຂົ້າໃຈວ່າ ສະຫະລັດ ອາເມຣິກາ ປະກາດສົງຄາມກັບປະເທດຂອງພວກເຮົາກ່ອນ ໃນເມື່ອ ສ.ອາເມຣິກາ ປະກາດສົງຄາມກັບພວກເຮົາ ພວກເຮົາກໍ່ມີສິດທີ່ຈະຕອບໂຕ້ ໃນນັ້ນລວມທັງສິດໃນການທີ່ຈະຍິງຍົນຖິ້ມລະເບີດທາງຍຸດທະສາດຂອງ ສ.ອາເມຣິກາ ທີ່ບິນເຂົ້າມາໃກ້ ເຖິງຈະບໍ່ຢູ່ໃນນ່ານຟ້າຂອງພວກເຮົາກໍ່ຕາມ.

ນອກຈາກນີ້ທ່ານ ຣີ ຍັງໄດ້ໃຫ້ສຳພາດກັບສື່ມວນຊົນກ່ອນເດີນທາງອອກຈາກນິວຢອກຕື່ມອີກວ່າ "ເນື່ອງຈາກການປະກາດສົງຄາມຂອງທ່ານ ທຣຳ ທຸກທາງເລືອກຈຶ່ງຖືກວ່າງໄວ້ຢູ່ເທິງໂຕະຂອງທ່ານຜູ້ນຳສູງສຸດຂອງເກົາຫຼີເໜືອເປັນຜູ້ພິຈາລະນາ"


No comments

Powered by Blogger.