ກອງທັບຕວັກກີບຸກພາກພື້ນດິນ ເຂົ້າພາກເໜືອຊີຣີ ເພື່ອປາບປາມກຸ່ມ YPG (ວິດີໂອ) - ອິດສະຫຼະ

ກອງທັບຕວັກກີບຸກພາກພື້ນດິນ ເຂົ້າພາກເໜືອຊີຣີ ເພື່ອປາບປາມກຸ່ມ YPG (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 22​ ມັງກອນ 2018 ວ່າ: ທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານປະເທດຕວັກກີກ່າວເມື່ອວັນອາທິດທີ່ຜ່ານມາວ່າ: ກອງທັບຕວັກກີໄດ້ຍົກລະດັບປະຕິບັດການທາງການທະຫານພາຍໃຕ້ລະຫັດ "Olive Branch" ທີ່ມີເປົ້າໝາຍຄືການໂຈມຕີເຂດທີ່ໝັ້ນຂອງກອງກຳລັງປ້ອງກັນຕົນເອງຊາວເຄິດ (YPG) ໃນພາກເໜືອຂອງຊີຣີ ໂດຍສະເພາະທີ່ເມືອງອາຟຣິນ ໃນແຂວງອະເລບໂປ ວ່າພາຍຫຼັງໄດ້ເປີດສາກປະຕິບັດການດ້ວຍການໂຈມຕີທາງອາກາດທຳລາຍເປົ້າໝາຍກວ່າ 140 ແຫ່ງ ນັບຕັ້ງແຕ່ວັນເສົາທີ່ຜ່ານມາ ໂດຍໃຊ້ທັງຍົນຮົບຖິ້ມລະເບີດ ແລະ ຍິງປືນໃຫຍ່ຂ້າມຊາຍແດນ "ກອງກຳລັງພາກພື້ນດິນຂອງຕວັກກີ" ໄດ້ຍົກກຳລັງພົນເຂົ້າສູ່ພື້ນທີ່ເປົ້າໝາຍແລ້ວ ເພື່ອຂັບໄລ່ກຸ່ມກໍ່ການຮ້າຍໃຫ້ອອກໄປຈາກບໍລິເວນດັ່ງກ່າວໂດຍໄວທີ່ສຸດ ແລະ ລັດຖະບານຕວັກກີຕ້ອງການຕັ້ງເຂດປອດໄພທີ່ມີຄວາມກວ້າງ 30 ກິໂລແມັດຕະຫຼອດແນວຊາດແດນທີ່ຕິດກັບຊີຣີ.


ເຊິ່ງກຳລັງພົນໃນປະຕິບັດການໂຈມຕີພາກພື້ນດິນຂອງຕວັກກີລວມເຖິງສະມາຊິກອງທັບປົດປ່ອຍຊີຣີ (FSA) ທີ່ລັດຖະບານຕວັກກີໃຫ້ການສະໜັບສະໜູນ ໂດຍມີລາຍງານວ່າຜູ້ບັນຊາການຂອງ FSA ລະດົມກຳລັງພົນໄດ້ຫຼາຍກວ່າ 25,000 ຄົນ, ຂະນະທີ່ທ່ານນາຍພົນ ຢາສະເຊີ ອັບດຸນ ຣາຮິມ ຜູ້ບັນຊາການກອງກຳລັງໄຟລັກ ອັນ-ຊາມ ເຊິ່ງເປັນກຸ່ມນັກຮົບແກນນຳຂອງ FSA ກ່າວວ່າ ພາລະກິດຂອງ FSA ໃນຄັ້ງນີ້ບໍ່ແມ່ນການຍົກພົນເຂົ້າໄປໃນເມືອງອາຟຣິນ ແຕ່ຈະເປັນການປິດລ້ອມພື້ນທີ່ໂດຍຮອບ ທີ່ກອງກຳລັງ YPG ຢຶດຄອງຕັ້ງແຕ່ເດືອນກຸມພາ 2016.


ໃນດ້ານຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຖະແຫຼງຮຽກຮ້ອງໃຫ້ກອງທັບຕວັກກີປະຕິບັດການໃນວົງຈຳກັດ ແລະ ສະແດງຄວາມເປັນຫວັງວວ່າຈະໃຊ້ເວລາບໍ່ດົນ ເພື່ອຫຼຸດຜ່ອນທິດທາງທີ່ຈະເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ພ້ອມທັງຢ້ຳວ່າ ລັດຖະບານສະຫະລັດ ອາເມຣິກາ ຕ້ອງການໃຫ້ພັນທະມິດໃນສົງຄາມຊີຣີ ໃຫ້ຄວາມສຳຄັນ ແລະ ເພີ່ມຄວາມຈິງຈັງໃນການປາບປາມກຸ່ມ IS, ສ່ວນ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ກ່າວວ່າໄດ້ຮັບແຈ້ງລ່ວງໜ້າຈາກກອງທັບຕວັກກີກ່ຽວກັບປະຕິບັດການດັ່ງກ່າວ ເຊິ່ງທັງກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດກຳລັງປະສານງານກັບລັດຖະບານຕວັກກີເພື່ອຂໍຂໍ້ມູນເພີ່ມເຕີມ.

ໃນເວລາດຽວກັນ ອົງກອນສັງເກດການດ້ານສິດທິມະນຸດ ລາຍງານວ່າປະຕິບັດການໂຈມຕີທາງອາກາດຂອງກອງທັບຕວັກກີເມື່ອວັນອາທິດທີ່ຜ່ານມາ ເຮັດໃຫ້ມີປະຊາຊົນເສຍຊີວິດ 11 ຄົນ, ໂດຍການເຄື່ອນໄຫວຂອງປະຕິບັດການຄັ້ງນີ້ເກີດຂຶ້ນ 1 ອາທິດ ພາຍຫຼັງທີ່ສະຫະລັດ ອາເມຣິກາ ປະກາດແນວຄິດທີ່ຈະຈັດຕັ້ງກອງກຳລັງປະຈຳການຕາມແນວຊາຍແດນທາງພາກເໜືອຂອງຊີຣີ ທີ່ຕິດກັບພາກໃຕ້ຂອງຕວັກກີ ທີ່ຈະມີກຳລັງພົນຫຼາຍເຖິງ 30,000 ຄົນ ແລະ ສ່ວນໃຫຍ່ເປັນສະມາຊິກຂອງ YPG ກອງກຳລັງນັກຮົບຊາວເຄິດທີ່ລັດຖະບານສະຫະລັດ ອາເມຣິກາໃຫ້ການສະໜັບສະໜູນ ແຕ່ລັດຖະບານຕວັກກີຖືວ່າກອງກຳລັງດັ່ງກ່າວເປັນກຸ່ມກໍ່ການຮ້າຍ ແລະ ເປັນພວກດຽວກັບກອງກຳລັງຂອງພັກແຮງງານເຄີດິດສະຖານ ​(PKK) ທີ່ເຮັດສົງຄາມກອງໂຈນກັບກອງທັບຕວັກກີມາຍາວນານກວ່າ 30 ປີແລ້ວ.



No comments

Powered by Blogger.