ລັດຖະມົນຕີ.ປ້ອງກັນປະເທດລັດເຊຍ ຢ້ຽມຢາມ ສປປ.ລາວ ມອບການຊ່ວຍເຫຼືອດ້ານເຕັກນິກການທະຫານ - ອິດສະຫຼະ

ລັດຖະມົນຕີ.ປ້ອງກັນປະເທດລັດເຊຍ ຢ້ຽມຢາມ ສປປ.ລາວ ມອບການຊ່ວຍເຫຼືອດ້ານເຕັກນິກການທະຫານ



ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດຂອງລາວ ໃນວັນທີ 22 ມັງກອນ 2018 ນີ້ ທ່ານ ພົນເອກ ເຊີເກ ຊອຍກູ ລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ຢ່າງເປັນທາງການ.


ທັງສອງຝ່າຍໄດ້ຮ່ວມພົບປະຫາລືແລກປ່ຽນສະພາບ ແລະ ບົດຮຽນເຊິ່ງກັນ ແລະ ກັນໃນຂົງເຂດຕ່າງໆ ພາຍໃຕ້ບັນຍາກາດແຫ່ງຄວາມສະໜິດສະໜົມ, ໄມຕີຈິດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຢ່າງກົງໄປກົງມາ, ພ້ອມທັງທົບທວນຄືນ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື່ອອັນດີງາມ ທີ່ມີມາແຕ່ຍາວນານ ບົນພື້ນຖານແຫ່ງຄວາມໄວ້ເນື້ອເຊື່ອໃຈ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໄດ້ຮັບການເສີມຂະຫຍາຍ ແລະ ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງສະແດງອອກໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງຕ່າງໆ, ການຮ່ວມມືດ້ານຄວາມໝັ້ນຄົງ, ການຮ່ວມມືໃນຂົງເຂດວຽກງານເກັບກູ້ລະເບີດ ເພື່ອມະນຸດສະທຳ, ການຊ່ວຍເຫຼືອໃນການພັດທະນາຊັບພະຍາກອນມະນຸດ ແລະ ດ້ານເຕັກນິກການທະຫານ.

ໃນຊຸມປີຕໍ່ໜ້າ, ສອງກະຊວງປ້ອງກັນປະເທດລາວ-ລັດເຊຍ ຈະສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີໝາກຜົນສູງກວ່າເກົ່າ ເພື່ອຍົກລະດັບການພົວພັນຮ່ວມມືລະຫວ່າງສອງຊາດ, ສອງກອງທັບລາວ-ລັດເຊຍ ໃຫ້ສູງເດັ່ນຂຶ້ນໃນໄລຍະໃໝ່.

ພາຍຫຼັງສຳເລດການພົບປະສອງຝ່າຍ ກໍ່ໄດ້ມີພິທີເຊັນມອບຮັບການຊ່ວຍເຫຼືອ ດ້ານເຕັກນິກການທະຫານ ຈາກກະຊວງປ້ອງກັນປະເທດລັດເຊຍ, ຈາກນັ້ນຄະນະຜູ້ແທນທະຫານຂັ້ນສູງຂອງລັດເຊຍ ກໍ່ໄດ້ເດີນທາງໄປວາງພວງມາລາ ຢູ່ທີ່ອານຸສາວະລີນັກຮົບນິລະນາມ ແລະ ເຂົ້າຮ່ວມງານລ້ຽງ.


ໃນມື້ດຽວກັນ ທີ່ສຳນັກງານນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ພົນເອກ ເຊີເກ ຊອຍກູ ພ້ອມດ້ວຍຄະນະ ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ຂອງທ່ານ ພົນເອກ ເຊີເກ ຊອຍກູ ໃນຄັ້ງນີ້ ເຊິ່ງມີຄວາມໝາຍຄວາມສຳຄັນຍິ່ງ, ທັງເປັນການປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ການພົວພັນຮ່ວມມືລະຫວ່າງສອງຊາດ ກໍ່ຄືສອງກະຊວງປ້ອງກັນປະເທດລາວ-ລັດເຊຍ ໃນສູງເດັ່ນຂຶ້ນໃນໄລຍະໃໝ່.

ໂອກາດດຽວກັນ, ທ່ານ ພົນເອກ ເຊີເກ ຊອຍກູ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ທອງລຸນ ສີສຸລິດ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ແຈ້ງສະພາບການເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນການພົບປະຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນວຽກງານຕ່າງໆລະຫວ່າງລາວ-ລັດເຊຍ ໃນທ່ານນາຍົກລັດຖະມົນຕີໄດ້ຮັບຊາບຕື່ມອີກ.



No comments

Powered by Blogger.